Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຕິດເຊື້ອໃນຊຸມຊົນ 2 ນໍາເຂົ້າ 104

Posted on 12/07/202112/07/2021 By ປະກາດ Pakaad No Comments on ຕິດເຊື້ອໃນຊຸມຊົນ 2 ນໍາເຂົ້າ 104

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 11 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1,499 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 106 ຄົນ, ຈາກນະຄອນຫຼວງ 12 ກໍລະນີ, ວຽງຈັນ 2 ກໍລະນີ, ສະຫວັນນະເຂດ 42 ກໍລະນີ, ຈຳປາສັກ 43 ກໍລະນີ ແລະ ຄຳມ່ວນ 7 ກໍລະນີ.

ໃນນັ້ນ ກໍລະນີນຳເຂົ້າມີ 104 ກໍລະນີ ຈາກ ນະຄອນຫຼວງ 12 ກໍລະນີ, ສະຫວັນນະເຂດ 42 ກໍລະນີ, ຈຳປາສັກ 43 ກໍລະນີ ແລະ ຄຳມ່ວນ 7 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ.

ການຕິດເຊື້ອໃນຊຸມຊົນມີ 2 ກໍລະນີ ຈາກ ແຂວງວຽງຈັນ 2 ກໍລະນີ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,825 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 606 ຄົນ.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 11 ກໍລະກົດ 2021 ມີຜູ້ເດີນທາງເຂົ້າມາຕາມດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 893 ຄົນ, ທັງໝົດ ແມ່ນຖືກເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ແລະ ເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້.

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 50 ສູນ ແລະ ມີຜູ້ຈຳກັດບໍລິເວນ 5,601 ຄົນ. ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 02 ບ້ານ (ບໍ່ມີບ້ານແດງໃໝ່) ໃນ 02 ເມືອງ ຄື: ບ້ານໂນນສະອາດ, ເມືອງໄຊທານີ ແລະ ບ້ານ ສີເກີດ, ເມືອງນາຊາຍທອງ.

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ປະກາດຊອກຫາ ທ້າວສົມຫມໍ ຈາກບ້ານໄປຊອກເຮັດວຽກທີ່ບໍ່ແກ້ວ ໄດ້ 2 ປີປາຍແລ້ວບໍ່ຮູ້ຂ່າວ
Next Post: ສະມາຄົມສຽງແຄນລາວ ສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ກຳນົດທິດທາງໜ້າວຽກຈຸດສຸມ 6 ເດືອນທ້າຍປີ

Related Posts

ສປປ ລາວ ກຽມເປີດປະເທດແລ້ວ Featured
ຫຼາຍພາກ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ປິດ! ທາງຮ່ອມບ້ານ ໂຄມຂວາງ, ທາງຮ່ອມບ້ານ ພັນຫຼວງ ແລະ ບ້ານ ເມືອງງາ Featured
ຂ່າວດີ 63 ປໍ້າເປີດມື້ນີ້ ທີ່ ນະຄອນຫລວງວຽງຈັນ Featured
ກັນດີກວ່າແກ້ໄຊຍະບູລີຍັງຕ້ອງເຂັ້ມງວດຫຼາຍມາດຕະການ Featured
ອາກາດໜາວເຢັນແລ້ວໂດຍສະເພາະພາກເໜືອ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme