ໃນວັນທີ 23-26 ກໍລະກົດນີ້ ຈະມີຝົນຕົກໜັກ. ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານພາກເໜືອຂອງປະເທດລາວ ປ່ອງໃສ່ພາຍຸໝຸນເຂດຮ້ອນ ເຈີມປາກາ (Cempaka) ທີ່ກຳລັງເຄື່ອນທີ່ຢູ່ໃກ້ພາກເໜືອ ດ້ານຕາເວັນອອກຂອງ ສສ ຫວຽດນາມ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານເກາະໄຮ່ໜານ ໃນໄລຍະ 2-4 ວັນຕໍ່ໜ້າ, ເຮັດໃຫ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ໃນລະຫວ່າງວັນທີ 23 ຫາ 26 ກໍລະກົດ 2021 ນີ້ ເຊັ່ນ:
ແຂວງຜົ້ງສາລີ (ເມືອງໃໝ່, ເມືອງຂົວ ແລະ ເມືອງສໍາພັນ).
ແຂວງຫລວງພະບາງ (ເມືອງໂພນໄຊ, ເມືອງນໍ້າບາກ, ເມືອງງອຍ ແລະ ເມືອງວຽງຄໍາ).
ແຂວງຫົວພັນ (ເມືອງຊໍາເໜືອ, ເມືອງຫົວເມືອງ, ເມືອງຊ່ອນ, ເມືອງຮ້ຽມ, ເມືອງແອດ ແລະ ເມືອງຊໍາໃຕ້).
ແຂວງຊຽງຂວາງ (ເມືອງໜອງແຮດ, ເມືອງແປກ, ເມືອງຄໍາ, ເມືອງຜາໄຊ ແລະ ເມືອງໝອກ).
ແຂວງວຽງຈັນ (ເມືອງກາສີ, ເມືອງວັງວຽງ, ເມືອງເຟືອງ, ເມືອງໂພນໂຮງ, ເມືອງແກ້ວອຸດົມ ແລະ ເມືອງທຸລະຄົມ).
ນະຄອນຫລວງວຽງຈັນ (ເມືອງນາຊາຍທອງ, ເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ).
ແຂວງໄຊສົມບູນ, ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ຢູ່ອາໄສລຽບຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ຳຖ້ວມຊຸ, ນໍ້າຖ້ວມຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-4 ວັນຕໍ່ໜ້ານີ້.
