Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະທານອົງການກາແດງແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 23

Posted on 27/06/202227/06/2022 By ປະກາດ Pakaad No Comments on ປະທານອົງການກາແດງແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 23

ໃນລະຫວ່າງວັນທີ 18-23 ມິຖຸນາ ຜ່ານມາ, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 23 ທີ່ເຊີແນວ ປະເທດສະວິດເຊີແລນ ຊຶ່ງກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນທຸກໆສອງປີ, ໃນກອງປະຊຸມໄດ້ເຊີນເອົາບັນດາຄະນະນຳຂອງປະເທດສະມາຊິກກາແດງ ແລະ ຊີກວົງເດືອນ 192 ປະເທດໃນທົ່ວໂລກ ເຂົ້າຮ່ວມ.

ຈຸດປະສົງ ແມ່ນເພື່ອປຶກສາຫາລື ແລະ ກຳນົດບັນດາບຸລິມະສິດຂອງການດໍາເນີນວຽກງານກາແດງ ແລະ ຊີກວົງເດືອນແດງສາກົນ ກໍຄືວຽກງານມະນຸດສະທຳໃນ 2 ປີຕໍ່ໜ້າ, ໃນກອງປະຊຸມໄດ້ຮັບຮອງເອົາຫຼາຍນະໂຍບາຍເປັນຕົ້ນ: ການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ການຮັບມືຕໍ່ວຽກງານປ່ຽນແປງທາງດິນຟ້າອາກາດ ແລະ ສິ່ງແວດລ້ອມ, ການສ້າງຄວາມເຂັ້ມແຂງດ້ານວຽກງານອາສາສະໝັກ, ພ້ອມກັນນັ້ນໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກຕັ້ງເອົາປະທານ, ຮອງປະທານ ສະຫະພັນກາແດງ ແລະ ຊີກວົງເດືອນແດງ ແລະ ຄະນະກຳມາທິການຕ່າງໆ ຊຶ່ງປີນີ້ແມ່ນ ທ່ານ Francesco Rocca ໄດ້ຖືກເລືອກໃຫ້ສືບຕໍ່ດຳລົງຕຳແໜ່ງເປັນປະທານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ສະໄໝທີສອງ, ພິເສດກາແດງຈາກປະເທດອາຊີຕາເວັນອອກສ່ຽງໃຕ້ ກໍຄືກາແດງຊີກວົງເດືອນມາເລເຊຍ ໄດ້ຮັບເລືອກເຂົ້າເປັນໜຶ່ງໃນສະມາຊິກຂອງຄະນະກຳມາທິການບໍລິຫານ ຊຶ່ງຄະນະດັ່ງກ່າວຈະມີວາລະການເຮັດວຽກເປັນໄລຍະເວລາ 4 ປີ.

ໃນໂອກາດນີ້ ປະທານອົງການກາແດງແຫ່ງຊາດລາວ ໄດ້ຖືໂອກາດເຂົ້າພົບປະທານ, ເລຂາທິການໃຫຍ່ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ນັບທັງການພົບປະສອງຝ່າຍກັບບັນດາກາແດງເພື່ອນມິດຕ່າງໆເຊັ່ນ: ກາແດງຫວຽດນາມ, ຈີນ, ໄທ, ສະວິດ, ສິງກະໂປ, ມາເລເຊຍ, ຟີລິບປິນ, ສ ເກົາຫຼີ, ເພື່ອຍາດແຍ່ງການສະໜັບສະໜູນ, ຊ່ວຍເຫຼືອທັງເປັນການເພີ່ມທະວີການຮ່ວມມືສາຍພົວພັນໃຫ້ແໜ້ນແຟ້ນ ແລະ ໃນການພັດທະນາອົງການກາແດງແຫ່ງຊາດລາວໃຫ້ສາມາດບັນລຸໄດ້ຕາມແຜນຍຸດທະສາດທີ່ກຳນົດໄວ້ ແຕ່ນີ້ 2021-2030 ໃຫ້ປະກົດຜົນເປັນຈິງ.

(ຂ່າວ: ອົງການກາແດງແຫ່ງຊາດລາວ )

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາກອນອາກາດ ປະຈໍາວັນທີ 27 ມິຖຸນາ 2022
Next Post: ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດຕໍ່ກອງປະຊຸມສະພາ

Related Posts

ຄວາມໜາວຈາກປະເທດຈີນສືບຕໍ່ປົກຄຸມຢູ່ທົ່ວໜາວທົ່ວທຸກພາກ Featured
ຊົມເຊີຍອາສາກູ້ໄພ 1623 ໃນພາລະກິດ ສູ້ໄພໂຄວິດ-19 Featured
ແຈ້ງການຈາກ ປກສ ນະຄອນຫຼວງວຽງຈັນ Featured
ເສົ້າໃຈ! ສາວໄວ 23 ປີ ຕິດໂຄວິດ-19 ເສຍຊີວິດທີ່ສະຫວັນນະເຂດ Featured
ດ່ວນທີ່ສຸດ ລາຄານໍ້າມັນຂຶ້ນອີກຮອບ ເລີ່ມ 18 ມີນາ 2022 Featured
ສ້າງລາຍ 70 ລ້ານກີບຕໍ່ປີ ຈາກການປູກຜັກອິນຊີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme