Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໜ້າສົງສານແທ້ໆ! ກໍລະນີທີ 9 ແມ່ຍິງຖືພາໄດ້ 5 ເດືອນ ເສຍຊີວິດຍ້ອນຕິດ ໂຄວິດ-19 ຂັ້ນຮຸນແຮງ

Posted on 12/08/202112/08/2021 By ປະກາດ Pakaad No Comments on ໜ້າສົງສານແທ້ໆ! ກໍລະນີທີ 9 ແມ່ຍິງຖືພາໄດ້ 5 ເດືອນ ເສຍຊີວິດຍ້ອນຕິດ ໂຄວິດ-19 ຂັ້ນຮຸນແຮງ

ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນຕອນເຊົ້າ ວັນທີ 12 ສິງຫາ 2021 ເຊິ່ງໄດ້ໃຫ້ລາຍລະອຽດ ຂອງຜູ້ເສຍຊີວິດ 1 ຄົນ ຈາກແຂວງຈຳປາສັກ ທີ່ເປັນກໍລະນີ ທີ 9 ຄືດັ່ງນີ້:

ຜູ້ເສຍຊີວິດເພດຍິງ, ອາຍຸ 28​ ປີ, ອາຊີບ: ກຳມະກອນ, ບ້ານສົ້ມໂຮງ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ. ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ.

ປະຫວັດການເຄື່ອນໄຫວ:

ວັນທີ 17 ກໍລະກົດ 2021 ຜູ້ກ່ຽວມາຮອດຊາຍແດນວັງເຕົ່າຊ່ອງເມັກ ແລະ ໄດ້ເກັບຕົວຢ່າງຢູ່ດ່ານ ແລະ ນຳສົ່ງໄປສູນຈຳກັດບໍລິເວນ

ວັນທີ 19 ກໍລະກົດ 2021​ ຜົນກວດວິເຄາະພົບເຊື້ອ COVID-19 ຈຶ່ງນຳສົ່ງເຂົ້າສະຖານທີ່ປິ່ນປົວທີ່ກຳນົດໄວ້

ວັນທີ 1 ສິງຫາ 2021 ເລິ່ມມີອາການໄຂ້, ໄອ ແລະ ຫາຍໃຈຝຶດ, ອາການຂອງຜູ້ກ່ຽວ ຊຸດໂຊມລົງເລື້ອຍໆ ຈາກການສ່ອງລັງສີປອດ ເຫັນວ່າເນື້ອປອດ ຖືກທຳລາຍຢ່າງຮູນແຮງທັງສອງຂ້າງ, ໜ້າທີ່ການຂອງຕັບຖືກທຳລາຍ ບົ່ງບອກເຖິງການຕິດເຊື້ອຢ່າງຮຸນແຮງ. ແພດໝໍ, ພະຍາບານ ໄດ້ຕິດຕາມການປິ່ນປົວຢ່າງໃກ້ຊິດ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ມີແຕ່ໜັກໄປໜ້າເລື້ອຍໆ.

ໃນວັນທີ 8 ສິງຫາ 2021 ລູກໃນທ້ອງບໍ່ເໜັງຕິງ

ວັນທີ 10​ ສິງຫາ 2021 ຜູ້ກ່ຽວອິດເມື່ອຍຫຼາຍ, ຄວາມດັນເລືອດຕ່ຳ ແພດໝໍ ແລະ ພະຍາບານ ໄດ້ສູມທຸກກຳລັງຊ່ວຍຜູ້ກ່ຽວຢ່າງສຸດຄວາມສາມາດ ຈົນຮອດເວລາ 6 ໂມງເຊົ້າຂອງວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

….

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ເລື່ອງລາວປະທັບໃຈ “ຊື້ແພັມເພີດຜູ້ຍິງແດ່ 625 ຫໍ່” ໄປໃຫ້ແມ່ຍິງຢູ່ສູນ
Next Post: ຊົມເຊີຍຢ່າງສຸດໃຈ! ສະຫວັນນະເຂດ ປົວຄົນຕິດເຊື້ອດີເພີ່ມ 246 ຄົນ

Related Posts

ດ່ວນທີ່ສຸດ! ສາລະວັນ ແຈ້ງການກຽມລັອກດາວຂັ້ນສູງ Featured
ລາວ – ອົດສະຕຣາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ Featured
ອາກາດຍັງຈະເຢັນຫາໜາວເຢັນຫຼາຍ ແລະ ມີຝົນໃນບາງເຂດ Featured
ຄະນະສະເພາະກິດແຈ້ງ ສປ ຈີນ ແລະ ອັງກິດ ຈະຊ່ວຍວັກຊິນແກ່ ສປປ ລາວ ອີກ 1.415.000 ໂດສ Featured
ລາຍລະອຽດ ມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ຮອດວັນທີ 30 ກັນຍາ 2021! Featured
ຈັບພໍ່ຄ້າຂົນຢາໄອ້ນໍ້າໜັກ 110 ກິໂລກຣາມ ທີ່ບໍລິຄຳໄຊ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme