Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງຄັ້ງທີ I ປຶກສາຫາລືຫຼາຍບັນຫາສຳຄັນຂອງຊາດ

Posted on 06/07/202106/07/2021 By ປະກາດ Pakaad No Comments on ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງຄັ້ງທີ I ປຶກສາຫາລືຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງຄັ້ງທີ I ປີ 2021 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ກໍລະກົດ 2021 ນີ້ ຜ່ານລະບົບທາງໄກ, ໃຫ້ກຽດເປັນປະທານໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຕີລາຄາສະພາບການ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບ ຄໍາເຫັນໃສ່ຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນ, ສ້າງຄວາມເປັນເອກະພາບ ຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ 6 ເດືອນຕົ້ນປີ ແລະ ທິດທາງວຽກຈຸດສຸມ 6 ເດືອນ ທ້າຍປີ 2021, ພ້ອມທັງສະຫຼຸບສະພາບພົ້ນເດັ່ນເດືອນມິຖຸນາ ແລະ ແຜນວຽກຈຸດສຸມ ເດືອນກໍລະກົດ 2021. ພ້ອມນັ້ນ ຍັງໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19, ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ນະໂຍບາຍຂອງລັດຖະບານ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021.

ບັນດາຫົວຂໍ້ທີ່ນໍາມາລາຍງານ ແລະ ປຶກສາຫາລື ໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນຫົວຂໍ້ທີ່ສໍາຄັນ ເພາະເປັນການຕີລາຄາຄືນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນ 6 ເດືອນຕົ້ນປີ 2021 ທັງເປັນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ທີ່ຫາກໍປິດລົງ ໃນວັນທີ 25/6/2021 ທີ່ຜ່ານມາ ວ່າດ້ວຍການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາ, ບົນຈິດໃຈສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ແລະ ຜູ້ເຂົ້າຮ່ວມປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ໄດ້ກໍານົດໄວ້.

ແຫຼ່ງຂ່າວຈາກ: ຂປລ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ສະພາບ ໂຄວິດ-19 ມື້ນີ້ ຕິດເຊື້ອໃນຊຸມຊົນ 2 ແລະ ນໍາເຂົ້າ 54
Next Post: “ 3 ວິທີແກ້ໄຂ ລູກນ້ອຍບໍ່ຍອມນອນ ຕື່ນກາງເດິກຕະຫຼອດ?”

Related Posts

ພິທີສະເຫຼີມສະຫຼອງ ວັນປະຖົມພະຍາບານໂລກ ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ Featured
ຂໍ້ຕົກລົງວ່າດ້ວຍການກໍານົດມູນຄ່າຫົວຫນ່ວຍນັກຮຽນ-ນັກສຶກສາປະຈໍາປີ 2022 Featured
ສັ່ງປິດຮ້ານລະເມີດຄໍາສັ່ງມີ ເຍົາວະລາດ-ເອັກ 2-ໂກດັງ-ລິແລັກ-ຣັດສຕິດ Featured
ເຢັນສະບາຍ! ຊຸດ PPE ຕິດແອ ຈີນພັດທະນາເພື່ອແພດໝໍ Featured
ລັອກດາວ ເມືອງປະທຸມພອນ ແຂວງຈໍາປາສັກ ຮອດ 17/9/2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme