Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພົບປະສອງຝ່າຍ – ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ແລະ ຣັດເຊຍ

Posted on 06/08/202206/08/2022 By ປະກາດ Pakaad No Comments on ພົບປະສອງຝ່າຍ – ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ແລະ ຣັດເຊຍ

ການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕິ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ພະນະທ່ານ ເຊີຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ

ໃນຕອນແລງຂອງວັນທີ 4 ສິງຫາ 2022, ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ເຊີຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55 ແລະ ກອງປະຊຸມປິ່ນອ້ອມອື່ນໆ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕິີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ, ເຊິ່ງສືບຕໍ່ໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ຍັງໄດ້ເນັ້ນເຖິງການຮ່ວມມືໃນຫຼາຍຂົງເຂດ ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ຄວາມໝັ້ນຄົງ, ການສຶກສາ, ສາທາລະນະສຸກ, ພະລັງງານ. ນອກຈາກນີ້, ສອງຝ່າຍ ໄດ້ແລກປ່ຽນທັດສະນະຕໍ່ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ການຮ່ວມມືໃນຂອບອາຊຽນ, ອາຊຽນ- ຣັດເຊຍ ແລະ ສປຊ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະ ບານ ແລະ ປະຊາຊົນ ຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ, ໂດຍສະເພາະການຊ່ວຍເຫຼືອໃນການສ້າງຊັບພະຍາກອນມະນຸດ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດ ແລະ ຢາວັກແຊັງ ຕ້ານພະຍາດໂຄວິດ-19.

ຂ່າວພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ມຊ ຈະຮັບນັກສຶກສາປີນີ້ ພຽງແຕ່ 7 ພັນຄົນເທົ່ານັ້ນ
Next Post: ອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ວັນທີ 09-12 ສິງຫາ 2022

Related Posts

ກອງປະຊຸມຄະນະລັດຖະບານ ປະຈໍາເດືອນສິງຫາ 2020 ມີຫຼາຍປະເດັນຖືກຮັບຮອງ ຂ່າວສານບ້ານເມືອງ
ບໍ່ແກ້ວ ອອກແຈ້ງການສະບັບໃໝ່ຮັບມືໂຄວິດ Featured
ອາກາດເຢັນໄດ້ມີກໍາລັງອ່ອນລົງຍັງປົກຄຸມຢູ່ເຂດ ພາກເໜືອດ້ານຕາເວັນອອກ Featured
ເຊີນຊວນຜູ້ມີອາຍຸ 6 ປີຂຶ້ນໄປ ໄປສັກວັກຊີນກັນ ພະຍາດໂຄວິດ-19 ເຂັມ 1, ເຂັມ 2 ແລະ ເຂັມກະຕຸ້ນ Featured
Facebook ຮ່ວມມືກັບນັກສ້າງວິດີໂອ ເພື່ອສ້າງໂຄງການ ລາວຊ່ວຍລາວ Featured
ອາກາດເຢັນລົງຕື່ມອີກ 1-2 ອົງສາ ໃນແຕ່ລະພາກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme