Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຖະແຫຼງຂ່າວ 16 ກໍລະກົດ 2021 ໂຄວິດ-19 ! ຕິດໃນຊຸມຊົນ 1 ຄົນ ແລະ ນໍາເຂົ້າ 94 ຄົນ

Posted on 16/07/202116/07/2021 By ປະກາດ Pakaad No Comments on ຖະແຫຼງຂ່າວ 16 ກໍລະກົດ 2021 ໂຄວິດ-19 ! ຕິດໃນຊຸມຊົນ 1 ຄົນ ແລະ ນໍາເຂົ້າ 94 ຄົນ

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະມາຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 16 ກໍລະກົດ 2021.

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 15 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1,697 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 95 ຄົນ, ໃນນັ້ນ ຈາກຈໍາປາສັກ 71 ກໍລະນີ, ສະຫວັນນະເຂດ 22 ກໍລະນີ ແລະ ຄໍາມ່ວນ 02 ກໍລະນີ.

ໃນນັ້ນ ມີກໍລະນີນຳເຂົ້າ 94 ຄົນ ມາຈາກ ແຂວງ ຈໍາປາສັກ 70 ກໍລະນີ, ສະຫວັນນະເຂດ 22 ກໍລະນີ ແລະ ຄໍາມ່ວນ 02 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ສ່ວນຕິດເຊື້ອໃນຊຸມຊົນ 1 ຄົນ ມາຈາກແຂວງຈຳປາສັກ 1 ຄົນ ເປັນຜູ້ຮັບຜິດຊອບໃນການແລ່ນເອກະສານເອົາເຄື່ອງອອກ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ, ສຳລັບຜູ້ສຳຜັດໃກ້ຊິດ ທີມງານກຳລັງລົງໄປສອບສວນ ແລະ ເກັບກຳຂໍ້ມູນລະອຽດ ຈະລາຍງານບັນດາທ່ານຕື່ມໃນພາຍຫຼັງ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,187 ຄົນ, ເສຍຊີວິດສະສົມ 4 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 1,008 ຄົນ.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 15 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,152 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 6,150 ຄົນ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 7:00 ໂມງ
Next Post: ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 12:00 ໂມງ

Related Posts

ປະຊາຊົນບ້ານປາກກະດິງ ພົບເງິນເບ້ຍບູຮານ ອາຍຸຫຼາຍຮ້ອຍປີ Featured
ກະຊວງການເງິນແຈ້ງເຊີນເຂົ້າສະເໜີລົດໄຟຟ້າ Ev Featured
ແຈ້ງການ ໃຫ້ກວດກາ ແລະ ເຝົ້າລະວັງກ່ຽວກັບການ ຈຳໜ່າຍຜະລິດຕະພັນຢາປິ່ນປົວ ໂຄວິດ-19 ແລະ ເຄື່ອງທົດສອບແບບໄວ Featured
ຄວາມໜາວຈາກປະເທດຈີນສືບຕໍ່ປົກຄຸມຢູ່ທົ່ວໜາວທົ່ວທຸກພາກ Featured
ສອບເສັງຄັດເລືອກເອົາລັດຖະກອນ ຮອບ II ຂອງກະຊວງການເງິນ ທີ່ຫຼວງພະບາງ ຂ່າວສານບ້ານເມືອງ
ແຂວງຊຽງຂວາງອອກມາດຕະການສະບັບໃໝ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme