Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍ້ມູນຜູ້ເຄາະຮ້າຍກໍລະນີທີ 25ແລະ26

Posted on 09/10/202109/10/2021 By ປະກາດ Pakaad No Comments on ຂໍ້ມູນຜູ້ເຄາະຮ້າຍກໍລະນີທີ 25ແລະ26

ຄະນະສະເພາະກິດໄດ້ໃຫ້ຂໍ້ມູນ ຄົນເຈັບເສຍຊີວີດ 2 ຄົນ, ລາຍລະອຽດ ດັ່ງນີ້:

ຜູ້ທີ1: ເພດຊາຍ, ອາຍຸ 80 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ,

ມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ເປັນອຳມະພາດ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໄພ້ ຕິດເຊື້ອ).

ວັນທີ 1 ຕຸລາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ, ວັນທີ 6 ຕຸລາ 2021 ຜູ້ກ່ຽວ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ໄປເກັບຕົວຢ່າງກວດ ແລະ ຜົນກວດພົບເຊື້ອໃນ ວັນທີ 8 ຕຸລາ 2021

  • ໃນມື້ດຽວກັນ ທີມງານໄດ້ໂທແຈ້ງຜົນກວດ ແລະ ປະສານພົວພັນລົດ ແຕ່ຄົນເຈັບໄດ້ເສຍຊີວິດລົງຢູ່ບ້ານ ໃນເວລາ 16:00 ໂມງ.

ຜູ້ທີ 2: ເພດຊາຍ, ອາຍຸ 58 ປີ, ອາຊີບ: ຂາຍດິນບ໋ອກເຮັດເສົາ, ບ້ານທ່າແຂກ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ,

ມີພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19.

ວັນທີ 8 ຕຸລາ 2021: ຜູ້ກ່ຽວໄດ້ໄປຟອກໄຂ່ຫຼັງໃນຕອນທ່ຽງ ພາຍຫຼັງຟອກແລ້ວ

  • ໃນເວລາ 16:00 ໂມງ ມີອາການເມື່ອຍ ແລະ ງ້ວງຊືມ.
  • ເວລາ 18:00 ໂມງ ມາກວດຢູ່ໂຮງໝໍມີດຕະພາບ (ຄົນເຈັບບໍ່ໄດ້ສະຕິ)
  • ເວລາ 19:00 ໂມງ ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19
  • ເວລາ 20:00 ໂມງ ຜູ້ກ່ຽວເສຍຊີວິດ
ຂ່າວສານບ້ານເມືອງ, ໂຄວິດ-19

Post navigation

Previous Post: ຕິດເຊື້ອຍັງເພີ່ມຂຶ້ນຫຼາຍລາຍງານໂຄວິດມື້ນີ້
Next Post: ໄລອອກຣັອກໃກ້ມາແລ້ວຂ່າວດີແມ່ນເລີ່ມອ່ອນກໍາລັງລົງ ແຕ່ໃຫ້ລະມັດລະວັງ

Related Posts

ແຂວງຫົວພັນຕິດໃໝ່ສູງເຖິງ 94 ຄົນ ທົ່ວປະເທດເພີ່ມ 450 ຄົນ Featured
ພະນັກງານບໍານານເພດຊາຍຈາກນະຄອນຫຼວງວຽງຈັນ Featured
ສາທາແຂວງຫຼວງພະບາງແຈ້ງການສັກຢາວັກຊິນໃຫ້ເດັກ 12 ປີ ຂຶ້ນໄປແລະ ວັກຊິນເຂັມ 3 Featured
ລາຄານໍ້າມັນໃໝ່ທົ່ວປະເທດເລີ່ມມື້ນີ້ Featured
ແຂວງຫົວພັນ ອອກແຈ້ງການຮັບມືໂຄວິດສະບັບໃໝ່ Featured
ເວທີເຈລະຈາຈັບຄູ່ທຸລະກິດ ພາຍໃຕ້ຫົວຂໍ້ ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme