Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເມືອງລອງ ປະສົບໄພນໍ້າຖ້ວມ ອີກຮອບ

Posted on 21/07/202121/07/2021 By ປະກາດ Pakaad No Comments on ເມືອງລອງ ປະສົບໄພນໍ້າຖ້ວມ ອີກຮອບ

ເມືອງລອງ ປະສົບໄພນໍ້າຖ້ວມ ເນື້ອທີ່ທໍາການຜະລິດ
ແລະ ທາງເລກທີ 17B ຖືກນໍ້າເຊາະເຈື່ອນເສຍຫາຍຫລາຍຈຸດ.

ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ເມືອງລອງ ຝົນຕົນລິນຕິດຕໍ່ກັນເປັນເວລາຫລາຍວັນ ແຕ່ຄໍ່າຄືນວັນທີ 18-21 ກໍລະກົດ 2021 ນີ້, ໄດ້ເຮັດໃຫ້ ນໍ້າຫ້ວຍ ແລະ ແມ່ນໍ້າສາຍຕ່າງໆມີປະລິມານເພີ່ມຂຶ້ນຢ່າງກະທັນຫັນ ໂດຍສະເພາະ ແມ່ນໍ້າມະ-ນໍ້າລອງເພີ່ມສູງຂຶ້ນ ຖ້ວມເນື້ອທີ່ທໍາການຜະເຂົ້ານາປີ, ສ່ວນອ້ອຍ ແລະ ຊົນລະປະທານເສຍຫລາຍແຫ່ງ, ນອກຈາກນີ້ ຍັງມີເຮືອນຂອງປະຊາຊົນບ້ານສະ, ບ້ານໂພຄໍາ ແລະ ບ້ານຄົກຫີນ ຈໍານວນ 10 ຫລັງຖືກນໍ້າຖ້ວມ.

ຕາມການລົງເກັບກໍາຂໍ້ມູນໃນເບື້ອງຕົ້ນ ເຫັນວ່າ: ປັດຈຸບັນ ເສັ້ນທາງເລກທີ 17B ໄດ້ຖືກນໍ້າເສາະເຈື່ອນ ຈໍານວນ 5 ຈຸດ. ໃນນີ້, ຈຸດບ້ານສີວິໄລ ລົດບັນທຸກໜັກບໍ່ສາມາດແລ່ນຜ່ານໄດ້, ຊົນລະປະທານໄດ້ຮັບຄວາມເສຍຫາຍປະມານ 70 ແຫ່ງ, ເນື້ອທີ່ນາປີ 30 ເຮັກຕາ ແລະ ສວນອ້ອຍຂອງປະຊາຊົນ ປະມານ 10 ເຮັກຕາ ໄດ້ຖືກນໍ້າຖ້ວມ.

ຕໍ່ກັບບັນຫາໄພພິບັດ ໃນຄັ້ງນີ້, ຄະນະນໍາຂັ້ນເມືອງ ກໍໄດ້ສົ່ງກໍາລັງປ້ອງກັນຊາດ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ລົງຊ່ວຍພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ. ພ້ອມນີ້, ບໍລິສັດຈຸງຫຽວ ທີ່ຮັບເໝົາການກໍ່ສ້າງເຂື່ອນໄຟຟ້ານໍາລອງ 2 ກໍໄດ້ຮັບຜົບກະທົບເຊັນດຽວກັນ, ໃນນີ້, ມີໂຮງງານຄົບຫີນ 1 ຊຸດ, ລົດດາມ 3 ຄັນ, ລົດຈົກ 2 ຄັນ, ລົດຕັກ 1 ຄັນ, ເຄື່ອງເຈາະຫີນ 6 ເຄື່ອງ, ຖັງເກັບນໍ້າມັນ 4.000 ລິດ, ແຄ້ມພັກຂອງພະນັກງານ ແລະ ອຸປະກອນຈໍານວນໜຶ່ງ ຖືກນໍ້າໄຫລ ແລະ ຖ້ວມເຂດກໍ່ສ້າງເຂື່ອນໄຟຟ້ານໍ້າລອງ 2 ລວມມູນຄ່າເສຍຫາຍ ປະມານ 500.000 ໂດລາສະຫະລັດ.

ສໍາລັບເນື້ອທີ່ທໍາການຜະລີດຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ມູນຄ່າຄວາມເສຍຫາຍຕົວຈິງນັ້ນ ແມ່ນຍັງບໍ່ສາມາດປະເມີນໄດ້.

ຂ່າວ: ບຸນສີ ໄຊຍະລາດ

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ຈັບໄດ້ແລ້ວ ! ຜູ້ກໍ່ເຫດປິດຊີບສອງເອື້ອຍ-ນ້ອງຢູ່ບ້ານແສງສະຫວ່າງ
Next Post: ລະວັງໄພ! ພາຍຸໝຸນເຂດຮ້ອນ ເຈີມປາກາ (Cempaka)

Related Posts

ໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ຫຼາຍເຂດແຂວງ Featured
ດ່ວນທີ່ສຸດ! ລັດຖະບານອະນຸມັດ ລັອກດາວ ນະຄອນຫຼວງວຽງຈັນ 19-30/9/2021 Featured
ແຂວງສາລະວັນສືບຕໍ່ມາດຕະການຮອດ 16/10/2021 Featured
ຄລິບປະຫຼາດ ງູມີຂົນ Featured
ວິກິດໜັກ ເຫຼືອແຕ່ຫຼັງຄາ ຫຼາຍບ້ານທີ່ເມືອງພີນຈົມນໍ້າ ຂ່າວສານບ້ານເມືອງ
ຍອດຜູ້ຕິດເຊື້ອແຂວງບໍ່ແກ້ວ ແຊ່ງແຂວງຈຳປາສັກແລ້ວ !!!! ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme