Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເມືອງທຸລະຄົມຕະລຸມບອນສັກວັກຊິນຮອດເຮືອນໃຫ້ປະຊາຊົນ

Posted on 28/11/202128/11/2021 By ປະກາດ Pakaad No Comments on ເມືອງທຸລະຄົມຕະລຸມບອນສັກວັກຊິນຮອດເຮືອນໃຫ້ປະຊາຊົນ

ສາທາລະນະສຸກເມືອງທຸລະຄົມສືບຕໍ່ລົງສັກວັກຊິນແບບຕະລຸມບອນໃຫ້ປະຊາຊົນ

ເພື່ອສືບຕໍ່ປະຕິບັດຕາມທິດຊີ້ນໍາຂອງການນໍາເມືອງທຸລະຄົມ ແຂວງວຽງຈັນ, ຄະນະສະ ເພາະກິດເມືອງ, ກໍ່ຄືການຕົກລົງຂອງຄະນະສະເພາະກິດແຂວງວຽງຈັນ, ໂດຍສະເພາະການຈັດ ຕັ້ງປະຕິບັດຄຳສັ່ງເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021 ວ່າດ້ວຍການເພີ່ມທະວີສັກວັກຊິນປ້ອງກັນພະຍາດໂຄວິດ- 19;

ສະນັ້ນ ແພດໝໍຄະນະຮັບ ຜິດຊອບວຽກງານສັກຢາຂອງຫ້ອງການສາທາລະນະສຸກເມືອງ ຈຶ່ງໄດ້ສືບຕໍ່ເລັ່ງລົງມືສັກວັກຊິນປ້ອງກັນພະຍາດໂຄວິດ -19 ແບບຕະລຸມບອນ ຕາມແຜນການ ແລະ ລາຍຊື່ທີ່ໄດ້ຂຶ້ນແຜນເກັບກໍາສັງລວມໄວ້, ໂດຍຈັດຕັ້ງກັນລົງໄປສັກໃຫ້ປະຊາຊົນຢູ່ກັບເຮືອນ, ເປັນຕົ້ນ ຜູ້ເຖົ້າ, ຄົນພິການໄປມາຍາກ ທີ່ມີເງື່ອນໄຂສາມາດສັກໄດ້, ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງມາເຖິງປັດຈຸບັນ ທົ່ວເມືອງສາມາດສັກວັກຊິນເຂັມທີໜຶ່ງໄດ້ 30.391 ຄົນ ເທົ່າກັບ 52%, ເຂັມທີສອງ ໄດ້ 25.296 ຄົນ ເທົ່າກັບ 43% ຂອງຈຳນວນພົນລະເມືອງທັງໝົດ ຈຳນວນ 58.390 ຄົນ, ໄດ້ລົງສັກຢູ່ 9 ບ້ານ ຄື: ບ້ານນໍ້າຫຍາມ, ພູເຂົາຄວາຍ, ນາເງິນ, ນານົກຂຸ້ມ, ບ້ານດົງ, ໜອງພົງ, ສຸກສາລາ ແລະ ບ້ານຫາດສວນ;

ອີງຕາມການລາຍງານຂອງ ທ່ານ ດິ້ງ ເລືອງໄຊ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ໃນວັນທີ 27 ພະຈິກ 2021 ໃຫ້ຮູ້ວ່າ: ໃນສະເພາະໜ້ານີ້ ຄະນະສະເພາະກິດເມືອງ ກໍ່ຄືຫ້ອງການສາທາ ລະນະສຸກເມືອງ ໄດ້ກະກຽມຄວາມພ້ອມ ສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍທີ່ມີອາຍຸແຕ່ 12 ຫາ ອາຍຸ 17 ປີ ແນໃສ່ຮັບປະກັນໃຫ້ອັດຕາປົກຄຸມຂອງຜູ້ໄດ້ຮັບການສັກວັກຊິນບັນລຸຕາມຈຸດປະສົງ ແລະ ສຳເລັດຕາມແຜນການ, ຕິດພັນກັບການສ້າງຂະບວນ ການກະກຽມຄວາມພ້ອມເປີດປະເທດເທື່ອລະກ້າວ ເພື່ອແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າ, ແຕ່ຕ້ອງຮັບ ປະກັນໃຫ້ປະຊາຊົນ-ລູກຫລານມີຄວາມປອດໄພ ຄ່ອຍໆຫ່າງໄກຫລີກເວັ້ນຈາກເຊື້ອພະຍາດໂຄວິດ 19, ປຸກລະດົມປະຊາຊົນທຸກຊັ້ນຄົນໃນສັງຄົມ ເປັນເຈົ້າການຕອບໂຕ້ ແລະ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ.

ປັດຈຸບັນໄດ້ເອກະພາບກັບຄະນະສະເພາະກິດເມືອງ, ປະ ສານງານກັບຄະນະກຸ່ມບ້ານ ແລະ 42 ບ້ານ ພາຍ ໃນເມືອງ ເພື່ອເກັບກຳລາຍ ຊື່ຜູ້ມີອາຍຸແຕ່ 12 ປີ ຫາອາຍຸ 17 ປີ ວາງແຜນສັກໃຫ້ສຳເລັດ, ເຊິ່ງຄາດຄະເນຈະໄດ້ຈັດຕັ້ງປະຕິບັດໃນຕົ້ນເດືອນທັນວາ 2021ນີ້ .ປັດຈຸບັນທົ່ວເມືອງມີຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 582 ຄົນ, ກໍາລັປິ່ນປົວ 202 ຄົນ, ປິ່ນປົວດີ 380 ຄົນ, ເສຍຊິວິດສະສົມ 3 ຄົນ

ຂ່າວ: ຖວທ ເມືອງທຸລະຄົມ.

Featured, ໂຄວິດ-19

Post navigation

Previous Post: ອາກາດຍັງຈະເຢັນຫາໜາວເຢັນຢູ່ໃນແຕ່ລະພາກ
Next Post: ແຈ້ງການດ່ວນສັກວັກຊິນເຂັມ 3 ແຂວງສະຫວັນນະເຂດ

Related Posts

ນະຄອນຫຼວງວຽງຈັນ +1.173 ທົ່ວປະເທດ +2.115 (ເສຍຊີວິດໃໝ່ 2) Featured
ສະຫວັນນະເຂດໜັກສຸດ ຕິດໃນຊຸມຊົນ +551 ຄົນ (ທົ່ວປະເທດ ສະຖິຕິໃໝ່ +952) Featured
ອາຍຸ 12 ປີຂຶ້ນໄປຈະໄດ້ຮັບການສັກຢາວັກຊິນ Featured
ສັດສ່ວນຜູ້ຕິດເຊື້ອຫຼຸດລົງກວມພຽງ 18% Featured
ຕິດເຊື້ອເພີ່ມ 305 ຄົນ ມີໃນຊຸມຊົນ 20 ໃນ 5 ແຂວງ Featured
ວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme