Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມຈະເຮັດໃຫ້ໜາວເຢັນລົງຕື່ມອີກ

Posted on 01/11/202101/11/2021 By ປະກາດ Pakaad No Comments on ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມຈະເຮັດໃຫ້ໜາວເຢັນລົງຕື່ມອີກ

ພະຍາກອນອາກາດ ເວລາ 7:00 ໂມງເຊົ້າວັນທີ 1 ພະຈິກ 2021 ເຖິງເວລາ 7:00 ໂມງເຊົ້າວັນທີ 2 ພະຈິກ 2021.

ມວນອາກາດເຢັນທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໄດ້ສືບຕໍ່ ເພີ່ມກໍາລັງແຮງຂຶ້ນຕື່ມອີກ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຍັງເຢັນຫາໜາວເຢັນລົງຕື່ມອີກ ພ້ອມ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາປານກາງ ຢູ່ເຂດພາກ ເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ, ສ່ວນພາກກາງ ແລະພາກໃຕ້ ອາກາດເຢັນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນພຽງເລັກນ້ອຍ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 14-24 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນລົງຕື່ມອີກ ແລະຍັງຈະມີຝົນ ຕົກໃນລະດັບຄ່ອຍ ຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນ ລະຫວ່າງ 17-31 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ແລະຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 23-31 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງວຽງ ຈັນ ແລະ ບໍລິຄໍາໄຊ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງ ພາກ, ອຸນຫະພູມໃນລະຫວ່າງ 22-31 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງແຂວງ, ອຸນຫະພູມໃນ ລະຫວ່າງ 14-25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ແລະຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 22-32 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບ ຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%, ອຸນຫະພູມໃນລະ ຫວ່າງ 14-24 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຫຼວງພະບາງກັບມາອີກແລ້ວເພີ່ມ102ຄົນມື້ນີ້
Next Post: ຈາກໄປອີກສອງຄົນຕິດເພີ່ມ685ຄົນ

Related Posts

ຂ່າວດ່ວນ! ກະຊວງການເງິນ ສັ່ງໂຈະການຈຳໜ່າຍ ຫວຍພັດທະນາຊ່ອງທາງອ່ອນລາຍ ທີ່ບໍ່ໄດ້ຮັບອະນຸຍາດ! Featured
ຖໍ້າກອງລໍ ສາຍນໍ້າຫີນບູນ ໄຫຼຜ່ານອຸໂມງທີ່ງົດງາມ Featured
ເລຂາທິການໃຫຍ່ ພັກປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ Featured
ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021 Featured
ປີນີ້ບຸນອອກພັນສາແລະໄຫຼເຮືອໄຟທີ່ຫຼວງພະບາງໂຈະກ່ອນເດີ Featured
ຕິດເພີ່ມ 76 ຄົນ (ຊຸມຊົນ 2 ນໍາເຂົ້າ 74) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme