Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄຳມ່ວນ ປ່ອຍປາຄືນສູ່ທຳມະຊາດ ທີ່ໜ້າເຂື່ອນໄຟຟ້ານໍ້າຫີນບູນ

Posted on 12/07/202112/07/2021 By ປະກາດ Pakaad No Comments on ຄຳມ່ວນ ປ່ອຍປາຄືນສູ່ທຳມະຊາດ ທີ່ໜ້າເຂື່ອນໄຟຟ້ານໍ້າຫີນບູນ

ວັນທີ 12 ກໍລະກົດ 2021 ນີ້,ແຂວງຄຳມ່ວນ ຈັດພິທີປ່ອຍປາ ຈຳນວນ 65 ພັນກວ່າໂຕ(ປາປາກ ແລະ ປາມະນີການ)ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ຢູ່ທີ່ອ່າງເກັບນໍ້າເຂື່ອນໄຟຟ້ານໍ້າຫີນບູນ ຂອງບໍລິສັດ ຣາຊີຕາ ບ້ານຄໍາແກ້ວ ເມືອງຫີນບູນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເຈົ້າເມືອງຫີນບູນ, ຜູ້ອຳນວຍການບໍລິສັດຣາຊີຕາ, ພ້ອມດ້ວຍຄະນະພະ ແນກການ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ໄດ້ ໃຫ້ຮູ້ວ່າ: ວຽກງານປ່ອຍປາ ແລະ ການພັດທະນາ, ອະນຸລັກສັດນໍ້າ-ສັດປ່າ ແມ່ນວຽກໜຶ່ງທີ່ສຳຄັນ ນັບຕັ້ງແຕ່ວັນສະຖາປະນາ ສປປ ລາວ ປີ 1975 ເປັນຕົ້ນມາ ພັກ-ລັດຖະບານກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານກະສິກຳ ແລະ ປ່າໄມ້ ເປັນເປົ້າໝາຍຕົ້ນຕໍ ໂດຍສະເພາະ ວຽກງານການຜະລິດ, ການປູກ, ການລ້ຽງ, ການປົກປັກຮັກສາ, ການຄຸ້ມຄອງສັດນໍ້າ-ສັດປ່າໃຫ້ມີຄວາມຍືນຍົງໂດຍຕະຫລອດມາ. ໃນກົດໝາຍວ່າດ້ວຍການປະມົງ ໃນມາດຕາທີ 69 ໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ ເພື່ອປູກຈິດສຳນຶກໃຫ້ປະຊາຊົນ ເຂົ້າໃຈ ແລະ ໃຫ້ຄວາມສຳຄັນໃນການປົກປັກຮັກສາສັດນໍ້າ-ສັດປ່າໃຫ້ມີຄວາມອຸດົມສົມບູນ.

ສຳລັບແຂວງຄຳມ່ວນ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ສົມທົບກັບການຈັດ ຕັ້ງກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ຄົ້ນຄວ້າໃນຫລາຍຮູບແບບ ເພື່ອປົກປັກຮັກສາ ເປັນຕົ້ນ ແມ່ນສ້າງບ່ອນອະນຸລັກ, ສ້າງວັງສະຫງວນ, ມາຮອດປັດຈຸບັນແຂວງຄຳມ່ວນແມ່ນມີວັງສະຫງວນຫລາຍກວ່າ 69 ແຫ່ງຢູ່ໃນຂັ້ນບ້ານ ແລະ ຢູ່ໃນການຄຸ້ມຄອງ, ປົກປັກຮັກສາໃນຂັ້ນເມືອງ 12 ແຫ່ງ ເພື່ອເປັນບ່ອນແຜ່ພັນຂອງສັດນໍ້າຕ່າງໆ. ນອກນີ້ຍັງໄດ້ປຸກລະດົມ ແລະ ສ້າງຂະບວນການປ່ອຍປາລົງສູ່ແມ່ນໍ້າທຳມະຊາດ, ຫ້ວຍ, ຮ່ອງ, ຄອງ, ບຶງ ເຊິ່ງໃນຊຸມປີຜ່ານມາແມ່ນສາມາດປ່ອຍປາໄດ້ທັງໝົດ 4 ລ້ານກວ່າໂຕ ແລະ ໃນປີ 2021 ນີ້ ຄາດຄະເນຈະປ່ອຍໄດ້ 2 ລ້ານກວ່າໂຕ ໂດຍເລີ່ມແຕ່ວັນທີ 1 ກໍລະກົດເປັນຕົ້ນ ມາພໍ່ແມ່ປະຊາຊົນໄດ້ປ່ອຍປາລົງໃນໜອງລ້ຽງຂອງຕົນແລ້ວ ຈຳນວນ 170.000 ໂຕ. ໃນນັ້ນ ມີ ປາປາກ, ປາມະນີການ, ປາຍີ້ສົບ ແລະ ປາດຸກ.

ຂ່າວ: ກອງຄໍາ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສະມາຄົມສຽງແຄນລາວ ສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ກຳນົດທິດທາງໜ້າວຽກຈຸດສຸມ 6 ເດືອນທ້າຍປີ
Next Post: ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ

Related Posts

ເຕືອນການເດີນທາງ ເສັ້ນທາງພູເກົ້າຫຼັກເປເພໜັກ Featured
ແຂວງຫົວພັນ ເປີດຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ Featured
Nissan TERRA – ເປັນລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ Featured
ແຈ້ງເຕືອນພາຍຸໝຸນເຂດຮ້ອນ Mulan ປະຈໍາວັນທີ 11 ສິງຫາ 2022 Featured
ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ປີໃໝ່ສາກົນ ຕ້ອນຮັບ ຄ.ສ 2022 Featured
ມາດຕະການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂ ການລະບາດພະຍາດໂຄວິດ ສະບັບໃໝ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme