ປະຫວັດສາດ! ທີມຊາດລາວ U23 ຜ່ານເຂົ້າຮອບ 4 ທີມສຸດທ້າຍ U23 ຊິງແຊ້ມອາຊຽນ ປະຈຳປີ 2022.

ຫຼັງຈາກນັດທີ 2 ທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍ 2-0 ຈາກການຍິງຟຣີຄິກສຸດງາມຂອງ ບຸນພະຈັນ ບຸນກອງ ຫົວໜ້າທີມ ນາທີ 43′ ແລະ ສຸກສາຄອນ ບົວໄພວັນ ນາທີ 88′. ລວມຜົນ 2 ນັດ ທີມຊາດລາວ ຊະນະ ມາເລເຊຍ 4-1.

ທີມຊາດລາວ ໄປລໍຖ້າພົບ ອັນດັບ 2 ທີ່ດີທີ່ສຸດ 1 ທີມ ຈາກກຸ່ມ A (ກຳປູເຈຍ ເຈົ້າພາບ) ຫຼື C (ຫວຽດນາມ ຫຼື ໄທ) ຈະແຂ່ງຂັນໃນວັນທີ 24 ມີນາ ເວລາ 16:00 ໂມງ.

ກົດຊົມຄລິບ