Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສປປລາວ ຫາລືກຽມຄວາມພ້ອມ ເປັນປະທານກອງປະຊຸມອາຊຽນ ປີ 2024

Posted on 15/07/202215/07/2022 By ປະກາດ Pakaad No Comments on ສປປລາວ ຫາລືກຽມຄວາມພ້ອມ ເປັນປະທານກອງປະຊຸມອາຊຽນ ປີ 2024

ກອງປະຊຸມປຶກສາຫາລື ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ວັນທີ 15 ກໍລະກົດ 2022, ສູນ ICTC

ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມປຶກສາຫາລື ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ ແລະ ພະນັກ ງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ.

ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທີ 1 ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016 ແລະ ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ອີກ ເປັນຄັ້ງທີ 3 ໃນປີ 2024. ກອງປະ ຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກຳມະການຊີ້ນຳລະດັບຊາດ ເພື່ອປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ການເປັນປະທານອາຊຽນ ໃນປີ 2024 ເປັນຕົ້ນແມ່ນການຜັນຂະ ຫຍາຍ ຂໍ້ຕົກລົງຂອງທ່ານນາຍົກລັດຖະ ມົນຕີ ວ່າດ້ວຍ ການແຕ່ງຕັ້ງຄະນະກຳ ມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ເຊິ່ງໃນນີ້ກອງປະຊຸມໄດ້ຮັບຊາບການແຕ່ງຕັ້ງ 13 ອະນຸກຳມະການຮັບຜິດຊອບວຽກງານສະເພາະ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຈາກບັນດາກະຊວງຂະ ແໜງທີ່ກ່ຽວຂ້ອງ ກ່ຽວກັບການສຳຫຼວດກວດກາຄືນຄວາມພ້ອມໃນເບື້ອງຕົ້ນຂອງຂະແໜງການຕົນ ເຊັ່ນ: ວຽກງານເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ(ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາ ຄົມວັດທະນະທຳ-ສັງຄົມ), ວຽກງານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫົງບ, ວຽກງານາດ້ານພະລາທິການ ແລະ ພິທີການ ໂດຍສະເພາະ ການກະກຽມຄວາມພ້ອມຂອງສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາ, ວຽກງານດ້ານພາຫະນະ, ດ້ານງົບປະມານ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານ ໄດ້ມອບໝາຍໃຫ້ບັນດາອະນຸກຳມະການເລີ່ມກະກຽມວຽກທີ່ເຫັນວ່າມີຄວາມຈຳເປັນຮີບດ່ວນນັບແຕ່ດຽວນີ້ເປັນຕົ້ນໄປ ໂດຍສະເພາະ ໃຫ້ພາກສ່ວນຮັບຜິດຊອບເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ ເລີ່ມປຶກສາຫາລືເພື່ອລະດົມຄວາມຄິດ ກ່ຽວກັບ ຄຳຂັວນ (Theme), ກາໝາຍ (Logo) ແລະ ບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມນີ້, ກໍ່ໃຫ້ພາກສ່ວນຮັບຜິດຊອບພະລາທິການ ແລະ ພິທີການເລີ່ມສຳຫຼວດຕົວຈິງ ແລະ ເກັບກຳບັນຊີບັນດາໂຮງແຮມສຳລັບຄະນະຜູ້ແທນທີ່ຈະມາພັກເຊົາໃນໄລຍະເຂົ້າຮ່ວມກອງປະຊຸມ ແລະ ສະຖານທີ່ປະຊຸມ ເປັນຕົ້ນ. ນອກນີ້, ກໍ່ສະເໜີໃຫ້ບັນດາພາກສ່ວນອື່ນໆເລີ່ມປຶກສາຫາລື ແລະ ດຳເນີນການຕາມໜ້າວຽກຂອງຕົນ, ແລະ ລາຍງານຄວາມຄືບໜ້າໃຫ້ກອງປະຊຸມຄັ້ງຕໍ່ໄປຊາບ.

ການເປັນປະທານອາຊຽນຂອງ ສປປ ລາວ ຈະເລີ່ມແຕ່ວັນທີ 1 ມັງກອນ – 31 ທັນວາ 2024.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ສະຖານີລົດໄຟລາວຈີນ ນະຄອນຫຼວງ ຍອມຮັບບັນຫາ ທີ່ເກີດຂຶ້ນພ້ອມແກ້ໄຂ
Next Post: ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ

Related Posts

ເສຍຊີວິດໃໝ່ 9 ຄົນ ຕິດເຊື້ອເພີ່ມ 999 ຄົນ Featured
ພາກກາງພາກໃຕ້ມີຝົນຕົກຟ້າເຫຼື້ອມ Featured
ສະພາບ ໂຄວິດ-19 ມື້ນີ້ ຕິດເຊື້ອໃນຊຸມຊົນ 2 ແລະ ນໍາເຂົ້າ 54 Featured
#ເຕືອນໄພດ່ວນ! ເຂື່ອນໄຟຟ້ານ້ຳອູ 1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 Featured
ສືບຕໍ່ມາດຕະການອີກ 15ມື້ Featured
ໃນວັນທີ່ 08 ກໍລະກົດ 2022 POW ລົງນາມ MOU ຮ່ວມກັບ BIGBLUE Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme