Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງເຕືອນ ເຊບັ້ງໄຟ ເຊຈໍາພອນພະຍາກອນອາກາດ 31/7/2021

Posted on 31/07/202131/07/2021 By ປະກາດ Pakaad No Comments on ແຈ້ງເຕືອນ ເຊບັ້ງໄຟ ເຊຈໍາພອນພະຍາກອນອາກາດ 31/7/2021

ພະຍາກອນອາກາດ ປະຈໍາວັນທີ 31 ກໍລະກົດ 2021
ເວລາ 7:00 ໂມງ.

ຄວາມກົດດັນອາກາດຕໍ່າຍັງສືບຕໍ່ປົກຄຸມຢູ່ພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງປານກາງ ຊຶ່ງຈະເຮັດໃຫ້ຍັງມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ເນື່ອງຈາກວ່າຝົນຍັງສືບຕໍ່ຕົກປານກາງ ຢູ່ເຂດເມືອງຮ້ຽມ ແຂວງຫົວພັນ ຊຶ່ງອາດຈະເຮັດໃຫ້ເກີດມີສະພາບດິນເຈື່ອນ ແລະ ນໍ້າຖ້ວມຊຸ ຢູ່ລຽບແຄມນໍ້າຄານ. ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແຄມເຊບັ້ງໄຟ ແລະ ເຊຈໍາພອນ ຈົ່ງມີສະຕິຕໍ່ສະພາບ ນໍ້າຖ້ວມຍຶ່ງ ແລະ ສືບຕໍ່ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າທີ່ອາໄສຢູ່ລຽບຕາມແຄມນໍ້າຄານ,ເຊບັ້ງໄຟ ແລະ ເຊຈໍາພອນ ຈົ່ງມີສະຕິຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມ ຊຸ, ນໍ້າຖ້ວມຍື່ງ ແລະ ສືບຕໍ່ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມ ການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

– ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ, ອຸນຫະພູມໃນລະຫວ່າງ 20-31 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 22-34 ອົງສາ.

– ນະຄອນຫລວງວຽງຈັນ: ມີເຝື້ອປົກຄຸມເປັນສ່ວນໃຫຍ່ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງຢູ່ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 27-35 ອົງສາ.

– ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 25-33 ອົງສາ.

– ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 40% ຂອງແຂວງ, ອຸນຫະພູມໃນລະຫວ່າງ 19-26 ອົງສາ.

– ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 25-34 ອົງສາ.

– ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນ ເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 16-27 ອົງສາ.

Featured, ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ເມືອງສັງທອງ ແຈ້ງການດ່ວນ 2 ບ້ານແດງ ຕ້ອງລັອກດາວ ພົບຄົນຕິດເຊື້ອ ໂຄວິດ-19
Next Post: ບໍ່ແກ້ວ ແຈ້ງການ ປິດການເຂົ້າ-ອອກ ເຂດສາມຫຼ່ຽມຄໍາ

Related Posts

ກະຊວງ ສສກ ແລະ ໂຄງການໂອກາດດ້ານການສຶກສາລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ໄລຍະ III Featured
ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19 Featured
ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຊາປະນະກິດກໍລະນີທີ 24 Featured
ພະນັກງານບໍານານເພດຊາຍຈາກນະຄອນຫຼວງວຽງຈັນ Featured
ມາດຕະການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂ ການລະບາດພະຍາດໂຄວິດ ສະບັບໃໝ່ Featured
ປະກາດຫາເຈົ້າຂອງລົດຈັກ ຈໍານວນ 4 ຄັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme