Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມີທັງລົມແລະໜາວຕອນຄືນຫາເຊົ້າໃນຫຼາຍເຂດ

Posted on 29/01/202229/01/2022 By ປະກາດ Pakaad No Comments on ມີທັງລົມແລະໜາວຕອນຄືນຫາເຊົ້າໃນຫຼາຍເຂດ

ພະຍາກອນອາກາດ ປະຈໍາວັນທີ 29/01/2022ເວລາ 7:00 ໂມງ

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງອ່ອນ ສົມທົບກັບລົມຕາເວັນຕົກພັດປົກຄຸມຢູ່ພາກເໜືອ ແລະ ລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຍັງເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງ ຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 29/1/2022 ຫາເວລາ 7:00 ໂມງ ວັນທີ 30/1/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນ ເທົ່າກັບ 15%. ອຸນຫະພູມໃນລະຫວ່າງ 10-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມຈະມີໝອກໜາ ປົກຫຸ້ມຢູ່ໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 10-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມ. ອຸນຫະພູມໃນລະຫວ່າງ 20-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 18-35 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 07-25 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 17-36 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນ ລະຫວ່າງ 08-28 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ລັດມີແຜນປັບຄ່າແຮງງານຂັ້ນຕໍ່າເປັນ 1,5 ລ້ານກີບຕໍ່ເດືອນ
Next Post: ສະພາບໂຄວິດມື້ນີ້ ຕິດເຊື້ອເພີ່ມ 537 ແລະ ປົວດີ 610

Related Posts

ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່ Featured
ແຈ້ງການດ່ວນ! ຫ້າມບຸກຄົນ ເຂົ້າ-ອອກ ເທດສະບານເມືອງທ່າແຂກເດັດຂາດ Featured
ຂອບໃຈເປັນຢ່າງສູງ! ອາເມລິກາ ບໍລິຈາກ ວັກຊິນ ໃຫ້ ສປປລ ລາວ 1.008.000 ໂດສ Featured
ໜາວເຢັນຫາໜາວເຢັນຫລາຍໃນແຂວງພາກເໜືອແລະເຂດພູພຽງບໍລະເວນ Featured
ນະຄອນຫຼວງ ສັ່ງເດັດຂາດ! ໃຜລະເມີດຄໍາສັ່ງ ປັບໃໝ 5 ແສນ – 10 ລ້ານກີບ Featured
ສາມວາລະສໍາຄັນ ຜົນກອງປະຊຸມລັດຖະບານເປີດກວ້າງ ປີ 2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme