ຂປລ. ກອງປະຊຸມສະຫລຸບ 6 ເດືອນຕົ້ນປີ ແລະ ກໍານົດທິດທາງໜ້າວຽກຈຸດສຸມ 6 ເດືອນທ້າຍປີ, ພ້ອມປະກາດການຈັດຕັ້ງ ຄະນະບໍລິຫານງານສະມາຄົມສຽງແຄນລາວ ຊຸດໃໝ່ ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2021 ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານກິດຕິມະສັກ ສະມາຄົມສຽງແຄນລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຄຳພັນ ເໝືອນສິດທິດາ ປະທານສະມາຄົມສຽງແຄນລາວ ໄດ້ກ່າວວ່າ: ໄລຍະ 6 ເດືອນຕົ້ນປີ ສະມາຄົມສຽງແຄນລາວ ໄດ້ຮັບຮອງເອົາການສ້າງຕັ້ງ ແລະ ກົດລະບຽບຂອງສະມາຄົມສຽງແຄນລາວ, ຮັບຮອງເອົາຄະນະບໍລິຫານສະມາຄົມສຽງແຄນລາວ ຊຸດທີ III, ໄດ້ຈົດທະ ບຽນສະມາຄົມສຽງແຄນລາວ, ໄດ້ປ່ຽນກາໝາຍ (Logo) ຈາກສະຄົມສິລະປະແຄນລາວ ມາເປັນສະ ມາຄົມສຽງແຄນລາວ, ໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ, ໄດ້ພິມໂຄງຮ່າງຄະນະບໍລິ ຫານ ສະມາຄົມສຽງແຄນລາວ ຊຸດທີ III, ໄດ້ເປີດບັນຊີເງີນກະແສລາຍວັນ ແລະ ອື່ນໆ. ສຳລັບທິດທາງໜ້າທີ່ຈຸດສຸມ 6 ເດືອນທ້າຍປີ ຄະນະບໍລິຫານສະມາຄົມສຽງແຄນລາວ ຈະສືບເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດ ຕໍ່ຄະນະບໍລິຫານສະມາຄົມ ຕະຫລອດຮອດສະມາຊິກສະມາຄົມທຸກຄົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ສືບຕໍ່ເອົາໃຈໃສ່ປັບ ປຸງກົງຈັກຊ່ວຍວຽກສະມາຄົມໃຫ້ເຂັ້ມແຂງ, ຈັດຕັ້ງປະຕິບັດແຜນການຜະລິດ ແລະ ຈຳໜ່າຍຜະລິດ ຕະພັນສັນຍາລັກແຄນລາວ ເພື່ອມີລາຍຮັບໃຫ້ສະມາຄົມກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວ; ສືບຕໍ່ປັບປຸງ ບົດບັນເລັງສຽງແຄນ “ສືບສານຕໍານານສຽງແຄນແຜ່ນດິນເດີມ ຂອງຄົນເຊື້ອຊາດລາວ” ທີ່ເປັນບົດບັນເລງສຽງແຄນລາວ ບັນດາເຜົ່າປະສານກັບເຄື່ອງດົນຕີສາກົນ, ຊຶ່ງໄດ້ສະແດງຜ່ານໃນງານມະໂຫລານສຽງແຄນເຊື້ອຊາດລາວ ມໍຣະດົກໂລກ ອອກສູ່ສັງຄົມ ໃນວັນທີ 18 ທັນວາ 2020 ເພື່ອໃຫ້ມີຄວາມສົມບູນ ແລ້ວຈັດຫາງົບປະມານເພື່ອຂຽນເປັນໂນດຊອນແຟ ແລະ ຈັດພິມໄວ້ ແນໃສ່ເພື່ອເປັນຫລັກສູດການຮຽນການສອນ ແລະ ເປັນລິຂະສິດຂອງລາວ.
ໃນໂອກາດນີ້, ກໍໄດ້ຮັບຮອງເອົາຄະນະບໍລິຫານ (ປະທານ, ຮອງປະທານ ແລະ ກໍາມະການ) ສະມາຄົມສຽງແຄນລາວ ຊຸດທີ III ແລະ ແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍສິລະປະການສະແດງ ຂອງສະມາຄົມສຽງແຄນລາວ ອີກດ້ວຍ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ແຄນ ແລະ ສຽງແຄນລາວ ໄດ້ຮັບການຢັ້ງຢືນຈາກອົງການອຸຍແນສໂກ ແຫ່ງ ສະຫະປະຊາຊາດ ໃຫ້ເປັນມໍລະດົກວັດທະນະທໍານາມມະທໍາຂອງຄົນເຊື້ອຊາດລາວ ແລະ ເປັນມໍລະດົກວັດທະນະທໍານາມມະທໍາ ຂອງມວນມະນຸດໂລກ ໃນທ້າຍ ປີ 2017 ຜ່ານມາຢ່າງສົມກຽດ, ເຊິ່ງມັນໄດ້ສ້າງກຽດ ແລະ ຊື່ສຽງທີ່ໃຫຍ່ຫລວງ ໃຫ້ແກ່ ສປປ ລາວ ໃນເວທີພາກພື້ນ, ສາກົນ ແລະ ໃນໂລກ. ຊາດລາວພວກເຮົາ ເປັນຊາດທີ່ເກົ່າແກ່ໃນພາກພື້ນນີ້, ບັນພະບູລຸດລາວເຮົາ ໄດ້ປະດິດສ້າງແຄນທີ່ເປັນເຄື່ອງດົນຕີ, ເປັນເອກະລັກສະເພາະຂອງຄົນລາວ ຊາດລາວ ມາໄດ້ຫລາຍກວ່າ 3.000 ປີ; ແຄນ ແລະ ສຽງແຄນ ຕິດພັນກັບວິຖີຊີວິດ ແລະ ຮີດຄອງປະເພນີຂອງຄົນລາວບັນດາເຜົ່າ ເຖິງແມ່ນປະເທດລາວເຮົາເຄີຍເປັນຫົວເມືອງຂຶ້ນຂອງຕ່າງຊາດມາຫລາຍຮ້ອຍປີກໍຕາມ ແຕ່ແຄນ ແລະ ສຽງແຄນ ຍັງຕິດພັນ ແລະ ຝັງເລິກຢູ່ໃນສ່ວນເລິກຫົວໃຈ, ວິຖີຊີວິດວັດທະນະທຳ ແລະ ປະເພນີຂອງຄົນລາວບັນດາເຜົ່າ ຕະຫລອດມາ.
ນອກຈາກນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງເນັ້ນໃຫ້ ຄະນະບໍລິຫານງານຊຸດໃໝ່ ເພີ່ມທະວີຄວາມເປັນເອກະພາບ ພາຍໃນໝູ່ຄະນະ ຕິດພັນກັບການເຊີດຊູນໍ້າໃຈຮັກຊາດ, ຄະນະບໍລິຫານສະມາຄົມຕະຫລອດສະມາຊິກ ທີ່ມີວິຊາຄວາມຮູ້ ທາງດ້ານວິຊາສະເພາະ ທີ່ແຕກຕ່າງກັນ ເອົາໃຈໃສ່ຈັດແບ່ງວຽກງານກັນໃຫ້ເໝາະສົມ ແລະ ສົມສ່ວນ; ສ້າງຄົນຮຸ່ນສືບທອດຢ່າງຕໍ່ເນື່ອງ; ເອົາໃຈໃສ່ດ້ານນະໂຍບາຍຕໍ່ກັນຕາມຄວາມ ເໝາະສົມ, ສ້າງບັນຍາກາດໃນການເຮັດວຽກງານ ທີ່ຟົດຟື້ນຫ້າວຫັນສະໜິດສະໜົມເປັນກັນເອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນໝູ່ຄະນະໃຫ້ໜັກແໜ້ນ, ສ້າງເປັນກໍາລັງແຮງຫລັກແຫລ່ງ ເປັນໃຈກາງແຫ່ງຄວາມສາມັກຄີເປັນເອກະພາບເປັນປຶກແຜ່ນ, ຖືສຳຄັນການປັບປຸງແບບແຜນວິທີເຮັດວຽກພາຍໃນໝູ່ຄະນະ, ເຮັດວຽກມີແບບແຜນ, ຕົວຈິງ, ຕື່ນຕົວເຮັດວຽກບໍ່ເອື່ອຍອີງຖິ້ມພຸ້ນຖີ້ມພີ້, ກ້າຫານປະດິດສ້າງ, ມີຄວາມຮັບຜິດຊອບ, ໂດຍເລີ່ມຈາກການສ້າງແຜນການ, ໂຄງການ, ກິດຈະກໍາຕົວຈິງ ແລ້ວມອບໝາຍກັນຈັດຕັ້ງປະຕິບັດ, ມີການຕິດຕາມກວດກາ ສ່ອງແສງລາຍງານໃນແຕ່ລະໄລຍະ.
ຂ່າວ: ກິດຕາ, ພາບ: ຂັນໄຊ