Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຊົມເຊີຍ ສະມາຄົມຈີນ ສະຫວັນນະຂດ ມອບຕຽງນອນ 30 ໜ່ວຍ ໃຫ້ຄະນະສະເພາະກິດ

Posted on 31/05/202131/05/2021 By ປະກາດ Pakaad No Comments on ຊົມເຊີຍ ສະມາຄົມຈີນ ສະຫວັນນະຂດ ມອບຕຽງນອນ 30 ໜ່ວຍ ໃຫ້ຄະນະສະເພາະກິດ

ຍ້ອນເຫັນໄດ້ຄວາມສຳຄັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງເປັນໄພຄຸກຄາມມວນມະນຸດໃນໂລກ ເວົ້າລວມ, ເວົ້າສະເພາະ ຢູ່ແຂວງສະຫວັນນະເຂດພວກເຮົາ ກໍໄດ້ມີການລະບາດ ແລະ ພົບຜູ້ຕິດເຊື້ອ ເປັນອັນດັບ 4 ຂອງປະເທດ, ຖັດຈາກ ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ແຂວງຈຳປາສັກ. ອີກຢ່າງໃນແຕ່ລະວັນ ໄດ້ມີແຮງງານລາວ ທີ່ເດີນທາງກັບຄືນມາປະເທດ ເປັນຈຳນວນຫຼາຍ, ເຮັດໃຫ້ສູນກັກກັນ ທີ່ທາງການກຳນົດໄວ້ຄື: ຢູ່ສະໜາມກິລາຫຼັກ 4 ມີຄວາມແອອັດຫຼາຍ, ປັດຈຸບັນ ທາງການໄດ້ມີການຂະຫຍາຍສູນກັກກັນອອກຕື່ມອີກ. ຜ່ານການກັກຕົວ ແລະ ກວດຫາເຊື້ອພະຍາດໃນຜ່ານມາກໍ່ເຫັນວ່າ ໄດ້ພົບຜູ້ຕິດເຊື້ອເກືອບທຸກວັນ ຊຶ່ງມາຮອດປະຈຸບັນ (ວັນທີ 27/5/2021) ຢູ່ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອສະສົມ 102 ຄົນ, ປິ່ນປົວເຊົາ 36 ຄົນ ແລະ ກຳລັງປິ່ນປົວ 66 ຄົນ.

ດັ່ງນັ້ນ, ມາໃນທ້າຍເດືອນ ພຶດສະພາຜ່ານມານີ້, ທາງສະມາຄົມຈີນ ແລະ ຊາວຈີນ ຢູ່ແຂວງສະຫວັນນະເຂດ, ໄດ້ນຳເອົາຕຽງນອນ ຈໍານວນ 30 ໜ່ວຍ ມູນຄ່າ 100 ລ້ານກີບ, ມອບໃຫ້ຄະນະສະເພາະກິດຂັ້ນແຂວງ ໂດຍການໃຫ້ກຽດຮັບເຄື່ອງຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ. ໂອກາດດັ່ງກ່າວ, ທ່ານຍັງໄດ້ກ່າວຂອບໃຈ ມາຍັງຄະນະສະມາຄົມຈີນ ແຂວງສະຫວັນນະເຂດ ທີ່ເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນ ໃນການຊ່ວຍຄົນເຈັບ ທີ່ກຳລັງນອນປິ່ນປົວຢູ່ໂຮງໝໍນອກສະຖານທີ່ ທີ່ທາງການໄດ້ກຳນົດເອົາໂຮງຮຽນວິທະຍາໄລ ວິທະຍາສາ ສຸຂະພາບ ເປັນບ່ອນປິ່ນປົວຜູ້ທີ່ຕິດເຊື້ອ ພະຍາດໂຄວິດ-19.
ຂ່າວ-ພາບ: ແຂວງສະຫວັນນາເຂດ

Featured, ການກຸສົນ

Post navigation

Previous Post: ນະໂຍບາຍ 3 ເດືອນ 3% ໄຟຟ້າລາວ ຂາດທຶນລວມ ປະມານ 18 ຕື້ກວ່າກີບ
Next Post: ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19

Related Posts

ແຂວງຫຼວງພະບາງອອກແຈ້ງການສະບັບໃໝ່ Featured
ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມຈະເຮັດໃຫ້ໜາວເຢັນລົງຕື່ມອີກ Featured
ລົດຈັກ 16 ຄັນຂອງໃຜ? ກວດເບິ່ງເລກຈັກເລກຖັງດ່ວນ Featured
ຮອດລາວແລ້ວ! Pfizer 100.620 ໂດສ ຈາກໂຄງການ COVAX Featured
ໜັກທີ່ສຸດ ຕິດເພີ່ມ 1645 ຄົນ ເສຍຊີວິດ 7 ຄົນ Featured
ເຂດແຂວງໄຊຍະບູລີມີແຜ່ນດິນໄຫວອີກແລ້ວມື້ນີ້ສີ່ຄັ້ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme