Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາ ເດືອນກໍລະກົດ ແລະ ແຜນການ ເດືອນສິງຫາ 2021

Posted on 28/07/202128/07/2021 By ປະກາດ Pakaad No Comments on ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາ ເດືອນກໍລະກົດ ແລະ ແຜນການ ເດືອນສິງຫາ 2021

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2021 ໄດ້ໄຂຂຶ້ນໃນວັນທີ 26 ແລະ ປິດລົງໃນວັນທີ 27 ກໍລະກົດ ທີ່ສໍານັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກ ລັດ ຖະມົນຕີ; ມີບັນດາທ່ານສະມາຊິກລັດ ຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້້ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ໃສ່ 4 ຫົວຂໍ້ທີ່ສໍາຄັນ ຄື:

I. ການສະຫຼຸບສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ແຜນວຽກຈຸດສຸມເດືອນສິງຫາ 2021ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບຕີລາຄາຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນກໍລະກົດຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນສິງຫາ ປີ 2021. ພາຍຫຼັງການປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະຊຸມ ໄດ້ຊີ້ນຳໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງ ທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ກ່ຽວກັບການກະກຽມເປີດນໍາໃຊ້ທາງລົດໄຟລາວ-ຈີນ ແລະ ເປີດການທ່ອງ ທ່ຽວໃນຮູບແບບໃໝ່ຕາມຄວາມເໝາະ ສົມຂອງແຕ່ລະທ້ອງຖິ່ນ ທັງໃຫ້ສອດ ຄ່ອງກັບເງືີ່ອນໄຂທີີ່ມີການລະບາດຂອງພະຍາດໂຄວິດ 19 ແລະ ໃຫ້ກະຊວງເຕັກໂນໂລຊີ ແລະ ການສືີ່ສານ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປຶກສາຫາລື ແລະ ສຸມໃສ່ຈັດຕັ້ງປະຕິບັດການຫັນເປັນທັນສະໄໝ ໃຫ້ເປັນຮູບປະທໍາໄວຂຶ້ນ. ພ້ອມນີ້, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ປັບປຸງເນື້ອໃນບົດສະຫຼຸບລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ.

II. ບັນດາຮ່າງກົດໝາຍ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ຈະນໍາເຂົ້າພິຈາລະນາ ໃນກອງປະ ຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນສິງຫາ 2021.

ກອງປະຊຸມ ເຫັນດີດ້ານຫຼັກການ ຮັບ ຮອງເອົາ (1) ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ; (2) ຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ; (3) ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບປັບປຸງ; (4) ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ; ແລະ (5) ຮ່າງກົດໝາຍວ່າດ້ວຍຢາເສບຕິດ ສະບັບປັບປຸງ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ມອບໃຫ້ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ທັງ 5 ສະບັບນີ້ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳ ຂອງສະມາຊິກລັດ ຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສາມາດຈັດຕັ້ງໄດ້ຢ່າງມີປະສິດທິຜົນ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີຄະນະປະຈໍາສະພາແຫ່ງຊາດ ເພື່ອນໍາເຂົ້າພິຈາລະນາໃນກອງປະຊຸມ ສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນສິງຫາ 2021 ທີ່ຈະມາເຖິງນີ້.

III. ບັນດາຮ່າງກົດໝາຍ ທີ່ຢູ່ໃນແຜນການ ປີ 2021 ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນເດືອນຕຸລາ 2021ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາ (1) ຮ່າງກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ ສະບັບສ້າງໃໝ່; (2) ຮ່າງກົດ ໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບປັບປຸງ ແລະ (3) ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ.

ມອບໃຫ້ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ທັງ 3 ສະບັບນີ້ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງບັນດາສະມາຊິກລັດຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ພາຍຫຼັງປັບປຸງສໍາເລັດແລ້ວ ມອບໃຫ້ກະຊວງຍຸຕິທໍາ ສົມທົບກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກວດກາ ແລະ ຮຽບຮຽງຄືນ ເພືີ່ອຮັບປະກັນທາງດ້ານເນືີ້ອໃນ ກ່ອນຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021.

IV. ບັນດາຮ່າງດໍາລັດ ແລະ ຮ່າງແຜນງານແຫ່ງຊາດ:
ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ: (1) ຮ່າງດໍາລັດວ່າດ້ວຍ ຂອບວຸດທິການສຶກສາແຫ່ງຊາດ (2) ຮ່າງດໍາລັດວ່າດ້ວຍ ການປັບໄໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈາລະຈອນທາງບົກ (3) ຮ່າງດໍາລັດວ່າດ້ວຍ ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ (4) ຮ່າງແຜນງານແຫ່ງຊາດ ວ່າດ້ວຍຕ້ານການຄ້າມະນຸດ ໄລຍະ II ປີ 2021-2025 ສະບັບປັບປຸງ. ກອງປະຊຸມ ໄດ້ມອບໃຫ້ຄະນະຮັບຜິດຊອບປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກລັດຖະບານ ໄປປັບປຸງ, ຮຽບຮຽງຄືນ ເພື່ອໃຫ້ຮ່າງດຳລັດ ແລະ ແຜນງານແຫ່ງຊາດ ດັ່ງກ່າວ ມີເນື້ອໃນຄົບຖ້ວນ ແລະ ສົມບູນ ພາຍຫຼັງປັບປຸງສໍາເລັດແລ້ວ ສົ່ງໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອກວດກາຄືນ ແລະ ສະເໜີທ່ານນາຍົກລັດຖະມົນຕີ ເພື່ອພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.

ເດືອນກໍລະກົດ ປີ 2021 ເປັນເດືອນໜຶ່ງທີີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະການແກ້ໄຂໜີ້ສິນ, ໄພເງິນເຟີ້, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຕົວເລກການຕິດເຊື້ອເພີ່ມຂຶ້ນ ຈາກແຮງງານລາວເດີນທາງກັບຄືນປະເທດຈໍານວນຫຼາຍ, ຜົນກະທົບຈາກໄພພິບັດທໍາມະຊາດ ຢູ່ບາງທ້ອງຖິ່ນໃນໄລຍະຕົ້ນລະດູຝົນນີີ້ ຊຶ່ງລັດຖະບານ ກໍໄດ້ພະຍາຍາມແກ້ໄຂດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດປະຄັບປະຄອງໄດ້ໃນລະດັບແນ່ນອນ. ຖ້າສົມທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນເງືີ່ອນໄຂໃໝ່ ເຫັນວ່າຍັງມີຫຼາຍບັນຫາທີີ່ເລັ່ງທວງໃຫ້ສະມາຊິກລັດຖະບານ ຕ້ອງໄດ້ເຊີດຊູຄວາມ ຮັບຜິດຊອບຂອງຕົນຂຶ້ນ.

ດັ່ງນັ້ນ, ໃນເດືອນສິງຫາ 2021 ນີີ້ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົ້ນຕໍຈຳນວນໜຶ່ງ ດັ່ງນີີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຕໍ່ເນືີ່ອງ ໃນທຸກບໍລິເວນ ລວມທັງ ບໍລິເວນຊາຍແດນ ໄປຄຽງຄູ່ກັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາໄວຂຶ້ນ.

2) ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ໜັກແໜ້ນ ແລະ ເຂັ້ມແຂງເທືີ່ອລະກ້າວ, ສຸມໃສ່ຊຸກສົ່ງເສີມການລົງທຶນ, ການຜະລິດເປັນສິນຄ້າ, ການຂຸດຄົ້ນແຮ່ເຫຼັກຕາມກົນໄກໃໝ່ ແລະ ຕິດຕັ້ງອຸປະກອນການກວດກາສິນຄ້ານໍາເຂົ້າ, ສົ່ງອອກຢູ່ດ່ານຊາຍແດນ ແລະ ອືີ່ນໆ ໃຫ້ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ.

3) ສືບຕໍ່ສຸມໃສ່ກຽມຄວາມພ້ອມຮອບດ້ານ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ດ້ວຍມາດຕະການຕ່າງໆ (ບໍລິຫານ, ທາງການແພດ, ເສດຖະກິດ,…) ລວມທັງ ການກະກຽມ ແລະ ຮອງຮັບແຮງງານລາວຈໍານວນຫຼາຍທີີ່ກັບຄືນຈາກປະເທດໃກ້ຄຽງ.

4) ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX, ປັບປຸງກົງຈັກການຈັດຕັ້ງຕ່າງໆ ຂອງອົງການບໍລິຫານລັດ ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ທັງສາມາດຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເປັນກ້າວໆ, ຫຼຸດຜ່ອນສິ່ງກີດຂວາງຕ່າງໆ ທີີ່ເປັນອຸປະສັກໃຫ້ແກ່ການພັດທະນາ ຢູ່ປະເທດເຮົາ. ພ້ອມດຽວກັນນັ້ນ, ກະກຽມ ແລະ ສະເຫຼີມ ສະຫຼອງ ວັນລັດຖະທໍາມະນູນ ຄົບຮອບ 30 ປີ ຕິດພັນກັບການເຜີຍແຜ່, ເຊື່ອມຊຶມເນື້ອໃນວັນສໍາຄັນດັ່ງກ່າວ ໃຫ້ທົ່ວປວງຊົນ ຮັບຮູ້, ເຂົ້າໃຈ ຢ່າງທົ່ວຖິງ.

5) ສືບຕໍ່ກະກຽມເນືີ້ອໃນ ແລະ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ທີີ່ຈະຈັດຂຶ້ນໃນຕົ້ນເດືອນສິງຫາ 2021 ເປັນຕົ້ນ ຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້າເສດຖະກິດ-ການເງິນ, ຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຮ່າງກົດໝາຍ 5 ສະບັບ ແລະ ບົດ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021.

6) ສືບຕໍ່ຮ່ວມມືກັບບັນດາປະເທດຕ່າງໆ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດອືີ່ນໆ ລວມທັງອົງການຈັດຕັ້ງສາກົນ ເພືີ່ອຍາດແຍ່ງເອົາການຮ່ວມມື, ຊ່ວຍເຫຼືອ ນັບທັງປະຕິບັດບັນດາຂໍ້ຕົກລົງ ທີີ່ລັດຖະບານໄດ້ເຊັນສັນຍາຮ່ວມມືກັບປະເທດຕ່າງໆ ໃຫ້ມີຜົນສໍາເລັດເປັນກ້າວໆ.

7) ໃຫ້ບັນດາທ່ານສະມາຊິກລັດຖະບານ ຕະຫຼອດອົງການປົກຄອງທ້ອງຖິ່ນ ຫັນເປັນແຜນປະຕິບັດງານລະອຽດ ແລະ ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີີ່ວາງໄວ້.

ເພື່ອໃຫ້ທິດທາງວຽກຈຸດສຸມ ໃນເດືອນສິງຫາ ປີ 2021 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ, ອົງການປົກຄ້ອງທ້ອງຖິ່ນ ຕະຫຼອດຮອດພະນັກງານ, ນັກຮົບ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ໃນທົ່ວປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີຂອງຕົນ ແລະ ຮ່ວມກັນຈັດຕັ້ງປະຕິບັດແຜນຈຸດສຸມໃນເດືອນ ສິງຫາ ປີ 2021 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ປະກາດຫາເຈົ້າຂອງລົດຈັກ 81 ຄັນ ປກສ ແຂວງຊຽງຂວາງ ຍຶດໄດ້
Next Post: ສະຖານີລົດໄຟ ລາວ-ຈີນ ມີທັງໝົດ 11 ແຫ່ງ

Related Posts

ຮ້ອນໝົດມື້ ແຕ່ບາງເຂດຈະມີຝົນແລະລົມ Featured
ນະຄອນຫຼວງວຽງຈັນ +798 ທົ່ວປະເທດ +1.290 (ເສຍຊີວິດໃໝ່ 2) Featured
ປ ກ ສ ເມືອງຕົ້ນເຜິ້ງ ປາບປາມໄດ້ອີີກຄັ້ງ ພ້ອມຂອງກາງ 40 ກວ່າກິໂລ! Featured
ແຈ້ງການຂຶ້ນລາຄາ ທາງດ່ວນ ວຽງຈັນວັງວຽງ Featured
ຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 Featured
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ໜັກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme