Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລັດຖະບານ ຍີ່ປຸ່ນ ມອບວັກຊິນປ້ອງກັນພະຍາດ ໂຄວິດ-19 ໃຫ້ ລາວ 616.820 ໂດສ

Posted on 05/08/202105/08/2021 By ປະກາດ Pakaad No Comments on ລັດຖະບານ ຍີ່ປຸ່ນ ມອບວັກຊິນປ້ອງກັນພະຍາດ ໂຄວິດ-19 ໃຫ້ ລາວ 616.820 ໂດສ

ຂປລ. ລັດຖະບານ ຍີ່ປຸ່ນ ໄດ້ມອບວັກຊິນກັນພະຍາດໂຄວິດ-19 ແອສຕາເຊເນກາ (AstraZeneca) ຈຳນວນ 616.820 ໂດສ ໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການເພື່ອການເຂົ້າເຖິງວັກຊິນໂຄວິດ-19 ຫລື COVAX Facility ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນພາລະກິດການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ພິທີມອບ-ຮັບ ວັກຊິນດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 5 ສິງຫາ 2021 ທີ່ສະໜາມບິນສາກົນວັດໄຕ ເຊິ່ງໃຫ້ກຽດຕາງໜ້າລັດຖະບານຍີ່ປຸ່ນມອບໂດຍ ທ່ານ ທາເກວາກະ ເຄອິໂຊະ ເອກອັກຄະຣາຊາທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຕາງໜ້າລັດຖະບານລາວ ຮັບໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໂດຍມີຄະນະນຳຈາກບັນດາກະຊວງ, ຜູ້ຕາງໜ້າຈາກອົງການອຸຍນີເຊັບ ປະຈຳ ລາວ, ຮັກສາການຜູ້ຕາງໜ້າຈາກ ອົງການອານາໄມໂລກ ປະຈຳ ລາວ, ບັນດາທູດຕາງໜ້າຜູ້ໃຫ້ທຶນ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ວັກຊິນຈຳນວນດັ່ງກ່າວ ຈະປະກອບສ່ວນເຂົ້າໃນການສັກໃຫ້ກັບປະຊາຊົນລາວ ຈຳນວນ 300.000 ກວ່າຄົນ. ທ່ານ ທາເກວາກະ ເຄອິໂຊະ ກ່າວວ່າ: ການຊ່ວຍເຫລືອວັກຊິນຄັ້ງນີ້ ເຊິ່ງຜະລິດໃນປະເທດຍີ່ປຸ່ນ ຈະເປັນອີກໜຶ່ງກຳລັງແຮງ ໃນການຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊິນໃຫ້ໄດ້ 50% ຂອງຈໍານວນປະຊາກອນພາຍໃນທ້າຍປີ 2021.

ຍີ່ປຸ່ນ ມີຄວາມຕັ້ງໃຈປະກອບສ່ວນ ແລະ ໃຫ້ການສະໜັບສະໜູນໃນຫລາຍໆຮູບແບບ ເພື່ອເພີ່ມທະວີເຂົ້າໃນການຕ້ານ, ຄວບຄວມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອວັກຊິນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້, ເປັນການສະແດງເຖິງຄວາມພະຍາມຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ເຊິ່ງໄລຍະຜ່ານມາ ຍີ່ປຸ່ນ ກໍໄດ້ໃຫ້ການຊ່ວຍເຫລືອໂດຍກົງທາງດ້ານອຸປະກອນປ້ອງກັນເຊື້ອພະຍາດໂຄວິດ-19 (PPEs), ຢາປົວພະຍາດ ແລະ ອຸປະກອນການແພດ ຈຳນວນຫລາຍສົມຄວນ ເພື່ອນໍາໃຊ້ເຂົ້າໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

ການຊ່ວຍເຫລືອດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບ ແລະ ສາຍພົວພັນຮ່ວມມືທີ່ດີ ພາຍໃຕ້ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ທີ່ມີການຮ່ວມມືກັນໃນດ້ານຕ່າງໆຢ່າງກວ້າງຂວາງ ໂດຍສະເພາະແມ່ນການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ການພັດທະນາ.

ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ສ້າງຜົນກະທົບອັນໃຫຍ່ຫລວງຕໍ່ການດໍາລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ໃນ ສປປ ລາວ ກໍຄື ທົ່ວໂລກ, ເຊິ່ງການຊ່ວຍເຫລືອວັກຊິນໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນໃຫ້ແກ່ຄວາມພະຍາຍາມຂອງລັດຖະບານລາວ ໃນການຈັດຕັ້ງປະຕິບັດການສັກຢາວັກຊິນ ໃຫ້ແກ່ປະຊາຊົນລາວ ໃຫ້ຫລາຍຂຶ້ນໃນຂອບເຂດທົ່ວປະເທດ.

ທ່ານ ນາງ ປານີ ຢາທໍ່ຕູ້ ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ໂດຍຜ່ານ ເອກອັກຄະຣາຊາທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ແລະ ຂອບໃຈຢ່າງຈິງໃຈ ຕໍ່ໂຄງການ COVAX, ບັນດາປະເທດຜູ້ໃຫ້ທຶນ ແລະ ບັນດາອົງການເຄືອຂ່າຍ ສະຫະປະຊາຊາດ (ສປຊ) ທີ່ມີສ່ວນຮ່ວມ ໃນໂຄງການ COVAX Facility ທີ່ເຮັດໃຫ້ ສປປ ລາວ ໄດ້ຮັບວັກຊິນໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອຕື່ມອີກໃນຕໍ່ໜ້າ.

ຂ່າວ: ສິງຄຳ,, ພາບ: ເກດສະໜາ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ແຂວງອຸດົມໄຊ
Next Post: ລັດຖະບານອັງກິດ ຊ່ວຍເຫລືອວັກຊິນ ອ໋ອກສ໌ຟອດ-ແອສຕາເຊເນກາ ຈໍານວນ 415.000 ໂດສ ໃຫ້ ສປປ ລາວ

Related Posts

ແຮງງານກັບຈາກປະເທດເພື່ອນບ້ານພົບຄົນຕິດເຊື້ອ+67 ຄົນ ຕິດພາຍໃນ +1 ຂ່າວສານບ້ານເມືອງ
ແຂວງຫຼວງພະບາງຫຼາຍກວ່າໝູ່ມື້ນີ້ Featured
ຖະແຫຼງຂ່າວການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII Featured
ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີ 2020 ຈັດ 3 ມື້ 3 ຄືນ Featured
ແຂວງຄໍາມ່ວນແຈ້ງການກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນມໍ່ໆນີ້ Featured
ລະວັງຟ້າຝົນລົມ ພະຍາກອນອາກາດປະຈຳວັນ 26 ມິຖຸນາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme