Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ວັນທີ 09-12 ສິງຫາ 2022

Posted on 09/08/202209/08/2022 By ປະກາດ Pakaad No Comments on ອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ວັນທີ 09-12 ສິງຫາ 2022

ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ ປ່ອງເຂົ້າສູ່ລົມພາຍຸດີເປລຊັນ ທີ່ຢູ່ເຂດ ທະເລຈີນໃຕ້ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນ ກາຍເປັນພາຍຸໝຸນເຂດ ຮ້ອນ ຫົວທີ 8 ແລະ ເຄື່ອນທີ່ໄປທາງພາກເໜືອ ຂອງປະເທດຫວຽດນາມ.

ໃນວັນທີ 9-10 ສິງຫາ 2022 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ຄື: ແຂວງສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ.

ໃນວັນທີ 11-13 ສິງຫາ 2022 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແຂງພາກເໜືອ ແລະ ພາກກາງ ຄື: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງ ອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກ ແລະ ຝົນຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດ ໃຫ້ມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ ວັນທີ 9-13 ສິງຫາ 2022 ນີ້.

.

Featured, ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ພົບປະສອງຝ່າຍ – ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ແລະ ຣັດເຊຍ
Next Post: ແຈ້ງເຕືອນ ພາຍຸມູລານ Mulan ສະບັບທີ 2

Related Posts

ເສົ້າໃຈ! ສາວໄວ 23 ປີ ຕິດໂຄວິດ-19 ເສຍຊີວິດທີ່ສະຫວັນນະເຂດ Featured
ເສຍຊີວິດໃໝ່ 4 ຕິດເຊື້ອເພີ່ມ 312 Featured
ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021 Featured
ແຂວງຫຼວງນໍ້າທາເພີ່ມມາດຕະການຮັບມືໂຄວິດ Featured
ປະສົບການໃໝ່ຈາກ PEUGEOT ລົດສໍາລັບຄອບຄົວ ແລະ ຜູ້ປະກອບການທີ່ນໍາໃຊ້ລົດໃນການບັນທຸກເຄື່ອງແບບຈັດເຕັມ Featured
ຕິດເຊື້ອໃໝ່ 1.317 ປົວດີອອກໂຮງໝໍ 34 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme