Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຝົນຈະຕົກທົ່ວທຸກພາກ ພະຍາກອນອາກາດ ເຊົ້າວັນທີ 16 ສິງຫາ 2021

Posted on 16/08/202116/08/2021 By ປະກາດ Pakaad No Comments on ຝົນຈະຕົກທົ່ວທຸກພາກ ພະຍາກອນອາກາດ ເຊົ້າວັນທີ 16 ສິງຫາ 2021

ພະຍາກອນອາກາດ ປະຈໍາວັນທີ 16 ສິງຫາ 2021
ເວລາ 7:00 ໂມງ.

ຄວາມກົດດັນອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ ຊຶ່ງຍັງຈະເຮັດໃຫ້ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອ ແລະ ພາກກາງ. ສໍາລັບລະດັບແມ່ນໍ້າສາຂາ ແມ່ນໃຫ້ສືບຕໍ່ ເຝົ້າລະວັງ ນໍ້າຊອງ ແລະ ນໍ້າຊັນ ເນື່ອງຈາກວ່າ ຝົນຍັງຈະສືບຕໍ່ຕົກ ໃນລະດັບປານກາງ ຫາ ຕົກໜັກ ຊຶ່ງຈະເຮັດໃຫ້ລະດັບແມ່ນໍ້າສາຂາ ຍັງຈະສືບຕໍ່ສູງຂຶ້ນຕື່ມອີກ, ດັ່ງນັ້ນ ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແຄມແມ່ນໍ້າຊອງ ແລະ ນໍ້າຊັນ ຈົ່ງມີສະຕິຕໍ່ສະພາບ ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ເກັບມ້ຽນວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງ ຜົນລະປູກໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມ ການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

– ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 19-30 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 23-32 ອົງສາ.

– ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 25-31 ອົງສາ.

– ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກ ໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມ ໃນລະຫວ່າງ 22-32 ອົງສາ.

– ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງແຂວງ, ອຸນຫະພູມ ໃນລະຫວ່າງ 18-25 ອົງສາ.

– ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 21-30 ອົງສາ.

– ສໍາລັບເຂດພູພຽງບໍລະເວນ: ຍັງຈະມີຝົນຕົກໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 15-25 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ກະລຸນາອ່ານແລະແຊ ຂໍ້ຕົກລົງ ປະເພດໄມ້ ໃນ ສປປ ລາວ
Next Post: ທະນາຄານແຫ່ງ ສປປລາວ ອອກແຈ້ງການ ເລື່ອງເງິນຄຣິບໂຕ

Related Posts

ພະຍາກອນອາກາດ ປະຈໍາວັນທີ 25 ພຶດສະພາ 2022 Featured
ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ Featured
ພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ Featured
ລັດຖະບານລາວ ແລະ ສະຫະພາບ ເອີຣົບ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ Featured
ມື້ນີ້ເພີ່ມພັນສີ່ສິບເກົ້າຄົນທົ່ວປະເທດ Featured
ເສຍຊີວິດເພີ່ມ 1 ຕິດເຊື້ອເພີ່ມ 116 ຄົນ (ຊຸມຊົນ 2) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme