Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສາມເມືອງ ນະຄອນຫຼວງວຽງຈັນ ໃຫ້ໂຕ່ງນໍ້າໄວ້ ມີການສ້ອມແປງນໍ້າປະປາ

Posted on 21/02/202221/02/2022 By ປະກາດ Pakaad No Comments on ສາມເມືອງ ນະຄອນຫຼວງວຽງຈັນ ໃຫ້ໂຕ່ງນໍ້າໄວ້ ມີການສ້ອມແປງນໍ້າປະປາ

ລັດວິສາຫະກິດ ນ້ໍາປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງປ່ຽນຖ່າຍຊຸດອຸປະກອນ ລະບົບ LPC ທີ່ຄວບຄຸມອ່າງຕອງຊາຍ ຂອງໂຮງງານຜະລິດນ້ໍາປະປາດົງຫນາກຄາຍ, ໃນວັນທີ 22 ກຸມພາ 2022 (ເວລາ 09: 00 ໂມງ ຫາ 16: 00 ໂມງ)

ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ໍາອອກຄ່ອຍ ຫາ ບໍ່ມີນໍ້າໃນບາງເຂດຂອງ ເມືອງໄຊທານີ, ເມືອງຈັນທະບູລີ ແລະ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ.

ກ່ຽວກັບໃນໄລນະການສ້ອມແປງດັ່ງກ່າວ ລັດວິສາຫະກິດ ນ້ໍາປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ໍາປະປາ ຈົ່ງກະກຽມໂຕ່ງນ້ໍາ ແລະ ກັກເກັບນ້ໍາໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງ ປະກອບມີ:

ເມືອງໄຊທານີ: ບ້ານໂພນຄໍາ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງຫນາກຄາຍ, ດອນຕິ້ວ, ດອນຫນູນ, ດົງສ້າງຫີນ, ໄຊສະຫວ່າງ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ຫນອງວຽງຄໍາ, ຫ້ວຍແດນເມືອງ, ວຽງແກ້ວ, ນາທົ່ມ, ຫນອງພະຍາ, ດົງໂດກ, ຕານມີໄຊ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄໍາຮຸ່ງ ແລະ ສີວິໄລ

ເມືອງຈັນທະບູລີ: ບ້ານຫ້ວຍຫົງ, ຫນອງທາເຫນືອ, ຫນອງທາໃຕ້, ຈອມມະນີ ແລະ ໂພນສະຫວ່າງ ແລະ

ເມືອງໄຊເສດຖາ: ບ້ານຫນອງຫນ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ ແລະ ໂຊກໃຫຍ່

Featured, ແຈ້ງການ​

Post navigation

Previous Post: ແຂວງໄຊຍະບູລີ ຕົວເລກສູງທີ່ສຸດມື້ນີ້
Next Post: ລາວຜ່ານເຂົ້າຮອບຮອງ AFF U23 ຫຼັງຊະນະມາເລເຊຍ 2-0

Related Posts

ຫາລືການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້ານ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ Featured
ຝົນແລະຄວາມເຢັນຍັງປົກຄຸມທົ່ວປະເທດ Featured
ເຈົ້າໜ້າທີດ່ານພາສີສາກົນນໍ້າພາວ ຢຶດ – ທຳລາຍສີນຄ້ານຳເຂົ້າແບບບໍ່ຖືກຕ້ອງ Featured
ສປປ ລາວ ມີຄົນຕິດເຊື້ອໂຄວິດ-19 ເສຍຊີວິດ 700 ຄົນແລ້ວ Featured
ເຟສບຸກສະໜັບສະໜູນຜູ້ປະກອບທຸລະກິດຈັດທ່ອງທ່ຽວທີ່ປອດໄພຈາກ ໂຄວິດ 19 Featured
ແຂວງຫຼວງພະບາງຕົວເລກຊຸມຊົນແຊງນະຄອນຫຼວງວຽງຈັນແລ້ວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme