Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ມຊ

Posted on 11/04/202211/04/2022 By ປະກາດ Pakaad No Comments on ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ມຊ

ພິທີປະກາດການແຕ່ງຕັ້ງທ່ານອະທິການບໍດີ ມຊ ໂດຍແຕ່ງຕັ້ງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ.

ໃນຕອນບ່າຍວັນທີ 11 ເມສາ 2022 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການແຕ່ງຕັ້ງຕຳແໜ່ງອະທິການບໍດີ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ ກະຊວງສຶກສາທິການ ແລະກີລາ, ມີຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວຫນ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.ໃນພິທີ ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວຫນ້າກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງອະທິການບໍດີ ມຊ ສະບັບເລກທີ 110/ນຍ ລົງວັນທີ 23 ມີນາ 2022, ໂດຍແຕ່ງຕັ້ງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ.

ໃນພິທີ ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວຫນ້າກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງອະທິການບໍດີ ມຊ ສະບັບເລກທີ 110/ນຍ ລົງວັນທີ 23 ມີນາ 2022, ໂດຍແຕ່ງຕັ້ງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ.

ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໃຫ້ກຽດມອບດຳລັດ ແລະ ໂອ້ລົມ ຕໍ່ທີ່ປະຊຸມ ຊຶ່ງທ່ານໄດ້ເນັ້ນໃຫ້ສ້າງ ແລະພັດທະນາ ມຊ ໃຫ້ກາຍເປັນບ່ອນຜະລິດ ຊັບພະຍາກອນມະນຸດທີ່ມີຄຸນນະພາບ, ສ້າງ ມຊ ໃຫ້ເປັນສູນຮຽນຮູ້ທີ່ທັນສະໄໝຮອບດ້ານ, ສ້າງ ມຊ ເປັນບ່ອນພັດທະນາບັນດິດຢ່າງມີຄຸນນະພາບ, ເອົາໃຈໃສ່ພັດທະນາ ມຊ ໃຫ້ກ້າວໜ້າ, ກ້າວໄກ ຫັນເອົາ ມຊ ເປັນບ່ອນກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວ.

ຂໍຂອບໃຈຂໍ້ມູນຈາກເພສ: ຂ່າວສານ ມຊ

Featured, ການສຶກສາ

Post navigation

Previous Post: ສປປ ລາວ ມີຄົນຕິດເຊື້ອໂຄວິດ-19 ເສຍຊີວິດ 700 ຄົນແລ້ວ
Next Post: ນະຄອນຫຼວງວຽງຈັນ +798 ທົ່ວປະເທດ +1.290 (ເສຍຊີວິດໃໝ່ 2)

Related Posts

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ Featured
ປະກາດດ່ວນຊອກຫາທ້າວສີພອນ Featured
ມາດຕະການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂ ການລະບາດພະຍາດໂຄວິດ ສະບັບໃໝ່ Featured
ຂ່າວເສົ້າຈາກແຂວງຫຼວງພະບາງ Featured
ລະວັງເດີພີ່ນ້ອງຫຼາຍເຂດຈະມີຝົນຕົກໜັກລົມແຮງ Featured
ຈາກໄປອີກສອງຄົນຕິດເພີ່ມ685ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme