Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຕັດສິນແລ້ວ! ກຸ່ມຄົນທີ່ພາໃຫ້ເກີດການລະບາດຂອງ ໂຄວິດ-19 ໃນເດືອນ ເມສາ 2021

Posted on 15/07/202115/07/2021 By ປະກາດ Pakaad No Comments on ຕັດສິນແລ້ວ! ກຸ່ມຄົນທີ່ພາໃຫ້ເກີດການລະບາດຂອງ ໂຄວິດ-19 ໃນເດືອນ ເມສາ 2021

ຕອນເຊົ້າວັນທີ 15 ກໍລະກົດ 2021 ສານປະຊາຊົນນະຄອນຫລວງວຽງ ຈັນ ໄດ້ພິຈາລະນາຄະດີຂອງ ນາງ ມອນມີນາ ສຸດທິດາ ຫລື ຕິນ່າ ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 59 ຢູ່ລາວ ແລະ ຜູ້ກ່ຽວຂ້ອງອີກ 5 ຄົນ ຄື: ນາງ ພາວະດີ ວິພາກອນ ຫລື ຕຸກຕິກ, ທ້າວ ພານ ໄຊຍະລາດ, ທ້າວ ພູໃສ ສີສະຫວັນ ຫລື ຕື້, ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະ ສົງ ສຸລິຍະວົງສາ ຫລື ຫໍາຕາມການສັ່ງຟ້ອງຂອງອົງການໄອຍະການປະຊາ ຊົນນະຄອນຫລວງວຽງຈັນ, ສະບັບເລກທີ 774-779, ລົງວັນທີ 29 ມິຖຸນາ 2021 ໃນຂໍ້ຫາຂົນຂວາຍສົ່ງຄົນອອກ ຫລື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດຕາມປະມວນກົດໝາຍອາຍາ ມາດຕາ 128 ວັກ 2, ມາດຕາ 199 ວັກ 3 ແລະ ມາດຕາ 380 ວັກ 1.

ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫລັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສຂອງຄະນະສານແລ້ວເຫັນວ່າມີຫລັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນເຖີງຄວາມຜິດຂອງພວກກ່ຽວກັບຄະດີນີ້ທັງ 6 ຄົນ ຄື:

ນາງ ພາວະດີ ວິພາກອນ (ຈຳເລີຍ1) ອາຍຸ ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ຢູ່ບ້ານຫລັກ 2 ເມືອງສາລະວັນ, ແຂວງສາລະວັນ, ຖືກກັກ ຕົວໃນວັນທີ 30 ເມສາ 2021 ກະທຳຜິດທາງອາຍາໃນຂໍ້ຫາການຂົນຂວາຍສົ່ງຄົນເຂົ້າ ຫລື ອອກປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດ.

ນາງ ມອນມີນາ ສູດທິດາ (ຈໍາເລິຍ2) ອາຍຸ 22 ປີ, ສັນຊາດລາວ, ອາຊີບນັກສຶກສາ, ຢູ່ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ກະທໍາຜິດທາງອາຍາໃນຂໍ້ຫາການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ.

ທ້າວ ພານ ໄຊຍະລາດ (ຈໍາເລີຍ 3 ) ອາຍຸ 46 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານໝາກນາວເໜືອ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ກະທໍາຜິດທາງອາຍາໃນຂໍ້ຫາຂົນຂວາຍສົ່ງຄົນເຂົ້າ ຫຼືອອກປະເທດຢ່າງຜິດກົດຫມາຍ.

ທ້າວ ພູໃສ ສີ່ສະຫວັນ (ຈໍາເລີຍ 4) ອາຍຸ 34 ປີ, ສັນຊາດລາວ, ອາຊີບວ່າງງານ, ຢູ່ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດໃນຂໍ້ຫາການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ.

ນາງ ສອນນາລີ ດວງສະຫວັດ (ຈໍາເລີຍ 5) ອາຍຸ 21 ປີ, ສັນຊາດລາວ, ອາຊີບເສີມສວຍ, ຢູ່ບ້ານສະໜາມໄຊ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ (ຈໍາເລີຍ 6) ອາຍຸ 24 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານທ່າແຮ່, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດທາງອາຍາໃນຂໍ້ຫາການຂົນ ຂວາຍສົ່ງຄົນເຂົ້າ ຫຼື ອອກປະເທດຢ່າງຜິດກົດຫມາຍ ແລະ ການປິດບັງການກະທໍາຜິດ ທີ່ແຕະຕ້ອງເຖິງຄວາມສະຫງົບຂອງຊາດ ແລະ ຊີວິດ, ສຸຂະພາບ, ກຽດສັກສີຂອງບຸກຄົນ, ລະບຽບການບໍລິຫານ, ການຍຸຕິທໍາ, ສະເຖຍລະພາບທາງດ້ານເສດຖະກິດ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມຕາມປະມວນກົດຫມາຍອາຍາ ມາດຕາ 128, 189 ແລະ 380.

ການກະທໍາຂອງພວກຈໍາເລີຍທັງ 6 ຄົນ ເປັນການກະທໍາຜິດໂດຍເຈດ ຕະນາ, ເພາະພວກກ່ຽວຮູ້ດີວ່າພະຍາດໂຄວິດ-19 ກໍາລັງລະບາດຢ່າງຮຸນ ແຮງໄປຫຼາຍປະເທດທົ່ວໂລກນັບແຕ່ປີ 2019 ເປັນຕົ້ນມາ, ໂດຍສະເພາະຢູ່ປະເທດໄທ ເປັນປະເທດທີ່ມີກຸ່ມສ່ຽງ, ແລະ ຍິ່ງໄປກວ່ານັ້ນ ລາວເຮົາ ໄດ້ມີຄໍາສັ່ງຂອງນາຍຍົກລັດຖະມົນຕີ ສະບັບເລກທີ 06, ລົງວັນທີ 21 ມີນາ 2020 ແລະ ສະບັບເລກທີ 15,ລົງວັນທີ 21 ເມສາ 2021 ພ້ອມນັ້ນ ຍັງໄດ້ມີການປິດດ່ານເຂົ້າ-ອອກລະຫວ່າງປະເທດ ຍ້ອນມີການແຜ່ລະບາດຮ້າຍແຮງຂອງພະຍາດໂຄວິດ-19, ທີ່ສໍາຄັນພວກກ່ຽວມີສະຕິສາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ.

ຜ່ານການພິຈາລະດ້ວຍເຫດຜົນ ແລະ ຫຼັກຖານທີ່ຄົບຖ້ວນຂອງຄະນະສານ ເຫັນວ່າ: ການກະທໍາຂອງ ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ (ຈໍາເລີຍ 1) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02, ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01, ນາງ ມອນມີນາ ສຸດທິດາ ຫຼື ຕີນ່າ (ຈໍາເລີຍ2) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01, ທ້າວ ພານ ໄຊຍະລາດ (ຈໍາເລີຍ3) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02, ທ້າວ ພູໃສ ສີສະຫວັນ ຫຼື ຕື້ (ຈໍາເລີຍ 4) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01; ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ (ຈໍາເລີຍ5 ແລະ 6) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02 ແລະ ມາດຕາ 380 ວັກ 01.

ດັ່ງນັ້ນ ສານປະຊາຊົນນະຄອນຫລວງວຽງຈັນ ຈິ່ງພິຈາລະນາຕັດອິດສະ ພາບພວກກ່ຽວ ຄື:

  • – ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ ຈຳຄຸກ 5 ປີ 1 ເດືອນ 15 ວັນ, ພ້ອມປັບໄໝເງິນ 52.500.000 ກີບ.
  • – ນາງ ມອນມີນາ ສຸດທິດາ ຫຼື ຕີນ່າ ຈໍາຄຸກ 3 ປີ 7 ເດືອນ 15 ວັນ, ພ້ອມປັບໄໝເງິນ 27.500.000 ກີບ.
  • – ທ້າວ ພານ ໄຊຍະລາດ ຈໍາຄຸກ 1 ປີ 6 ເດືອນ, ພ້ອມປັບໄໝເງິນ 25.000.000 ກີບ.
  • – ທ້າວ ພູໃສ ສີສະຫວັນ ຈໍາຄຸກ 3 ປີ 7 ເດືອນ, 15 ວັນ, ພ້ອມປັບໄໝເງິນ 27.500.000 ກີບ.
  • – ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ ຈໍາຄຸກຜູ້ລະ 1 ປີ 7 ເດືອນ, 15 ວັນ, ພ້ອມປັບໄໝເງິນຜູ້ລະ 25.000.000 ກີບ.

ຂ່າວ: ມົດແດງນ້ອຍ, ພາບ: ອາພິນຍາ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານຍີ່ປຸ່ນໃຫ້ທຶນການສຶກສາລະດັບປະລິນຍາໂທ ແລະປະລິນຍາເອກ ແກ່ ສປປ ລາວ
Next Post: ຊາປະນະກິດ ຜູ້ເສຍຊິວິດຈາກ ໂຄວິດ-19 ຄົນທີ 4! ສະແດງຄວາມເສຍໃຈມາຍັງຄອບຄົວຜູ້ກ່ຽວ

Related Posts

ເມືອງປາກທາແກ້ຕົ້ນເຫດເລີຍຮ້ານໃດຂາຍເຫຼົ້າເບຍໂທດໜັກ Featured
ຕິດເຊື້ອເພີ່ມພຽງ 1 ກໍລະນີ (ໂຄວິດ-19 ວັນທີ 9 ມິຖຸນາ 2021) Featured
ນາຍົກຊີ້ນໍາໃນປີ 2022 ຕ້ອງໄດ້ສືບຕໍ່ປັບປຸງກົນໄກການເຮັດວຽກຢ່າງໂປ່ງໃສ, ທັນສະໄໝ ແລະ ຖືກກົດໝາຍ Featured
ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ Featured
ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ Featured
ຂ່າວດີ ລາຄານໍ້າມັນລົງ ເລີ່ມ 9 ເມສາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme