Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະນັກງານທີ່ສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຖືກໄລ່ອອກວຽກ

Posted on 26/12/202126/12/2021 By ປະກາດ Pakaad No Comments on ພະນັກງານທີ່ສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຖືກໄລ່ອອກວຽກ

ວັນທີ 24 ທັນວາ 2021 ແຂວງບໍ່ແກ້ວ ໄດ້ປະຕິບັດວິໄນຕໍ່ສາມາຊິກພັກໂດຍເອົາອອກຈາກສະມາຊິກພັກດ້ວຍເຫດຜົນສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ.

ໃນກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະຕິບັດວິໄນຕໍ່ ສະຫາຍ ອາລຸນ ລໍຄຳພຣົມຕະກຸນ ອາຍຸ 38 ປີ ຫົວໜ້າໜ່ວຍງານຄັງເງິນ ເມືອງຫ້ວຍຊາຍ ດ້ວຍຮູບການວິໄນ ເອົາອອກຈາກການເປັນສະມາຊິກພັກ, ດ້ວຍເຫດຜົນ ສວຍໃຊ້ຖານະຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ຍັກຍອກເງິນ ແລະ ໃຫ້ອອກຈາກການເປັນພະນັກງານລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ປະຕິບັດວິໄນ ຕໍ່ ສະຫາຍ ສຸລິນທອນ ອາຍຸ 43 ປີ ຮອງຫົວໜ້າຂະແໜງແຜນການບໍລິຫານລາຍຮັບ ສ່ວຍສາອາກອນແຂວງ, ສັງກັດຢູ່ໜ່ວຍພັກສ່ວຍສາອາກອນແຂວງ, ດ້ວຍຮູບການວິໄນ, ກ່າວເຕືອນ ດ້ວຍເຫດຜົນສວຍໃຊ້ຖານະຕຳແໜ່ງເພື່ອພົນປະໂຫບດສວຍຕົວ ຍັກຍອກເງິນ ແລະ ໃຫ້ອອກຈາກການເປັນພະນັກງານລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ປະຕິບັດວິໄນ ພູມະໂນ ໄກຍະລາດ ອາຍຸ 45 ປີ ຮອງເລຂາໜ່ວຍພັກ ຮັກສາການຫ້ອງການການເງິນ ເມືອງຫ້ວຍຊາຍ, ສັງກັດຢູ່ໜ່ວຍພັກຫ້ອງຊັບສິນ-ຫ້ອງກວດກາ-ຫ້ອງບັນຊີ ດ້ວຍຮູບການ ປົດຕຳແໜງຮອງເລຂາ, ເປັນສະມາຊິກພັກ, ດ້ວຍເຫດຜົນ, ສວຍໃຊ້ຖານະຕຳແໜງເພື່ອພົນປະໂຫຍດສ່ວນຕົວ ຍັກຍອກເງິນ ແລະ ໂຈະການເລື່ອນຂັ້ນເງິນເດືອນ (1 ຂັ້ນ 2 ປີ) ໂຈະການຍ້ອງຍໍ 2 ປີ ແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່ຂະແໜງການອື່ນ ແລະ ປະຕິບັດວິໄນຕໍ່ ສະຫາຍ ສີຂັນໄຊ ທຳມະວົງຄຳ ອາຍຸ 40 ປີ ຮອງຫົວໜ້າຂະແໜງສັງກັດຢູ່ໜ່ວຍພັກສ່ວຍສາອາກອນແຂວງ, ດ້ວຍຮູບການວິໄນ, ກ່າວເຕືອນຄວາມຜິດ, ຂຽນບົດສຳຫຼວດ, ດ້ວຍເຫດຜົນ, ສວຍໃຊ້ຖານະຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ຍັກຍອກເງິນ.

ປະຕິບັດວິໄນ ຕໍ່ ສະຫາຍ ສອນທະສິນ ເພັດສະລັກ ອາຍຸ 51 ປີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າສ່ວຍສາອາກອນແຂວງ, ສັງກັດຢູ່ໜ່ວຍພັກສ່ວຍສາອາກອນແຂວງບັນຊີ, ດ້ວຍຮູບການ, ປົດຕໍາແໜ່ງຮອງເລຂາດ້ວຍເຫດຜົນ, ສວຍໃຊ້ຖານະຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ຍັກຍອກເງິນ.

ປະຕິບັດວິໄນ ສະຫາຍ ນາງ ນາລີພອນ ບຸນມີໄຊ ອາຍຸ 42 ປີ ຮອງເລຂາໜ່ວຍພັກ ຫົວໜ້າໜ່ວຍງານສ່ວຍສາອາກອນເມືອງຫ້ວຍຊາຍ, ສັງກັດຢູ່ໜ່ວຍພັກຫ້ອງການການເງິນ ເມືອງຫ້ວຍຊາຍ, ດ້ວຍຮູບການ ປົດຕຳແໜ່ງຮອງເລຂາ, ເປັນສະມາຊິກພັກ, ດ້ວຍເຫດຜົນ,ສວຍໃຊ້ຖານະຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ຍັກຍອກເງິນ.

ປະຕິບັດວິໄນ ຂັ້ນສາມ ຕໍ່ທ່ານ ນາງ ວິໄລລັກ ບຸນທະຈັກ ຮອງຫົວໜ້າໜ່ວຍງານຄັງເງິນ ເມືອງຫ້ວຍຊາຍ ໂຈະການເລື່ອນຂັ້ນເງິນເດືອນ (1 ຂັ້ນ 2 ປີ) ໂຈະການຍ້ອງຍໍ 2 ປີ, ປະຕິບັດວິໄນ ຂັ້ນສີ່ ຕໍ່ທ່ານ ນາງ ສົມຈັນ ອາລຸນສະຫວັດ ຮອງຫົວໜ້າຄັງເງິນ ເມືອງຜາອຸດົມ ແຂວງບໍ່ແກ້ວ, ດ້ວຍຮູບການ,ໃຫ້ອອກຈາກການເປັນລັດຖະກອນຂອງຂະແໜງການເງິນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ຍ້ອນຜູ້ກຽວລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ນອກນີ້ປະຕິບັດວິໄນ ຂັ້ນ ສາມ ຕໍ່ພະນັກງານລັດຖະກອນສ່ວຍສາອາກອນປະຈຳແຂວງບໍ່ແກ້ວຈຳນວນ 4 ຄົນ ດ້ວຍຮູບການໂຈະການເລື່ອນຂັ້ນເງິນເດືອນ (1 ຂັ້ນ 2 ປີ) ໂຈະການຍ້ອງຍໍ 2 ປີ ແລະ ຍົກຍ້າຍພະນັກງານຈຳນວນໜຶ່ງທີ່ຜິດລະບຽບ.

ພາບ-ຂ່າວ: ຄຳພັນ ແກ້ວມະນີ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສາມວາລະສໍາຄັນ ຜົນກອງປະຊຸມລັດຖະບານເປີດກວ້າງ ປີ 2021
Next Post: ຈັບແກ້ງຄ້າຢາທີ່ບ້ານດອນໜູນໄດ້ 4 ຄົນ ພ້ອມຍຶດຊັບຈໍານວນຫຼາຍ

Related Posts

ລະບາດຫຼາຍເຂດ! ຕົວເລກມື້ນີ້ເພີ່ມ 222 ຄົນ Featured
ຂ່າວດີແທ້ໆແຂວງຫົວພັນຜ່ອນຄາຍມາດຕະການ Featured
ຫົວແຕກ! ກະບະຕໍາກໍາແພງກາງເດິກ ທີ່ບ້ານທົ່ງຕູມ Featured
ຄໍາສັ່ງດ່ວນແຂວງຫຼວງນໍ້າທາ Featured
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກັນຍາ 2020 Featured
ກະສິກອນເມືອງເມິງພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme