Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສປປລາວ ຮຽນຮູ້ແລະຜັນຂະຫຍາຍບົດຮຽນການລຶບລ້າງຄວາມທຸກຍາກຂອງ ສປ ຈີນ

Posted on 20/04/202220/04/2022 By ປະກາດ Pakaad No Comments on ສປປລາວ ຮຽນຮູ້ແລະຜັນຂະຫຍາຍບົດຮຽນການລຶບລ້າງຄວາມທຸກຍາກຂອງ ສປ ຈີນ

ບົດຮຽນລຶບລ້າງຄວາມທຸກຍາກຂອງ ສປ ຈີນ ຕ້ອງໄດ້ຖອດຖອນ ແລະຜັນຂະຫຍາຍ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ບົດຮຽນ ການລຶບລ້າງຄວາມທຸກຍາກຂອງຈີນ ທີ່ຖືກປະກາດໃນການສະເຫລີມ ສະຫລອງ 100 ປີຂອງການສ້າງຕັ້ງພັກຄອມມູນິດຈີນ, ຈະຕ້ອງໄດ້ ຖອດຖອນບົດຮຽນ ແລະ ຜັນຂະຫຍາຍ ເພາະເປັນບົດຮຽນອັນດີ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະກໍາມາທິການຮ່ວມມື ລາວ-ຈີນ ໄດ້ສະແດງຄໍາເຫັນ ໃນຂະນະທີ່ໃຫ້ສໍາພາດຕໍ່ນັກຂ່າວ CRI ຫວ່າງບໍ່ດົນມານີ້ ກ່ຽວກັບໝາກຜົນ ການຮ່ວມມືລາວ-ຈີນໃນການລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາຈົນ ເຖິງປັດຈຸບັນ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງພັກ ແລະ ລັດຖະບານຈີນ ໃນການຊ່ວຍເຫລືືອປະຊາກອນຜູ້ທຸກຍາກເກືອບ 100 ລ້ານຄົນ ຈຳນວນ 832 ເມືອງ ໃຫ້ຫລຸຸດພົ້ນອອກຈາກຄວາມທຸກຍາກ ເຊິ່ງ ເປັນຜົນສໍາເລັດທີ່ຍິ່ງໃຫຍ່ ແລະ ເປັນບົດຮຽນສໍາຄັນໃຫ້ແກ່ບັນດາປະເທດ ຕ່າງໆ ລວມທັງປະເທດລາວ. ໃນເວລາທີ່ ສປ ຈີນສະເຫລີີມສະຫລອງ 100 ປີ ຂອງການສ້າງຕັ້ງພັກຄອມມູນິດຈີນ ແລະ ປະກາດໄຊຊະນະໃນການປະກາດ ລຶບລ້າງຄວາມທຸກຍາກໄດ້ເກືອບ 100 ລ້ານຄົນ.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທັດສະນະວ່າ: ຫລາຍປະເທດໃນໂລກກໍ່ໄດ້ມີການພັດທະນາແລ້ວ ແຕ່ພັດຍັງມີໄພວ່າງງານ ແລະ ຍັງມີຄົນທຸກຍາກຢູ່. ສະນັ້ນ, ຄວາມໝາຍຂອງການແກ້ໄຂຄວາມທຸກ ຍາກນີ້, ແມ່ນທຸກຄົນມີວຽກເຮັດງານທຳ. ນອກນັ້ນ, ບັນຫາໃນສັງຄົມ ປັດຈຸບັນນີ້ມັນເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະວິກິດພະຍາດ ໂຄວິດ-19. ສະນັ້ນ, ຄິດວ່າການພັດທະນາຊົນນະບົດຂອງຈີນຈະເປັນຂໍ້ມູນ ແລະ ບົດຮຽນສໍາຄັນທີ່ຈະຕ້ອງໄດ້ຖອດຖອນບົດຮຽນ ແລະ ຜັນຂະຫຍາຍ.

ທ່ານຮອງນາຍົກ ກ່າວຕື່ມວ່າ: ປະສົບການຂອງຈີນໃນການລຶບລ້າງ ຄວາມທຸກຍາກບໍ່ເປັນພຽງແຕ່ຄໍາເວົ້າເທົ່ານັ້ນ, ຫາກໄດ້ມີການຈັດຕັ້ງ ປະຕິບັດ ແລະ ເປັນສ່ວນສໍາຄັນໃນວຽກງານລຶບລ້າງຄວາມທຸກຍາກ ຂອງລາວ. ໃນນັ້ນມີໂຄງການ 4 ຄູນ 100, ເຊິ່ງລັດຖະບານລາວ ກໍ່ໄດ້ນໍາໃຊ້ ທຶນຊ່ວຍເຫລືືອຂອງ ສປ ຈີນ ມາພັດທະນາບ້ານຕົວແບບ ລວມທັງຜູ້ທີ່ ໄດ້ຮັບຜົນກະທົບຈາກເສັ້ນທາງລົດໄຟ ເຊິ່ງມາຮອດປັດຈຸບັນ ແມ່ນໄດ້ສ້າງ ເກືອບສໍາເລັດແລ້ວໃນ 4 ຈຸດຄື: ນາເຕີຍ ແຂວງຫລວງນໍ້າທາ 1 ຈຸດ, ນາໝໍ້, ແຂວງຫລວງນໍ້າທາ 2 ຈຸດ ແລະ ບ້ານລ້ອງອໍ້ ນະຄອນຫລວງພະບາງ. ບ້ານພັດທະນາເຫລົ່ົ່ານີ້ປະກອບດ້ວຍເສັ້ນທາງເບຕົງເຂົ້າບ້ານ, ເຮືອນ ມີການຈັດສັນເປັນລະບົບ, ມີໂຮງຮຽນ, ໂຮງໝໍນ້ອຍ, ຫ້ອງການບ້ານ ແລະ ຕະຫຼາດພາຍໃນຊຸມຊົນ. ນອກຈາກນີ້ແລ້ວ ຍັງມີໂຄງການພັດທະນາ ຊົນນະບົດຢູ່ບ້ານຊໍ້, ນະຄອນຫລວງວຽງຈັນ, ຢູ່ບ້ານຊຽງລ້ອມ ຫລວງພະບາງ ແລະ ບ້ານທ່າດອກຄໍາ, ໄລຍະຕໍ່ໄປທຶນດັ່ງກ່າວກໍ່ຈະສືບຕໍ່ ຈັດຕັ້ງປະຕິບັດຕໍ່ໄປເປັນເທື່ອລະກ້າວ.

ໃນມຸມມອງຂອງທ່ານ ສອນໄຊ ສີພັນດອນ ຍັງສັງເກດວ່າ: ໃນບັ້ນຮົບ ການລຶບລ້າງຄວາມທຸກຍາກຂອງ ສປ ຈີນ, ໄດ້ມີການປະດິດສ້າງທິດສະດີ ໃໝ່ ເຊັ່ນການລຶບລ້າງຄວາມທຸກຍາກແບບມີຈຸດສຸມ, ໜຶ່ງຄົນຕໍ່ໜຶ່ງ ຄອບຄົວເປັນຕົ້ນ, ເຊິ່ງທິດສິດີໃໝ່ເຫລົ່ານີ້ ເປັນບົດຮຽນໃໝ່ໃນການ ຈັດຕັ້ງປະຕິບັດວຽກງານລຶບລ້າງຄວາມທຸກຍາກຢູ່ປະເທດລາວ.

“ຂ້າພະເຈົ້າ ເຄີຍໄປປຶກສາກັບຊ່ຽວຊານສະເພາະດ້ານລຶບລ້າງຄວາມທຸກຍາກຂອງຈີນ ເຊິ່ງພວກເຂົາໃຫ້ບົດຮຽນວ່າໄດ້ມອບໝາຍໃຫ້ພະແນກການຮັບຜິດຊອບ ຂອງອົງກອນໜຶ່ງຄົນຕໍ່ໜຶ່ງຄອບຄົວ ເພື່ອໄປຊ່ວຍວາງແຜນ, ຊ່ວຍອອກ ຄໍາຄິດເຫັນ, ຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງແຫລ່່ງທຶນ ແລະ ຊ່ວຍຂາຍສິນຄ້າ. ອັນນີ້ຖືວ່າເປັນບົດຮຽນອັນດີຫລາຍ ແລະ ທາງລັດຖະບານຈະແບ່ງຄວາມ ຮັບຜິດຊອບໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນ ເຂົ້າສູ່ບ້ານທຸກຍາກ ແລະຄອບຄົວທຸກຍາກ”.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ຜູ້ຕິດເຊື້ອໃໝ່ ຫຼາຍກວ່າ 73% ແມ່ນຢູ່ ນະຄອນຫຼວງວຽງຈັນ
Next Post: ລາຄາແອັດຊັງລົງ ແຕ່ກາຊວນຂຶ້ນ

Related Posts

ພະຍາກອນອາກາດ ປະຈໍາວັນທີ 16 ພຶດສະພາ 2022 Featured
ຕິດເຊື້ອໃນຊຸມຊົນ 2 ນໍາເຂົ້າ 104 Featured
ເມືອງສອງຄອນ ກວດພົບແຮງງານ ຕິດເຊື້ອ 17 ຄົນ ພາຍຫຼັງອອກຈາກສູນຂັ້ນແຂວງ Featured
ຄັກສຸດ! foodpanda ໄດ້ເປີດໂຕ pandamart ສາຂາທຳອິດ ໃນ ສປປ ລາວ ຈັດສົ່ງເຄື່ອງໃຊ້ຂອງສອຍພາຍໃນ 25 ນາທີ Featured
ພະຍາກອນອາກາດ ປະຈໍາວັນທີ 25 ພຶດສະພາ 2022 Featured
ຊີ້ແຈງຄືນ ກ່ຽວກັບເອກະສານພາຍໃນ ທີ່ຖືກຕີແຜ່ທາງສື່ອ່ອນລາຍ ໃນການເພີ່ມການປ້ອງກັນຄວາມສະຫງົບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme