Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ແຂວງອຸດົມໄຊ

Posted on 05/08/202105/08/2021 By ປະກາດ Pakaad No Comments on ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ແຂວງອຸດົມໄຊ

ແຂວງອຸດົມໄຊ ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ

ຕອນບ່າຍວັນທີ 4 ສິງຫານີ້ ທີ່ທາງເວັ້ນຕົວເມືອງ ເຂດບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີທຳລາຍ ອຸປະກອນ ແລະ ເຄື່ອງມື ທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ຢຶດໄດ້ຢູ່ພາຍໃນແຂວງອຸດົມໄຊ.

ອຸປະກອນ ແລະ ເຄື່ອງມື ຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການລົງເຄື່ອນໄຫວເຮັດວຽກກວດຍືດຂອງກອງກວດກາປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ 7 ເມືອງ, ກອງກວດກາພາສີ ປະຈຳດ່ານພູຫຼັກຄຳ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈາກການລັກລອບນຳເຂົ້າ ແລະ ຜູ້ກະທຳຜິດ ຢູ່ພາຍໃນແຂວງອຸດົມໄຊ ລວມມີ: 9 ລາຍການ ໃນນີ້ ມີ:

ຈັກສະຕິ່ນ (ຈັກຕັດໄມ້) 357 ເຄື່ອງ, ໝໍ້ຊ໋ອດປາ 92 ເຄື່ອງ, ປືນແກັບ 194 ກະບອກ, ເລົາປືນແກັບ 143 ເລົາ, ແກັບ 1 ພັນກ່ວາກັບ, ລູກຂີ້ຊ່າ 1 ພັນກວ່າກິໂລກະລາມ, ໝື້ຫຼາຍກ່ວາ 200 ກິໂລກະລາມ, ມາດ 22 ກິໂລກະລາມ ແລະ ຂີ້ເຈຍ 147 ກິໂລກະລາມ ການທຳລາຍໂດຍນຳໃຊ້ລົດຈົກ ຫລື (ລົດແບັກໂຄ) ເຂົ້າໃນການທັບດັນທຳລາຍ.

ພິທີມີ ທ່ານ ຄຳພອນ ມຸນລະໄມ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ມີຕາງໜ້າຈາກພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານວິຊາການພາຍໃນກອງກວດກາປ່າໄມ້ ແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ພາບແລະຂ່າວ: ສີຈັນ ເກດວົງສາ

ກວດແກ້: ອ່ຽງຄຳ ວິລະສັກ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ໂສມໜ້າສາມບ່າວທີ່ເຮັດໃຫ້ອຸໂມງທາງດ່ວນວຽງຈັນວັງວຽງມືດ
Next Post: ລັດຖະບານ ຍີ່ປຸ່ນ ມອບວັກຊິນປ້ອງກັນພະຍາດ ໂຄວິດ-19 ໃຫ້ ລາວ 616.820 ໂດສ

Related Posts

ໄຊຍະບູລີໜັກສຸດຕິດເພີ່ມ 606 ທົ່ວປະເທດ 1282 Featured
ໂຄງການແຫຼ່ງທ່ອງທ່ຽວເຂດໃໝ່ ວັງວຽງ ບໍ່ມີການຍົກຍ້າຍບ້ານ-ຍົກຍ້າຍປະຊາຊົນ Featured
ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ Featured
ໄຂສົກຮຽນໃໝ່ 2022-2023 ໂຮງຮຽນສາມັນທົ່ວປະເທດ Featured
ສຸດເສົ້າ ເສຍຊີວິດ ກໍລະນີທີ່ 15! ທີ່ແຂວງສາລະວັນ Featured
ເຈົ້າແຂວງສະຫວັນນະເຂດ ອອກຄໍາສັ່ງສະບັບໃໝ່ ມື້ນີ້! ໃນການຮັບມື ໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme