ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດໂຄວິດ-19 ຂັ້ນແຂວງ ລາຍງານການລະບາດແບບເປັນຈຸ້ມ (Cluster) ທີ່ຄ້າຍຄຸມຂັງ-ດັດສ້າງ ຄຳຂີ້ໄກ່ ໃຫ້ຮູ້ວ່າ: ພຽງໄລຍະເວລາ 07 ວັນ 10-16 ຕຸລາ 2021 ມີຜູ້ຕິດເຊື້ອຢູ່ພາຍໃນຄ້າຍຄຸມຂັງ 496 ຄົນ ໃນນັ້ນ ພະນັກງານ ປກສ 04 ຄົນ ແລະ ນັກໂທດ ຫຼືຜູ້ຕ້ອງຂັງ 492 ຄົນ.

ດຣ. ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ຕາງໜ້າກອງເລຂາ ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ລາຍ ງານສະພາບການແຜ່ລະບາດຂອງພະຍາດດັ່ງກ່າວປະຈໍາວັນທີ 17 ຕຸລາ 2021 ວ່າ: ຈໍານວນຕົວຢ່າງທັງໝົດ ທີ່ກວດປະຈໍາວັນມີ 624 ຕົວຢ່າງ ເຊິ່ງຜົນກວດແມ່ນພົບຜູ້ຕິດເຊື້ອໃໝ່ 16 ຄົນ ເທົ່າກັບ 2,56% ຂອງຈຳນວນຜົນກວດ. ໃນນີ້ ແມ່ນກໍລະນີຕິດເຊື້ອໃນຊຸມຊົນທັງໝົດ (ບໍ່ມີກໍລະນີນຳເຂົ້າ) ປະກອບມີ: ບ້ານສຸກສະຫວັນ ເມືອງທ່າແຂກ 03 ຄົນ, ບ້ານໜອງຜື ເມືອງທ່າແຂກ 03 ຄົນ, ບ້ານນາບວນ ເມືອງທ່າແຂກ 02 ຄົນ (ບໍລິສັດຕັງຈະເລີນ), ບ້ານໜອງບົກ ເມືອງໜອງບົກ 01 ຄົນ, ບ້ານຜາຊ້າງ ເມືອງຄູນຄຳ 06 ຄົນ ແລະ ບ້ານໜອງທາດ ເມືອງໄຊບົວທອງ 01 ຄົນ.
ສະເພາະບ້ານແດງໃນທົ່ວແຂວງຄໍາມ່ວນມື້ນີ້ມີທັງໝົດ 19 ບ້ານ ກວມເອົາ 04 ເມືອງຄື: ເມືອງທ່າແຂກ ມີ 16 ບ້ານ ປະກອບມີ: ບ້ານສຸກສະຫວັນ, ນາບົງ, ໂພນສະອາດ, ເລົ່າງົວ, ນໍ້າໂດນ, ດົງມ່ວງໄຂ່, ໂພນສູງ, ໂພນສະໜາມ, ນາບວບ, ເລົ່າໂພໄຊ, ນາໄກ່ເຂ່ຍ, ລຳມະລາດ, ເລົ່າໂພຄຳ, ນາໂບ, ປາກດົງ ແລະ ບ້ານໜອງຜື, ເມືອງຄູນຄຳ ມີ 01 ບ້ານຄື: ບ້ານຜາຊ້າງ, ເມືອງຫີນບູນ ມີ 01 ບ້ານຄື: ບ້ານຄຳແກ້ວ ແລະ ເມືອງໜອງບົກ ມີ 01 ບ້ານຄື: ບ້ານໜອງບົກ.

ເຂດບ້ານເຫຼືອງ ປະກອບມີ 35 ບ້ານ. ໃນນັ້ນ ເມືອງທ່າແຂກມີ 25 ບ້ານຄື: ບ້ານປາກຊີມັງ, ສີວິໄລ, ໜອງບົວຄຳ, ຈອມແຈ້ງ, ວຽງວິໄລ, ຄຳບອນ, ນາຫຍ້າຫວາຍ, ທ່າແຂກກາງ, ຈອມເພັດ, ຈອມທອງ, ມ່ວງສຸມ, ບ້ານຕານ, ໂພນເຍຍນ້ອຍ, ດົງໃຕ້, ຫ້ວຍນາງລີ້, ທ່າແຂກໃຕ້, ບ້ານໂພນ, ຄຳຂີ້ໄກ່, ດອນເຄື່ອນຊ້າງ, ນາເມືອງ, ສົມສະນຸກ, ບ້ານໂຄກເຫັດ, ສັນຕິສຸກ, ສົມສະອາດ ແລະ ບ້ານຖໍ້າ, ເມືອງໜອງບົກ ມີ 02 ບ້ານຄື: ບ້ານໂພນ ແລະ ບ້ານດົງບູນ, ເມືອງເຊບັ້ງໄຟ ມີ02 ບ້ານຄື, ບ້ານນາບຶງ ແລະ ບ້ານສັງ, ເມືອງໄຊບົວ ມີ 01 ບ້ານຄື: ບ້ານສີວິໄລ, ເມືອງບົວລະພາ ມີ 02 ບ້ານຄື: ບ້ານຫຼັງຄັງ ແລະ ທົ່ງຂາມ, ເມືອງມະຫາໄຊມີ 02 ບ້ານຄື: ບ້ານປ່າໜາມ, ບ້ານໂພນສະອາດ ແລະ ເມືອງຍົມມະລາດ ມີ 01 ບ້ານຄື: ບ້ານໂພນໝາດ.
ສ່ວນວ່າພື້ນທີ່ສ່ຽງທີ່ຕ້ອງໄດ້ສືບຕໍ່ເຝົ້າລະວັງລວມມີ 06 ສະຖານທີ່ ປະກອບມີ: ໂຮງໝໍຊຸມຊົນ ບ້ານຄຳແກ້ວ ເມືອງຫີນບູນ, ບໍລິສັດຕັງຈະເລີນ, ຫ້ອງການ ປກສ ເມືອງທ່າແຂກ, ຫ້ອງການປົກຄອງ ເມືອງທ່າແຂກ, ໂຮງງານນໍ້າດື່ມ ກາກະຕ່າຍທອງ ບ້ານນາບົງ ແລະ ຄ້າຍຄຸມຂັງ ຄຳຂີ້ໄກ່.
ມາຮອດປະຈຸບັນນີ້ທົ່ວແຂວງມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 3.201 ຄົນ, ຍິງ 1.241 ຄົນ ເທົ່າກັບ 0,74% ຂອງຈຳນວນປະຊາກອນໃນທົ່ວແຂວງ, ປິ່ນປົວຫາຍດີສະສົມ 2.071 ຄົນ (ສະເພາະມື້ນີ້ປິ່ນປົວຫາຍດີ 17 ຄົນ), ກໍາລັງປິ່ນປົວຢູ່ 1.129 ຄົນ, ຍິງ 195 ຄົນ ແລະ ເສຍຊີວິດສະສົມ 01 ຄົນ.
ການສັກວັກຊິນ ແມ່ນມາດຕະການໜຶ່ງທີ່ຊ່ວຍປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຫຼື ຖ້າຕິດເຊື້ອກໍ່ຈະຊ່ວຍຢັບຢັ້ງບໍ່ໃຫ້ມີອາການຮຸນແຮງ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນກຸ່ມເປົ້າໝາຍໄດ້ມີຄວາມ ຕື່ນຕົວໄປສັກວັກຊິນຕາມຈຸດບໍລິການຕ່າງໆ ທີ່ທາງການໄດ້ກຳນົດ.
ສຳລັບການກວດຫາເຊື້ອຕາມຈຸດຕ່າງໆ ທີ່ຄະນະສະເພາະກິດໄດ້ກຳນົດມີຄື: ໂຮງໝໍແຂວງຄຳມ່ວນ: ເລີ່ມແຕ່ຕອນເຊົ້າແຕ່ເວລາ 9:00 ໂມງ ຫາ 11:30 ໂມງ, ຕອນບ່າຍ 14:00 ໂມງ ຫາ 15:00 ໂມງ ທຸກໆວັນ (ແຕ່ວັນຈັນ ຫາ ວັນອາທິດ). ໂຮງຮຽນມໍຕົ້ນຈອມທອງ: 8:00 ຫາ 11:30 ໂມງ.
ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ, ເປັນທາງການ, ສາມາດຕິດຕາມໄດ້ຈາກ ເຟສບຸກຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງຄຳມ່ວນ ແລະ ເພຈ ເຟສບຸກ ຂອງສື່ທາງການຂອງແຂວງເຊິ່ງປະກອບມີ: ສະຖານີວິທະຍຸກະຈາຍສຽງ ແຂວງຄຳມ່ວນ, khammouane khammouanetv, khammouanenews ສາມາດຮັບຊົມຍ້ອນຫຼັງໄດ້ ແລະ ສາມາດສອບຖາມໄດ້ທີ່ເບີສາຍດ່ວນໂທ 051 165 ແລະ 051 166.