Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

Posted on 18/12/202018/12/2020 By ປະກາດ Pakaad No Comments on ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

ຂປລ. ເມື່ອບໍ່ດົນມານີ້, ທ່ານ ຫງຽນ ເທ ຈູງ ອໍານວຍການ ບໍລິສັດສະຕາ ໂທລະຄົມ ສາຂາແຂວງສະຫວັນນະເຂດ ໄດ້ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ໃນໄລຍະເດືອນກັນຍາຫາເດືອນຕຸລາ 2020 ຜ່ານມາ ລວມມູນຄ່າ 500 ລ້ານກີບ ແລະ ໃຫ້ກຽດຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຍັງບໍລິສັດສະຕາ ໂທລະຄົມ ທີ່ເຫັນໄດ້ຄວາມສຳຄັນໃນການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເຊິ່ງເປັນກໍາລັງໃຈໃຫ້ແກ່ປະຊາຊົນ, ທັງເປັນການປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄື ຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ສາ ມາດຜ່ານພົ້ນຄວາມທຸກຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ເງິນຊ່ວຍເຫລືອດັ່ງກ່າວ, ຢູນີເທວ ຈະນຳໃຊ້ຊ່ອງທາງຢູມັນນີ (u-money) ເພື່ອໂອນເງິນຊ່ວຍເຫລືອໃສ່ໃນມືຖືໂດຍກົງ ໃຫ້ປະຊາຊົນໃນ 8 ຕົວເມືອງ ຈຳນວນ 1.200 ຄອບຄົວ, ຄອບຄົວລະ 300.000 ກີບ ລວມເປັນເງິນ 360 ລ້ານກີບ ແລະ ອີກ 68 ຄອບຄົວຈະໄດ້ຮັບເງິນຊ່ວຍເຫລືອ 2 ລ້ານກວ່າກີບຕໍ່ຄອບຄົວ ລວມເປັນເງິນ 140 ລ້ານກີບ ໂດຍບໍລິສັດສະຕາໂທລະຄົມ ສາຂາແຂວງສະຫວັນນະເຂດ ໄດ້ສົມທົບກັບອົງການ ຈັດຕັ້ງຂັ້ນແຂວງ ແລະ ເມືອງ ເພື່ອພົວພັນເອົາຂໍ້ມູນລະອຽດ ໃນການຊ່ວຍເຫລືອ, ເຊິ່ງການມອບເງິນ ໂດຍຜ່ານຊ່ອງທາງ ຢູມັນນີ ຈະເຮັດໃຫ້ຜູ້ປະສົບໄພໄດ້ຮັບເງິນດັ່ງກ່າວຢ່າງວ່ອງໄວ ແລະ ປອດໄພ ດ້ວຍເຄື່ອຂ່າຍຂອງ ຢູນີເທວ, ເງິນດັ່ງກ່າວສາມາດເບີກອອກເປັນເງິນສົດຕາມປ່ອງບໍລິການ ຫລື ຕົວແທນຢູມັນນີ, ແຕ່ຖ້າປະຊາຊົນຫາກບໍ່ຕ້ອງການຖອນອອກ ກໍສາມາດເກັບຮັກສາເງິນໄວ້ໃນບັນຊີໄດ້ ເງິນກໍຍັງຖືກເກັບຮັກສາຢ່າງດີຄືກັບເຮົາເກັບເງິນໄວ້ໃນທະນາຄານ.

ນອກຈາກນີ້, ຢູນີເທວ ຍັງໄດ້ມອບໂທລະສັບ Unifone ຈຳນວນ 68 ໜ່ວຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນເສຍຫາຍໜັກ ຈຳນວນ 68 ຄອບຄົວ. ລວມມູນຄ່າທັງໝົດ 10 ລ້ານກວ່າກີບ.

Featured, ການກຸສົນ, ລັດຖະບານ

Post navigation

Previous Post: ສະເຫລີມສະຫລອງ ວັນເຄື່ອນຍ້າຍແຮງງານສາກົນ
Next Post: ຍີ່ປຸ່ນ ໃຫ້ການຊ່ວຍເຫລືອອຸປະກອນກວດຫາເຊື້ອພະຍາດໂຄວິດ 19 ແກ່ ສປປ ລາວ ມູນຄ່າ 3 ລ້ານກວ່າໂດລ້າສະຫະລັດ

Related Posts

ເອກະສານທາງການມາດຕະການສະບັບໃໝ່ 15 ພະຈິກ ເປັນຕົ້ນໄປ Featured
ແຂວງຫຼວງພະບາງຫຼາຍກວ່າໝູ່ມື້ນີ້ Featured
ແຜນການສັກວັກຊິນແບບເຄື່ອນທີ່ຂອງຄະນະສະເພາະກິດແຂວງຫຼວງພະບາງ Featured
ບຸນປີໃໝ່ລາວ ທີ່ ນະຄອນ ຫລວງພຣະບາງ ປີ 10-25 ເມສາ 2021 Featured
ເ ສ ຍ ຊີ ວິ ດ ໃໝ່ 1 ຕິດເຊື້ອເພີ່ມ 5 4 7 Featured
ເກີດແຜ່ນດິນໄຫວໃນບໍລິເວນແຂວງຜົ້ງສາລີແລະແຂວງໄຊຍະບູລີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme