Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພິທີ ມອບ-ຮັບ ໂຄງການບູຣະນະ-ປະຕິສັງຂອນ ອາຮາມວັດວິຊຸນນະຣາຊ (ສີມ) ແລະ ພຣະທາດໝາກໂມ

Posted on 06/10/202006/10/2020 By ປະກາດ Pakaad No Comments on ພິທີ ມອບ-ຮັບ ໂຄງການບູຣະນະ-ປະຕິສັງຂອນ ອາຮາມວັດວິຊຸນນະຣາຊ (ສີມ) ແລະ ພຣະທາດໝາກໂມ

ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ແລະ ສະຖານທູດສະຫະລັດອາເມລິກາ ປະຈຳ ສ.ປ.ປ.ລາວ ໄດ້ຈັດຂື້ນໃນ ວັນທີ່ 6 ຕຸລາ 2020 ນີ້ ໂດຍມີ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພຣະບາງ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສ.ປ.ປ.ລາວ ພ້ອມດ້ວຍພຣະເຖຣາ-ນຸເຖຣະ, ຫົວໜ້າພະແນກການກ່ຽວຂ້ອງອ້ອມຂ້າງແຂວງຫລວງພຣະບາງ, ການຈັດຕັ້ງບ້ານ, ເຖົົ້າແກ່ແນວໂຮມ ແລະປະຊາຊົນບ້ານວິຊຸນ ເຂົ້າຮ່ວມ.

ໂຄງການບູຣະນະປະຕິສັງຂອນ ອາຮາມວັດວິຊຸນນະຣາຊ ແລະ ພຣະທາດໝາກໂມ ໄດ້ລົງມືຈັດຕັ້ງປະຕິບັດໃນ ທ້າຍປີ 2015 ແລະ ໄດ້ສຳເລັດໃນທ້າຍ ປີ 2019 ຜ່ານມາ ໂດຍແບ່ງອອກເປັນ 3 ໄລຍະ ລວມມູນຄ່າການກໍ່ສ້າງທັງໝົດ 347,150 ໂດລາສະຫະລັດອາເມລິກາ ໃນນັ້ນ ໄດ້ມີການບູຣະນະສ້ອມແປງຫຼັງຄາອາຮາມ, ສ້ອມແປງຝາອາຮາມ, ທາສີລູກຕີ່ງປ່ອງຢ້ຽມ ແລະ ເສົາ, ສ້ອມແປງກາໂລພື້ນ, ຕິດດອກດວງໄມ້ຂື່, ໄມ້ກອນ ແລະ ເສົາ, ຕິດຕັ້ງລະບົບໄຟຟ້າໃໝ່ ແລະ ລະບົບກັນຟ້າຜ່າ ແລະ ບູຣະນະສ້ອມ ແປງພຣະທາດໝາກໂມ.

ໃນໂອກາດນີ້, ທ່ານ ວົງສະຫວັນ ເທບພະຈັນ ໄດ້ຕາງໜ້າໃຫ້ອົງການ ປົົກຄອງແຂວງ ກໍ່ຄືປະຊາຊົນຊາວຫຼວງພຣະບາງ ຂື້ນກ່າວຮັບເອົາໂຄງການດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ລັດຖະບານ ກໍ່ຄືສະຖານທູດສະຫະລັດອາເມລິກາ ປະຈຳ ສ.ປ.ປ.ລາວ ທີ່ໃຫ້ຄວາມເປັນຫ່ວງເປັນໄຍ ແລະ ຊອກຫາທືນຮອນດ້ານຕ່າງໆ ມາຊ່ວຍເຫຼືອແຂວງຫຼວງພຣະບາງ ອັນໄດ້ເຮັດໃຫ້ຫຼວງພຣະບາງ ໄດ້ຮັບການປົກປັກຮັກສາ, ອະນຸລັກ , ພັດທະນາໝັ້ນຍືນແລະຄົງຄຸນຄ່າຕະຫຼອດໄປ ແລະ ຈະສືບຕໍ່ປົກປັກຮັກສາຄຸນຄ່າສິ່ງທີເປັນມໍຣະດົກທີເກົ່າແກ່ ຂອງເມືອງມໍລະດົກໂລກ ແຫ່ງນີ້ ພ້ອມທັງຊ່ວຍກັນປົກປັກຮັກສາແລະສ້າງສາໃຫ້ກາຍເປັນສູນກາງດ້ານການທ່ອງ ທ່ຽວດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທັມ ຂອງຮີດຄອງປະເພນີອັນດີງາມ.

ຈາກນັ້ນ, ທ່ານປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສ.ປ.ປ.ລາວ ແລະ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພຣະບາງ ໄດ້ຮ່ວມກັນເຊັນບົດບັນທືກ ມອບ-ຮັບໂຄງ ການບູຣະນະປະຕິສັງຂອນ ອາຮາມວັດວິຊຸນນະຣາຊ ແລະ ພຣະທາດໝາກໂມ ທີ່ສຳເລັດສົມບູນ ໂດຍຊ້ອງໜ້າເປັນສັກຂີພະຍານຂອງແຂກທີ່ເຂົ້າຮ່ວມ.

ຂໍຂອບໃຈຂ່າວ ແລະ : ວໍລະນຸດ ສີລິກຸນ , ແລະເພຈ : ວິທະຍຸ ແຂວງຫຼວງພະບາງ

Featured, ວັດທະນະທໍາ

Post navigation

Previous Post: ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ
Next Post: ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ສົ່ງສານອວຍພອນວັນຄູແຫ່ງຊາດຄົບຮອບ 26 ປີ

Related Posts

ອ່ານດ່ວນລະບຽບການຂີ່ລົດໄຟລາວ-ຈີນ Featured
ຂໍ້ຕົກລົງວ່າດ້ວຍການກໍານົດມູນຄ່າຫົວຫນ່ວຍນັກຮຽນ-ນັກສຶກສາປະຈໍາປີ 2022 Featured
ມາດຕະການສະບັບໃໝ່ສະເພາະແຂວງສະຫວັນນະເຂດ Featured
ຂອບໃຈເປັນຢ່າງສູງ! ອາເມລິກາ ບໍລິຈາກ ວັກຊິນ ໃຫ້ ສປປລ ລາວ 1.008.000 ໂດສ Featured
ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 7:00 ໂມງ Featured
ເສຍຊີວິດ 3 ຕິດເຊື້ອໃໝ່ 324 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme