Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທະນາຄານແຫ່ງ ສປປລາວ ອອກແຈ້ງການ ເລື່ອງເງິນຄຣິບໂຕ

Posted on 18/08/202118/08/2021 By ປະກາດ Pakaad No Comments on ທະນາຄານແຫ່ງ ສປປລາວ ອອກແຈ້ງການ ເລື່ອງເງິນຄຣິບໂຕ

ຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເລກທີ 456/ຫກ, ລົງວັນທີ 11 ສິງຫາ 2021 ເລື່ອງການຊື້-ຂາຍ ແລະ ການຮັບຊໍາລະດ້ວຍເງິນຄຣິບໂຕ ມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດຊາບວ່າ:

ໃນປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເພື່ອແຈ້ງເຕືອນໃຫ້ປະຊາຊົນມີສະຕິລະວັງຕົວໃນການຊື້-ຂາຍ ແລະ ຫຼີກລ່ຽງການຮັບຊໍາລະດ້ວຍເງິນຄຣິບໂຕ ຊຶ່ງມາຮອດປັດຈຸບັນແມ່ນຍັງເຫັນມີກຸ່ມຄົນຈໍານວນໜຶ່ງໃນສັງຄົມລາວມີການຊື້-ຂາຍເງິນຄຣິບໂຕຜ່ານແພລດຟອມ (Platform) ຕ່າງປະເທດ ເປັນຕົ້ນແມ່ນ Binance. ນອກຈາກນີ້, ຍັງປະກົດເຫັນວ່າ ມີການຮັບຊໍາລະຄ່າສິນຄ້າ ແລະ ຄ່າບໍລິການດ້ວຍເງິນຄຣິບໂຕໃນຮ້ານຄ້າຈໍານວນໜຶ່ງ. ສະນັ້ນ, ຫ້ອງການ ທະນາຄານແຫ່ງ ສປປ ລາວ ຈຶ່ງຂໍແຈ້ງມາຍັງທ່ານດັ່ງນີ້:

1. ເງິນຄຣິບໂຕ ບໍ່ແມ່ນເງິນ ແລະ ບໍ່ແມ່ນເຄື່ອງມືທີ່ສາມາດໃຊ້ຊໍາລະໄດ້ຕາມກົດໝາຍຂອງ ສປປ ລາວ, ຊຶ່ງເຄື່ອງມືການຊໍາລະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງກົດໝາຍວ່າດ້ວຍ ລະບົບການຊໍາລະ ປະກອບມີ: ເງິນສົດ, ບັດ, ແຊັກ, ເງິນໂອນ ແລະ ເງິນເອເລັກໂຕຣນິກ.

2. ການລົງທຶນ ຫຼື ຊື້-ຂາຍເງິນຄຣິບໂຕ, ປະຊາຊົນຄວນມີສະຕິລະມັດລະວັງ ແລະ ສຶກສາຂໍ້ມູນໃຫ້ລະອຽດເລິກເຊິ່ງ ເພາະວ່າເງິນຄຣິບໂຕມີຄວາມສ່ຽງຫຼາຍດ້ານ ເປັນຕົ້ນແມ່ນຄວາມສ່ຽງດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຄວາມສ່ຽງດ້ານລາຄາທີ່ຜັນຜວນສູງ, ຄວາມສ່ຽງດ້ານເຕັກໂນໂລຊີ ແລະ ອາດເປັນຊ່ອງທາງຂອງກຸ່ມຄົນບໍ່ດີໃຊ້ເພື່ອຫຼອກລວງ ຫຼື ສໍ້ໂກງປະຊາຊົນໄດ້.

3. ແພລດຟອມຕ່າງປະເທດທີ່ໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ ແມ່ນບໍ່ຖືກຮັບຮູ້ ແລະ ບໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ, ກໍລະນີເກີດມີການສໍ້ໂກງ ຫຼື ຄວາມສ່ຽງໃນດ້ານຕ່າງໆຈະບໍ່ສາມາດຮ້ອງປ້ອງພາກສ່ວນກ່ຽວຂ້ອງເພື່ອດຳເນີນຄະດີຕໍ່ພາກສ່ວນດັ່ງກ່າວໄດ້. ກໍລະນີພົບເຫັນການເຄື່ອນໄຫວທີ່ບໍ່ສອດຄ່ອງກັບແຈ້ງການສະບັບນີ້ ສາມາດແຈ້ງ ຫຼື ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ພະແນກກວດກາລະບົບຊຳລະ, ກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປ ລາວ ທີ່ເບີໂທລະສັບ: 021 253596.

ແຈ້ງການສະບັບນີ້ ແມ່ນແຈ້ງປ່ຽນແທນແຈ້ງການສະບັບເລກທີ 314/ຫກ, ລົງວັນທີ 29 ສິງຫາ 2018. ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ມີສະຕິລະມັດລະວັງໃນການຊື້-ຂາຍເງິນຄຣິບໂຕຢູ່ແພລດຟອມຕ່າງປະເທດ ແລະ ຫຼີກລ່ຽງການຊໍາລະ ແລະ ຮັບຊຳລະດ້ວຍເງິນຄຣິບໂຕ.

ຂ່າວ: ສັນຕິ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

Featured, ລັດຖະບານ, ເຕືອນໄພ, ແຈ້ງການ​

Post navigation

Previous Post: ຝົນຈະຕົກທົ່ວທຸກພາກ ພະຍາກອນອາກາດ ເຊົ້າວັນທີ 16 ສິງຫາ 2021
Next Post: ສປປ ລາວ ສັກວັກຊິນ ມີຄວາມຄືບໜ້າຕາມເປົ້າທີ່ຕັ້ງໄວ້

Related Posts

ຟ້າວຈອງດ່ວນ! ເປີດຕົວສະມາດໂຟນ OPPO A93 ແລ້ວ ມັດຈໍາພຽງ 1 ແສນກີບເທົ່ານັ້ນ Featured
ບ້ານເຂດແດງ ນະຄອນຫຼວງວຽງຈັນ 30​ ສິງຫາ 2021 ມີ 13 ບ້ານ ໃນ 4 ເມືອງ Featured
ສະພາບໂຄວິດມື້ນີ້ຕິດເພີ່ມ 916 ເສຍຊີວິດ 7 Featured
ເຈົ້າເມືອງເຊໂປນອອກຄໍາສັ່ງ (ຜ່ອນຜັນ) Featured
ຂ່າວເສົ້າຈາກແຂວງຫຼວງພະບາງ Featured
ທ່ານອຸປະທູດການາດາເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງສະຫວັນນະເຂດ ພ້ອມປຶກສາຫາລືການພັດທະນາເສດຖະກິດ-ສັງຄົມຂອງແຂວງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme