Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຕິດເຊື້ອຍັງເພີ່ມຂຶ້ນຫຼາຍລາຍງານໂຄວິດມື້ນີ້

Posted on 09/10/202109/10/2021 By ປະກາດ Pakaad No Comments on ຕິດເຊື້ອຍັງເພີ່ມຂຶ້ນຫຼາຍລາຍງານໂຄວິດມື້ນີ້

ລາຍງານຈາກ ເພຈຄະນະສະເພາະກິດ ເຊົ້າວັນທີ 9 ຕຸລາ 2021 ນີ້ວ່າ: ໃນວັນທີ 8/10/21 ໄດ້ກວດວິເຄາະທັງໝົດ 5081 ຕົວຢ່າງ, ນະຄອນຫຼວງ 2074 ຕົວຢ່າງ, ສະຫວັນນະເຂດ 317, ຈໍາປາສັກ 344.

ຜົນຂອງການກວດ ແມ່ນພົບເຊື້ອ 425 ຕົວຢ່າງ, ໃນນີ້ມີນໍາເຂົ້າ 6 ກໍລະນີ ແລະ ຕິດເຊື້ອພາຍໃນຊຸມຊົນ 419 ກໍລະນີ. ໃນນີ້ມີຜູ້ເສຍຊີວິດໃໝ່ 2 ກໍລະນີ.

ລາຍລະອຽດຂອງແຕ່ລະແຂວງມີຄື: ນະຄອນຫຼວງ ມີທັງໝົດ 278 ກໍລະນີ, ໃນນີ້ ມີ ນໍາເຂົ້າ 5​ ກໍລະນີ ແລະ ຕິດໃນຊຸມຊົນ 273 ກໍລະນີ. ແຂວງຫຼວງພະບາງມີທັງໝົດ 51 ກໍລະນີໃນຊຸມຊົນ, ແຂວງບໍ່ແກ້ວມີ 18 ກໍລະນີ, ໃນນີ້ ມາຈາກ ເຂດພິເສດ 1 ກໍລະນີ, ເມືອງຕົ້ນເຜິ້ງ 13 ກໍລະນີ ແລະ ເມືອງຫ້ວຍຊາຍ 4 ກໍລະນີ.

ແຂວງວຽງຈັນ ຕິດໃນຊຸມຊົນ ທັງໝົດ 19 ກໍລະນີ, ແຂວງຫຼວງນໍ້າທາມີທັງໝົດ 7 ກໍລະນີ ທີ່ຕິດໃນຊຸມຊົນ, ແຂວງຊຽງຂວາງຕິດໃນຊຸມຊົນ 2 ກໍລະນີ, ແຂວງບໍລິຄໍາໄຊ ຕິດໃນຊຸມຊົນ 13​ ກໍລະນີ, ແຂວງຄໍາມ່ວນ ມີທັງໝົດ 6 ກໍລະນີ ທີ່ຕິດໃນຊຸມຊົນ, ແຂວງສາລະວັນ ຕິດໃນຊຸມຊົນ 3 ກໍລະນີ, ແຂວງສະຫວັນນະເຂດ ມີທັງໝົດ 21 ໃນນີ້ມີ ນໍາເຂົ້າ 1​ ກໍລະນີ, ຕິດໃນຊຸມຊົນ 21 ກໍລະນີ ແລະ ແຂວງຈໍາປາສັກ ຕິດໃນຊຸມຊົນ ຈໍາປາສັກ: 7 (ຊຸມຊົນ).

ສ່ວນລາຍລະອຽດ ຄົນທີ່ເສຍຊີວິດຈະແຈ້ງໃຫ້ຮູ້ພາຍຫຼັງ.

Featured, ຂ່າວສານບ້ານເມືອງ, ໂຄວິດ-19

Post navigation

Previous Post: ຄໍາສັ່ງສະບັບໃໝ່ຂອງແຂວງຈໍາປາສັກ
Next Post: ຂໍ້ມູນຜູ້ເຄາະຮ້າຍກໍລະນີທີ 25ແລະ26

Related Posts

ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ກໍານົດລາຄາຂາຍເຂົ້າ ຂ່າວສານບ້ານເມືອງ
ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021 Featured
ການຄຸ້ມຄອງໃບຂັບຂີ່ຍານພະຫະນະຂົນສົ່ງທາງບົກ Featured
ເມືອງວຽງທອງມອບເງິນນະໂຍບາຍອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ມີຜົນງານໃນພາລະກິດຮັບໃຊ້ປະເທດຊາດ ຂ່າວສານບ້ານເມືອງ
ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ນະຄອນຫລວງວຽງຈັນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງອ້ອມຂ້າງສູນກາງ ຂ່າວສານບ້ານເມືອງ
ພຣູເດັນໂຊລ໌ ລາວ ເປີດການນໍາໃຊ້ແອັບ Pulse by Prudential Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme