Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບໍ່ແກ້ວ ແຈ້ງການ ປິດການເຂົ້າ-ອອກ ເຂດສາມຫຼ່ຽມຄໍາ

Posted on 01/08/202101/08/2021 By ປະກາດ Pakaad No Comments on ບໍ່ແກ້ວ ແຈ້ງການ ປິດການເຂົ້າ-ອອກ ເຂດສາມຫຼ່ຽມຄໍາ

ແຈ້ງການ: ເນື່ອງຈາກວ່າສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນ ສປປ ລາວ ແລະບັນດາ ປະເທດເພື່ອນບ້ານຍັງມີຜູ້ຕິດເຊື້ອຫຼາຍຂຶ້ນເລື້ອຍໆ ໂດຍສະເພາະການພົບກໍລະນີຜູ້ຕິດເຊື້ອຢູ່ແຂວງຫຼວງນ້ຳທາ ແລະ ແຂວງຄຳມ່ວນ ແມ່ນກໍລະນີທີ່ເດີ່ນທາງຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ (ອາດເປັນກໍລະນີຜູ້ຕິດເຊື້ອທີ່ບໍ່ສະແດງອາການທີ່ກວດບໍ່ພົບຈາກການລະບາດຄັ້ງກ່ອນ) ເພື່ອເປັນການປ້ອງກັນ ແລະຄວບຄຸມການຕິດເຊື້ອ, ແຜ່ເຊື້ອບໍ່ໃຫ້ມີການແຜ່ລະບາດໄປເປັນວົງກວ້າງ.

ຄະນະສະເພາະກິດປ້ອງກັນໂຄວິດ-19 ແຂວງບໍ່ແກ້ວ ຂໍຖືເປັນກຽດ ແຈ້ງມາຍັງ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ອົງການຈັດຕັ້ງພັກ-ລັດ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ສອງກອງບັນຊາການປກຊ-ປກສ, ບັນດາເຈົ້າເມືອງ 5 ເມືອງ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ເພື່ອຊາບ ດັ່ງນີ້:

1. ປິດການເດີນທາງເຂົ້າ-ອອກພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເລີ່ມແຕ່ເວລາ 00:00 ໂມງ ຂອງ
ວັນທີ 01 ສິງຫາ ຫາ ເວລາ 24:00 ໂມງ ຂອງວັນທີ 15 ສິງຫາ 2021 ເປັນຕົ້ນໄປ.

2. ມອບໃຫ້ເຈົ້າໜ້າທີ່ແພດໝໍ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຄົ້ນຫາເອົາຜູ້ສຳພັດ, ໃກ້ສິດກໍລະນີ້ຜູ້ຕິດເຊື້ອດັ່ງກ່າວ ອອກຈາກຊຸມຊົນເພື່ອປິ່ນປົວໂດຍໄວ.

3. ໃຫ້ດ່ານຈຸດກວດກາ ແລະ ບ້ານ ທີ່ຢູ່ໃກ້ຄຽງເຂດຊາຍແດນ, ຕິດກັບເຂດທີ່ມີຄວາມສ່ຽງພ້ອມກັນເອົາໃຈໃສ່ຕິດຕາມ, ກວດກາການລັກລອບເຂົ້າ-ອອກບໍ່ຖືກຕ້ອງຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

.

Featured, ຂ່າວສານບ້ານເມືອງ, ແຈ້ງການ​

Post navigation

Previous Post: ແຈ້ງເຕືອນ ເຊບັ້ງໄຟ ເຊຈໍາພອນພະຍາກອນອາກາດ 31/7/2021
Next Post: ຫ້ອງການສາທາລະນະສຸກເມືອງທຸລະຄົມ ຊີ້ແຈງຫາງສຽງກ່ຽວກັບການສັກວັກຊີນ

Related Posts

ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021 Featured
ນະຄອນຫຼວງວຽງຈັນ + 234 ທົ່ວປະເທດ + 369 (ເສຍຊີວິດ 2) Featured
ຄໍາສັ່ງລັອກດ່າວເມືອງຊຽງເງິນແລະເມືອງນໍ້າບາກ Featured
ນະຄອນຫຼວງວຽງຈັນ ເກີດອັກຄີໄພ 10 ຄັ້ງ ເສຍຫາຍຫລາຍຕື້ກີບ ໃນເດືອນ ພຶດສະພາ 2021 ຂ່າວສານບ້ານເມືອງ
ຍອດຜູ້ຕິດເຊື້ອເສຍຊີວິດກາຍ 300 ຄົນແລ້ວ ສປປ ລາວ Featured
ຫຼາຍພາກ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme