Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຫສນຍ ຈັດຕັ້ງເຜີຍແຜ່ເອກະສານສຳຄັນ ຂອງລັດຖະບານ ຊຸດທີ IX

Posted on 16/07/202116/07/2021 By ປະກາດ Pakaad No Comments on ຫສນຍ ຈັດຕັ້ງເຜີຍແຜ່ເອກະສານສຳຄັນ ຂອງລັດຖະບານ ຊຸດທີ IX

ໃນຕອນເຊົ້າ ວັນທີ 15 ກໍລະກົດ 2021 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງລັດຖະ ບານ ຊຸດທີ IX, ພາຍໃຕ້ການເປັນປະທານ ຂອງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າ ຂັ້ນສູນກາງ, ຫົວໜ້າຫ້ອງການກະຊວງ-ອົງການ ແລະ ຫົວໜ້າກົມ ທີ່ກ່ຽວຂ້ອງ, ພ້ອມດ້ວຍຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ ແລະ ປະກອບຄຳເຫັນແລກປ່ຽນ ຕໍ່ 4 ເອກະສານສຳຄັນຂອງລັດຖະບານຊຸດທີ IX ຄື: ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX; ຂໍ້ຕົກລົງ ຂອງນາຍົກລັດຖະ ມົນຕີ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການກຳນົດເງື່ອນໄຂ ໃນການເຈລະຈາ ສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ໃນໄລຍະເຮັດທົດລອງ; ແຜນດຳເນີນງານ ຂອງລັດຖະບານຊຸດທີ IX ໄລຍະ 5 ປີ (2021-2025); ແລະ ຜົນກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງ ຄັ້ງທີ I ປີ 2021 ໂດຍມີຈຸດປະສົງ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ເລິກເຊິ່ງ ແລະ ເປັນເອກະພາບ ຕໍ່ລະບຽບການ ແລະ ກົນໄກ ການເຮັດວຽກ ກໍ່ຄືແຜນດຳ ເນີນງານ ໄລຍະ 5 ປີ ໃນຕໍ່ໜ້າ ຂອງລັດຖະບານ ຊຸດທີ IX, ທິດຊີ້ິນຳຂອງກອງປະຊຸມລັດຖະບານເປີດກວ້າງ, ທັງເປັນບ່ອນອີງ ໃຫ້ກະຊວງ-ອົງການ ນຳໄປຜັນຂະຫຍາຍເປັນລະບຽບການ ກໍ່ຄືແຜນດຳເນີນງານສະເພາະ ຂອງຂະແໜງການຕົນ ໃຫ້ແທດຕົວຈິງ, ມີປະສິດທິພາບ ແລະ ປະສິດທິຜົນດີ ເວົ້້າລວມ,

ເວົ້າສະເພາະ ແມ່ນເພື່ອກະກຽມໃຫ້ແກ່ການຈັດ ຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ຫົວທີ ໃຫ້ມີຊັດເຈນ, ມີຄວາມກົມກຽວ, ເປັນເອກະພາບ ແລະ ໄດ້ຮັບຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້. ສຳລັບການປະກອບຄຳເຫັນແລກປ່ຽນ ຂອງຜູ້ເຂົ້າຮ່ວມ, ໂດຍລວມ ແມ່ນເຫັນດີເປັນເອກະພາບ ແລະ ສະໜັບສະໜູນ ຕໍ່ກັບເອກະສານ 4 ສະບັບ ທີ່ນຳມາເຜີຍແຜ່ໃນຄັ້ງນີ້, ພ້ອມກັນນັ້ນ ກໍ່ມີຄວາມມຸ່ງໝັ້ນ ຈະພ້ອມກັນນຳເອົາໄປຈັດຕັ້ງຜັນຂະຫຍາຍ ເປັນແຜນການ, ແຜນງານ ແລະ ໂຄງ ການລະອຽດ ທີ່ແທດເໝາະກັບສະພາບເງື່ອນໄຂຕົວຈິງ ຂອງຂະແໜງການຕົນ ແລະ ໃຫ້ມີການຫັນປ່ຽນສູ່ອັນໃໝ່ ທີ່ດີຂຶ້ນກວ່າເກົ່າ ໂດຍສະເພາະ ການຫັນສູ່ຄວາມທັນສະໄໝ, ການຫຼຸດຜ່ອນຂອດຂັ້ນ ແລະ ໄລຍະເວລາ; ການປະຕິບັດລວມ ສູນ ຜ່ານປະຕູດຽວ; ການປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ສົມເຫດສົມຜົນ; ການປະສານງານ ຄ່ອງແຄ້ວ, ໂລ່ງລຽນ ແລະ ກົມກຽວກັນ; ການຈັດຕັ້ງປະຕິບັດ ຖືກຕ້ອງ ແລະ ໄປລວງດຽວກັນ, ວ່ອງໄວ, ທັນການ ແລະ ນຳເອົາຜົນປະໂຫຍດ ມາໃຫ້ປະເທດຊາດ ແລະ ປະຊາຊົນ ຫຼາຍເທົ່າທີ່ຈະຫຼາຍໄດ້.

ຕໍ່ຄວາມໝາຍສຳຄັນ ໃນການເຜີຍແຜ່ເອກະສານຄັ້ງນີ້, ໃນຕອນທ້າຍຂອງກອງປະຊຸມ ຍັງເປັນກຽດໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຊຶ່ງທ່ານໄດ້ຕີລາສູງ ຕໍ່ຜົນສຳເລັດ ຂອງກອງປະຊຸມຄັ້ງນີ້ ແລະ ໄດ້ຊີ້ນຳ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສັງລວມເອົາຄຳຄິດເຫັນ ຂອງຜູ້ເຂົ້າຮ່ວມ ເພື່ອເປັນບ່ອນອີງ ໃນການປັບປຸງເອກະສານທີ່ກ່ຽວຂ້ອງ ໃນຕໍ່ໜ້າ ກໍ່ຄືການປັບປຸງບົດແນະນຳການຈັດຕັ້ງປະຕິບັດຕົວຈິງ ຢູ່ຂະແໜງການໃນຕໍ່ໜ້າຕື່ມ; ໃຫ້ບັນດາກະຊວງ-ອົງການ ນຳເອົາເອກະສານດັ່ງກ່າວ ໄປເຜີຍແຜ່ ໃຫ້ພະນັກງານການນຳຫຼັກແຫຼ່ງ ກໍ່ຄືພະນັກງານ-ລັດຖະກອນຂອງຕົນ ສາມາດກຳແໜ້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ເປັນເອກະພາບ, ເຮັດໃຫ້ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ຮັບການມອບໝາຍ ມີປະສິດຜົນດີ; ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສ້າງແຜນການລົງເຜີຍແຜ່ເອກະສານດັ່ງກ່າວ ຢູ່ຂັ້ນທ້ອງຖິ່ນ ໃຫ້ວ່ອງໄວ, ທົ່ວເຖິງ ແລະ ແທດເໝາະ ກັບສະພາບຕົວຈິງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ແຈ້ງການດ່ວນທີ່ສຸດ! ຊອກຫາແຮງງານຈາກ ສາມຫຼ່ຽມຄໍາ ລັກເຂົ້າມາຫຼວງພະບາງ
Next Post: ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 7:00 ໂມງ

Related Posts

ຝົນຈະຕົກທົ່ວທຸກພາກ ພະຍາກອນອາກາດ ເຊົ້າວັນທີ 16 ສິງຫາ 2021 Featured
ສຳເລັດກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ Featured
ຂ່າວດ່ວນໂຄວິດແຂວງວຽງຈັນແມ່ຕູ້ໄວ 70ປີເສຍຊີວິດ Featured
ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ Featured
ເປີດບໍລິການມື້ນີ້ 70 ປໍ້າ ທົ່ວນະຄອນຫຼວງວຽງຈັນ Featured
ອາກາດຮ້ອນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme