Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງການເງື່ອນໄຂການຮັບວັກຊິນເຂັມກະຕຸ້ນ ທີ່ 2 (ເຂັມ 4)

Posted on 24/03/202224/03/2022 By ປະກາດ Pakaad No Comments on ແຈ້ງການເງື່ອນໄຂການຮັບວັກຊິນເຂັມກະຕຸ້ນ ທີ່ 2 (ເຂັມ 4)

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສັກວັກຊີນປ້ອງກັນໂຄວິດ-19 ໃຫ້ບັນລຸຄາດໝາຍ ແລະ ເພື່ອກະຕຸ້ນການສ້າງພູມຄຸ້ມຮ່າງກາຍໃຫ້ຕໍ່ເນື່ອງ, ຫຼຸດຜ່ອນອາການຮຸນແຮງ ໃນເວລາຕິດເຊື້ອ ຂອງພະຍາດໂຄວິດ-19, ກົມອະນາໄມ-ສົ່ງເສີມສຸຂະພາບ ຈຶ່ງອອກແຈ້ງການແນະນຳດ້ານວິຊາການ ດັ່ງລຸ່ມນີ້:

1. ກົມອະນາໄມ-ສົ່ງເສີມສຸຂະພາບ ຂໍແຈ້ງມາຍັງທ່ານຫົວໜ້າພະແນກສາທາລະນະສຸກນະຄອນຫຼວງ ແລະ ພະແນກສາທາລະນະສຸກແຂວງ 17 ແຂວງ ໃຫ້ຊາບກ່ຽວກັບການສັກວັກຊີນກັນພະຍາດໂຄວິດ-19 ເຂັ້ມກະຕຸ້ນຮອບ ທີ2 (ເຂັ້ມ4) ໃຫ້ແກ່ກຸ່ມເປົ້າໝາຍບຸລິມະສິດ ແລະ ກຸ່ມທົ່ວໄປແຕ່ອາຍຸ 18 ປີ ຂື້ນໄປ.

2. ໃຫ້ບໍລິການ ສັກວັກຊີນ ໂຄວິດ-19 ສັກເຂັມກະຕຸ້ນຮອບທີ2 (ເຂັ້ມ4) ພາຍຫຼັງໄດ້ຮັບເຂັ້ມກະຕຸ້ນຮອບ1 (ເຂັມ3) ເຊິ່ງຫ່າງກັນ 3 ເດືອນຂຶ້ນໄປ ໃຫ້ກຸ່ມເປົ້າໝາຍທີ່ເປັນບຸລິມະສິດເຊັ່ນ:

  • ກຸ່ມພະນັກງານສາທາລະນະສຸກ
  • ກຸ່ມພະນັກງານທີ່ເຮັດວຽກປ້ອມດ່ານຫນ້າທີ່ມີຄວາມສ່ຽງ ເຊັ່ນ: ພະນັກງານການທູດ, ຜູ້ເດີນທາງເຂົ້າ-ອອກ, ພະນັກງານເຮັດວຽກຢູ່ດ່ານຊາຍແດນ, ກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ພະນັກງານກະຊວງຕ່າງໆ ແລະ ອົງການບໍລິການທີ່ເຮັດວຽກກັບຄົນຫຼາຍຄົນ ລວມທັງທະນາຄານ, ທ່ອງທ່ຽວ, ໂຮງຈັກໂຮງງານ ແລະ ອື່ນໆ
  • ກຸ່ມຄົນທີ່ມີພະຍາດພູມຄຸ້ມກັນບົກຜ່ອງ ຫຼື ມີພະຍາດປະຈຳໂຕ ລວມທັງຜູ້ສູງອາຍຸ 60 ປີ ຂື້ນໄປ

3. ເງື່ອນໄຂຜູ້ທີ່ຈະສັກເຂັ້ມກະຕຸ້ນຮອບທີ2 (ເຂັມ4) ຢູ່ ສປປ ລາວ

ຜູ້ທີ່ໄດ້ຮັບວັກຊີນ J&J ຫລື Sputnik Light ຫນື່ງເຂັ້ມ ຄົບ 2 ເຂັ້ມ ໄດ້ສອງເດືອນຂຶ້ນໄປ ສາມາດສັກວັກຊິນ AstraZeneca ຫລື Pfizer ເປັນເຂັມກະຕຸ້ນທີ່ຫນື່ງ ແລະ ພາຍຫລັງເຂັມກະຕຸ້ນຫນຶ່ງໄດ້ສາມເດືອນຂື້ນໄປ ສາມາດຮັບວັກຊິນເຂັ້ມກະຕຸ້ນທີ່ສອງໄດ້ໄດ້ຮັບວັກຊິນ Sinopharm/Sinovac ຄົບ 2 ເຂັ້ມ ໄດ້ສອງເດືອນຂຶ້ນໄປ ຄວນສັກວັກຊິນ ເຂັ້ມກະຕຸ້ນຮອບທີ 1 AstraZeneda ຫລື Pfizer ແລະ ພາຍຫລັງເຂັ້ມກະຕຸ້ນຫນຶ່ງໄດ້ສາມເດືອນຂື້ນໄປສາມາດຮັບວັກຊິນ ເຂັ້ມກະຕຸ້ນທີສອງໄດ້.

ຜູ້ທີ່ໄດ້ຮັບວັກຊິນ Sputnik V, AstraZeneda ຫລື Pfizer ຄົບ 2 ເຂັ້ມ ໄດ້ສາມເດືອນຂຶ້ນໄປ ສາມາດສັກວັກຊິນ ເຂັ້ມກະຕຸ້ນຮອບທີ 1 ໃຊ້ວັກຊິນ AstraZeneca ຫລື Pfizer ແລະ ພາຍຫລັງເຂັ້ມກະຕຸ້ນຮອບນຶ່ງ (ເຂັ້ມ3)ສາມເດືອນຂື້ນໄປສາມາດຮັບວັກຊິນເຂັ້ມກະຕຸ້ນທີ່ສອງ (ເຂັມ4) AstraZeneda ຫລື Pfizer ໄດ້ວັກຊີນທີ່ຈະໄດ້ຮັບໃນໄລຍະນີ້ແມ່ນວັກຊີນ AstraZeneda ຫຼື Pfizer ລາຍລະອຽດແມ່ນ ໃຫ້ກວດເບິ່ງ ປະຫວັດການ ຮັບວັກຊີນຜ່ານມາ ແລະ ອີງໃສ່ຄູ່ມືຕາຕະລາງການໃຫ້ວັກຊີນ

ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ພາຍຫຼັງປິ່ນປົວດີແລ້ວ 2 ເດືອນ ສາມາດມາຮັບວັກຊີນໂຄວິດໄດ້ເລີຍບໍ່ວ່າ ຈະເປັນເຂັມ 1, ເຂັ້ມ 2 ຫຼື ເຂັ້ມກະຕຸ້ນກໍຕາມໂດຍອີງໃສ່ຕາຕະລາງການໃຫ້ວັກຊີນຜ່ານມາ

ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ສັກເຂັ້ມກະຕຸ້ນຮອບ 1 (ເຂັມ3) ໃນໄລຍະນີ້ແມ່ນອະນຸຍາດໃຫ້ແຕ່ໃຊ້ວັກຊີນ Pfizer ເທົ່ານັ້ນ ໃນສະເພາະແຂວງ ຫຼື ເມືອງທີ່ມີເງື່ອນໄຂໃຊ້ວັກຊີນຊະນິດນີ້.

ສຳລັບໂຮງຫມໍ ທີ່ຢູ່ຫ່າງໄກ ເດີນທາງໄປມາຫຍຸ້ງຍາກ ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ໃຊ້ວັກຊີນ Sinopharm/Sinovac ເປັນເຂັ້ມກະຕຸ້ນ.

ສໍາຄັນໃນກຸ່ມອາຍຸ 12-17 ປີ ແມ່ນຍັງບໍ່ອະນຸຍາດໃຫ້ສັກວັກຊີນເຂັ້ມກະຕຸ້ນຮອບ 2 (ເຂັມ4) ຢ່າງເດັດຂາດ.

4. ການສັກວັກຊີນເຂັ້ມກະຕຸ້ນຮອບ 1 (ເຂັມ 3) ແລະ ເຂັ້ມກະຕຸ້ນຮອບ 2(ເຂັ້ມ4) ແມ່ນໃຫ້ຈັດຕັ້ງປະຕິບັດສຳເລັດກ່ອນປີໃຫມ່ລາວໃນທົ່ວປະເທດ ໂດຍ ນຳໃຊ້ວັກຊີນ AstraZeneca ເປັນບູລິມະສິດ ໃນກຸ່ມອາຍຸ 18 ປີ ຂຶ້ນໄປ ໃຫ້ໄດ້ໃຊ້ໄວເທົ່າທີ່ໄວ ກ່ອນວັກຊີນຈະຫມົດອາຍຸໃນເດືອນມີນາ ແລະ ເມສາ

5. ໃຫ້ເພີ້ມທະວີວຽກງານໂຄສະນາສຸຂະສຶກສາ ໃຫ້ຂໍ້ມູນເຂົ້າຮອດເຂົ້າເຖິງກຸ່ມເປົ້າໝາຍໂດຍສະເພາະຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ແມ່ລູກອ່ອນ

6. ມອບໃຫ້ສຳນັກງານອົງການ ຫົວໜ່ວຍທຸລະກິດ ຄອບຄົວ ໄດ້ມີການຕິດຕາມກວດກາ ເບິ່ງສະມາຊິກຂອງຕົນເອງ ມີໃຜທີ່ຍັງບໍ່ໄດ້ສັກ ເມື່ອຄົບກຳນົດຕາມໄລຍະເວລາຂອງການສັກ ທີ່ໄດ້ກ່າວມາຂ້າງເທິງນັ້ນຈົ່ງໄດ້ມີການຈັດຕັ້ງປຸກລະດົມກັນອອກມາສັກ ໃຫ້ຄົບຕາມໄລຍະທີ່ໄດ້ກຳນົດ,

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານຫົວຫນ້າພະແນກສາທາລະນະສຸກແຂວງ ເພື່ອຊາບ ແລະ ຊີ້ນຳຫນ່ວຍງານຮັບຜິດຊອບໃນຂັ້ນແຂວງ ຂັ້ນເມືອງ ແລະ ໂຮງໝໍນ້ອຍ ໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນສຳເລັດຕາມຄາດຫມາຍ.

.

.

Featured, ແຈ້ງການ​, ໂຄວິດ-19

Post navigation

Previous Post: ປີໃໝ່ລາວປີນີ້ພັກຍາວ 13-17 ເມສາ 2022
Next Post: ທົ່ວປະເທດຕິດເພີ່ມ +2.212 ເສຍຊີວິດໃໝ່ 2

Related Posts

ທົ່ວປະເທດ +1001 ນະຄອນຫຼວງວຽງຈັນແລະແຂວງສະຫວັນນະເຂດ ຍັງຕິດເພີ່ມຫຼາຍ Featured
ແມ່ຕູ້ອາຍຸ78ປີຕິດໂຄວິດເສຍຊີວິດທີ່ນະຄອນຫລວງວຽງຈັນ Featured
ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ 54 ຄົນ ຢູ່ 9 ແຂວງ! ຖະແຫຼງຂ່າວ 1 ກັນຍາ 2021 Featured
ແຂວງຈໍາປາສັກສັ່ງເດັດຂາດ ຕ້ອງປັບໃໝ ແລະ ລົງໂທດ ຜູ້ລະເມີດມາດຕະການ Featured
ໂບວິລັກ ຄວ້າຫຼຽນເງິນທຳອິດ ເປຕັ່ງປະເພດຊຸດຕິ້ງຍິງ Featured
ແຈ້ງເຕືອນ ສະບັບທີ 4 ພາຍຸເຂດຮ້ອນ ໂກນເຊິນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme