Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນາຍົກ ສົ່ງສານສະແດງຄວາມເສົ້າໃຈ ກັບເຫດການ ນໍ້າຖ້ວມທີ່ຍີ່ປຸ່ນ

Posted on 08/07/202008/07/2020 By ປະກາດ Pakaad No Comments on ນາຍົກ ສົ່ງສານສະແດງຄວາມເສົ້າໃຈ ກັບເຫດການ ນໍ້າຖ້ວມທີ່ຍີ່ປຸ່ນ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ ເມື່ອວັນທີ 4 ກໍລະກົດ 2020 ທີ່ຜ່ານມາ ເກີດເຫດອຸທົກກະໄພ ທັງດິນເຈື່ອນ ແລະ ນໍ້າຖ້ວມຖະຫຼົ່ມຢ່າງໜັກໜ່ວງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຍີ່ປຸ່ນ ເຮັດໃຫ້ລັດຖະບານຕ້ອງໄດ້ອົບພະຍົບປະຊາຊົນ 2 ແສນກວ່າຊີວິດອອກຈາກພື້ນທີ່ດ່ວນ.

ຕໍ່ກັບເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ອາເບະ ຊິນໂຊ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ຕໍ່ເຫດການດິນເຈື່ອນ ແລະ ນໍ້າຖ້ວມຢູ່ ປະເທດ ຍີ່ປຸ່ນ ໃນວັນທີ 06 ກໍລະກົດ 2020, ເນື້ອໃນສານຂຽນວ່າ:

ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຊາຍຂ່າວເຫດການດິນເຈື່ອນ ແລະ ນໍ້າຖ້ວມ ຢູ່ພາກຕາເວັນຕົກສ່ຽງໃຕ້, ປະເທດ ຍີ່ປຸ່ນ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ນັບແຕ່ວັນທີ 4 ກໍລະກົດ ເປັນຕົ້ນມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.

ຂ້າພະເຈົ້າ ໃນນາມສ່ວນຕົວ ກໍຄືລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຕໍ່ຄອບຄົວຂອງຜູ້ທີ່ຖືກເຄາະຮ້າຍ ຈາກເຫດການໄພພິບັດທາງທຳມະຊາດ ໃນຄັ້ງນີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງພະນະທ່ານ ແລະ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຍີ່ປຸ່ນ, ສະພາບຄວາມເສຍຫາຍຈາກເຫດການດິນເຈື່ອນ ແລະ ນໍ້າຖ້ວມດັ່ງກ່າວ ຈະໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ.

.

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ມອບ – ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ (Drone)
Next Post: ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ກໍານົດລາຄາຂາຍເຂົ້າ

Related Posts

ປັບລາຄານໍ້າມັນຂຶ້ນ ເລີ່ມ 5/8/2020 ຂ່າວສານບ້ານເມືອງ
ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຊາປະນະກິດກໍລະນີທີ 24 Featured
ແຂວງຜົ້ງສາລີອອກແຈ້ງການເພີ່ມເຕີມໃນການຮັບມືໂຄວິດ Featured
ຝົນຍັງຕົກໃນທຸກພາກຂໍໃຫ້ລະມັດລະວັງ Featured
ອາດີດນັກການທູດສິງກະໂປ ສະເໜີຖອນ ລາວ ແລະ ກໍາປູເຈຍ ອອກຈາກອາຊຽນ (ຄົງເປັນໄປບໍ່ໄດ້) ຂ່າວສານບ້ານເມືອງ
ຮອດມື້ນີ້ບ້ານແດງນະຄອນຫຼວງວຽງຈັນ173ບ້ານແລ້ວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme