Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຖານີລົດໄຟ ລາວ-ຈີນ ມີທັງໝົດ 11 ແຫ່ງ

Posted on 28/07/202128/07/2021 By ປະກາດ Pakaad No Comments on ສະຖານີລົດໄຟ ລາວ-ຈີນ ມີທັງໝົດ 11 ແຫ່ງ

ຂໍ້ມູນຈາກ Laos – Chana Railway ໃຫ້ຮູ້ວ່າ: ສະຖານີຂອງທາງລົດໄຟລາວ-ຈີນມີທັງໝົດ 11 ແຫ່ງ, ເຊິ່ງຈະເປີດນຳໃຊ້ກ່ອນ 10 ແຫ່ງຄື: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງຈັນ;

ໃນນັ້ນ, ສະຖານີທີ່ໃຫຍ່ທີ່ສຸດແມ່ນສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ… ເຊິ່ງທັງ 10 ສະຖານີທີ່ກ່າວມາ (ນອກຈາກສະຖານີບໍ່ເຕັນ, ສະຖານີນາໝໍ້, ສະຖານີເມືອງງາ ແລະ ສະຖານີນະຄອນຫຼວງທີ່ເປັນສະຖານີຂົນສົ່ງຜູ້ໂດຍສານຢ່າງດຽວແລ້ວ) ທີ່ເຫຼືອແມ່ນຈະເປັນທັງສະຖານີຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ.

ການກໍ່ສ້າງອາຄານສະຖານີຂອງທາງລົດໄຟແມ່ນຈະມີຮູບຊົງປະສົມປະສານລະຫວ່າງວັດທະນະທຳ ແລະ ສະຖາປັດຕະຍະກຳຂອງລາວ ແລະ ຈີນໂດຍໃນອາຄານສະຖານີນອກຈາກຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂື້ນລົດໄຟແລ້ວຍັງມີຮ້ານເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໄວ້ຄອຍໃຫ້ບໍລິການທຸກທ່ານ.

Featured, ທຸລະກິດ

Post navigation

Previous Post: ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາ ເດືອນກໍລະກົດ ແລະ ແຜນການ ເດືອນສິງຫາ 2021
Next Post: ລະດັບນໍ້າເຊບັ້ງໄຟ ຂຶ້ນສີແດງແລ້ວ! ຂໍໃຫ້ມີສະຕິລະວັງຕົວ

Related Posts

ກຽມເສື້ອກັນໜາວເດີອາກາດຈະເຢັນລົງທຸກພາກ Featured
ຕິດເຊື້ອໃໝ່ 135 ປົວດີ 60 Featured
ຄວາມໜາວມາຮອດແລ້ວໂດຍສະເພາະທາງພາກເໜືອ Featured
ສະພາແຫ່ງຊາດ ຮັບຮອງເອົາມະຕິ ກອງປະຊຸມ ຈໍານວນ 8 ສະບັບ Featured
ສະຫວັນນະເຂດຕົວເລກຕິດເຊື້ອສູງທີ່ສຸດມື້ນີ້ Featured
ນະຄອນຫຼວງວຽງຈັນ ອອກຄໍາສັ່ງ ໃນການສະຫຼອງປີໃໝ່ລາວ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme