Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 7:00 ໂມງ

Posted on 16/07/202116/07/2021 By ປະກາດ Pakaad No Comments on ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 7:00 ໂມງ

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເປັນບາງໂອກາດ.

– ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 19-31 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 22-37 ອົງສາ.

– ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 23-34 ອົງສາ.

– ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 23-33 ອົງສາ.

– ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 16-27 ອົງສາ.

– ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 24-34 ອົງສາ.

– ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 15-27 ອົງສາ.

.

Featured, ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ, ເຕືອນໄພ

Post navigation

Previous Post: ຫສນຍ ຈັດຕັ້ງເຜີຍແຜ່ເອກະສານສຳຄັນ ຂອງລັດຖະບານ ຊຸດທີ IX
Next Post: ຖະແຫຼງຂ່າວ 16 ກໍລະກົດ 2021 ໂຄວິດ-19 ! ຕິດໃນຊຸມຊົນ 1 ຄົນ ແລະ ນໍາເຂົ້າ 94 ຄົນ

Related Posts

EU ຊ່ວຍລາວ 515.000.000.000 ກີບ ໃຊ້ໃນວຽກງານການສຶກສາ ແລະ ໂພສະນາການ Featured
ຂ່າວດ່ວນ! ແຈ້ງປ່ອຍນໍ້າອອກເຂື່ອນນໍ້າລີກ 1 ແລະ 2 Featured
ຄົນຕິດເຊື້ອໃໝ່ ທີ່ ນະຄອນຫຼວງວຽງຈັນ ສັກຢາຄົບ 2 ເຂັມແລ້ວ ຍັງຕິດ ໂຄວິດ-19 Featured
ເສຍຊີວິດໃໝ່ 1 ຕິດເຊື້ອເພີ່ມ 239 Featured
ຜູ້ຕິດເຊື້ອຢູ່ຫລວງພະບາງຕ້ອງໄດ້ຮັບຜິດຊອບຄ່າອາຫານແລະທີ່ພັກເອງ Featured
ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງປານກາງ ຫາ ແຮງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme