ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ອ່ານສານ ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ.ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດວັນທີ 30 ກໍລະກົດ ໄດ້ໝູນວຽນມາ ບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍ ຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ບັນຫາການຄ້າມະນຸດ ເປັນອາຊະຍາກໍາທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ກໍຄືສົນທິສັນຍາສາກົນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດມີຄວາມສະດວກໃນການເດີນທາງເຂົ້າ-ອອກ ຂອງພົນລະເມືອງ ແລະ ການຂະຫຍາຍຕົວຢ່າງວ່ອງໄວທາງດ້ານການສ້າງສາພັດທະນາຂອງປະເທດຊາດ.

ຜ່ານມາພວກຄ້າມະນຸດມີການເຄື່ອນໄຫວຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວຍົວະ, ຫຼອກລວງການໃຫ້ຖືພາບໍ່ຖືກຕ້ອງ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ, ການເຜີຍແຜ່ສິ່ງລາມົກຜ່ານສືສັງຄົມອອນລາຍ ເຊິ່ງໄດ້ຂັດກັບກົດໝາຍ ແລະ ວັດທະນະທໍາອັນດີງາມຂອງຊາດ, ບັນຫາທີ່ໜ້າເປັນຫ່ວງທີ່ສຸດແມ່ນພົນລະເມືອງລາວຈໍານວນບໍ່ໜ້ອຍ ຖືກນາຍໜ້າຕົວະຍົວະຫຼອກລວງໄປອອກແຮງງານ ແລ້ວຖືກຂູດຮີດແຮງງານຢູ່ບາງພື້ນທີ່ຫຼໍ່ແຫຼມ ແລະ ປະເທດເພື່ອນບ້ານ ເຊິ່ງໄດ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈໍານວນຫຼາຍຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ, ລັດ ຖະບານ ຈຶ່ງໄດ້ຊີ້ນໍາ-ນໍາພາການຈັດຕັ້ງປະ ຕິບັດວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນແມ່ນເອົາໃຈໃສ່ໃນການປັບປຸງກົງການຈັດຕັ້ງວຽກງານຕ້ານການຄ້າມະນຸດໃຫ້ເປັນລະບົບ, ມີຄວາມເຂັ້ມແຂງ ນັບທັງສູນກາງລົງຮອດທ້ອງຖິ່ນ, ສ້າງ, ປັບປຸງບັນດາຄູ່ມື, ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນຮູບປະທໍາເທື່ອລະກ້າວ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານຜູ້ເຮັດວຽກຕົວຈິງ ເປັນຕົ້ນແມ່ນການຝຶກອົບຮົມວຽກງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງ ນັບແຕ່ສູນກາງແລະ ທ້ອງຖິ່ນ, ສະໜອງງົບປະມານ, ເອົາໃຈໃສ່ໂຄສະນາປູກຈິດສໍານຶກໃຫ້ແກ່ສັງຄົມ ດ້ວຍເຜີຍແຜ່ສື່ສິ່ງໂຄສະນາ, ລະຄອນ, ບົດເພັງ ຜ່ານທາງສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ອື່ນໆ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ ພ້ອມທັງເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ມາຈາກຕ່າງປະເທດ; ພ້ອມກັນນັ້ນ, ຍັງໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດກັບບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຕະຫຼອດມາ. ໃນໂອກາດນີ້ ຕ່າງໜ້າລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍ ຕໍ່ຄະນະກໍາມະການການຄ້າມະນຸດລະດັບຊາດ, ນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນລາວທຸກບັນດາເຜົ່າໃນທົ່ວປະເທດທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ, ພ້ອມກັນນີ້ ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ສັງກັລັດຖະບານ ແລະ ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການສະ ໜັບສະໜູນລັດຖະບານ ແລະ ປະຊາຊົນເຂົ້າໃນວຽກງານຕ້ານການຄ້າມະນຸດໄດ້ຮັບຜົນດີຕະຫຼອດມາ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ! ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ, ດັ່ງນັ້ນ ອີກເທື່ອໜຶ່ງເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2022 ນີ້, ໃນນາມລັດຖະບານ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມາຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ, ເອກະຊົນ, ປະຊາຊົນໃນ ສປປ ລາວ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າຢູ່ສູນກາງ ແລະ ທ້ອງຖິ່ນ, ຮາກຖານບ້ານປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ, ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດໃຫ້ຫຼາຍຂຶ້ນ; ພ້ອມນັ້ນ, ຕ້ອງເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫຼໍ່ແຫຼມ, ເຂດອຸດສະຫະກໍາ, ກະສິກໍາ, ບໍລິການບັນເທິງ ແລະ ພາກສ່ວນອື່ນໆ ທີ່ນໍາໃຊ້ແຮງງານເປັນຈໍານວນຫຼາຍ; ເອົາໃຈໃສ່ການກໍານົດຕົວຜູ້ຖືກເຄາະຮ້າຍທັງພາຍໃນ, ຕ່າງປະເທດຢ່າງທັນເວລາ ແລະ ມີຄວາມປອດໄພ. ສ້າງ ແລະ ພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາ ແລະ ຕະຫຼາດແຮງງານໃຫ້ມີຄວາມສອດຄ່ອງກັນນັບແຕ່ສູນກາງຫາທ້ອງຖິ່ນໃຫ້ຫຼາຍຂຶ້ນ; ຄຽງຄູ່ກັນນັ້ນຕ້ອງເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນຂະແໜງການເຮັດວຽກງານຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະຈໍາດ່ານຊາຍແດນ, ພະນັກງານການທູດປະຈໍາຢູ່ຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມທັງສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ອົງການຈັດຕັ້ງສາກົນພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນເຮັດວຽກງານຕ້ານການຄ້າມະນຸດໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວຢ່າງເໝາະສົມ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາອົງການຈັດຕັ້ງພັກ-ລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນຕ່າງໆ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນຈາກທຸກພາກສ່ວນ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂບັນຫາການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ.