Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເໜືອໜາວໃຕ້ເຢັນເດີພີ່ນ້ອງ

Posted on 25/11/202125/11/2021 By ປະກາດ Pakaad No Comments on ເໜືອໜາວໃຕ້ເຢັນເດີພີ່ນ້ອງ

ພະຍາກອນອາກາດ ເວລາ 7:00 ໂມງເຊົ້າວັນທີ 25 ພະຈິກ 2021ເຖິງເວລາ 7:00 ໂມງເຊົ້າວັນທີ 26 ພະຈິກ 2021.

ມວນອາກາດໜາວເຢັນທີ່ປະເທດຈີນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ຫາແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ອາກາດຍັງຈະເຢັນ ຫາໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ. ສໍາລັບແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດໜາວເຢັນ ພ້ອມມີໝອກ ໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 10-19 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີຝົນຕົກໃນ ລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 14-29 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 19-30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ແລະ ມີລົມພັດ ແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 19-32 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດ ແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 12-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ນະຄອນຫຼວງວຽງຈັນໜັກແທ້ໆເພີ່ມ 716 ຄົນ
Next Post: ມື້ດຽວເພີ່ມອີກ 1504 ຄົນ

Related Posts

ລົດຕໍາຜາທາງພູເກົ້າຫຼັກ ເຈັບ 1 ເສຍຊີວິດ 1 Featured
ຍັງເພີ່ມຂຶ້ນຕໍ່ເນື່ອງ! ເສຍຊີວິດ 1 ຕິດໃໝ່ 427 Featured
ປະກາດຫາເຈົ້າຂອງລົດຈັກ 81 ຄັນ ປກສ ແຂວງຊຽງຂວາງ ຍຶດໄດ້ Featured
ແຂວງຫຼວງພະບາງຕົວເລກຊຸມຊົນແຊງນະຄອນຫຼວງວຽງຈັນແລ້ວ Featured
ແຂວງຄໍາມ່ວນເຄັ່ງຄັດມາດຕະການອີກສອງອາທິດ Featured
ອາຣາມເກົ່າຢູ່ທີ່ ວັດບ້ານພຣະນອນໃຕ້ ໄດ້ຊຸດລົງເພພັງ ແລະ ສຽນຂອງພຣະຂາດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme