Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ

Posted on 03/08/202103/08/2021 By ປະກາດ Pakaad No Comments on ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ

ເປີດບໍລິການລົງທະບຽນ ສັກວັກຊິນຮອບທີ4 ຈອນສັນແອນຈອນສັນຢູ່ນະຄອນຫຼວງພະບາງ ແຕ່ວັນທີ 7 – 10 ສິງຫາ 2021 ແລະເລີ່ມສັກວັກຊິນ ວັນທີ 11 ສິງຫາ 2021 ເປັນຕົ້ນໄປ ຕາມສະຖານທີ່ລົງທະບຽນຂ້າງລຸ່ມ:

1. ໂຮງໝໍ 107 ບ້ານຜາສຸກ: ລົງທະບຽນໄດ້ສະເພາະຜູ້ທີ່ມີ ອຍຸ 60 ປີຂຶ້ນໄປ (ທີ່ມີພະຍາດປະຈຳຕົວ ແລະບໍ່ມີ, ຜູ້ກ່ຽວຢູ່ໃນສະພາບແຂງແຮງ)

2. ສວນສາທາລະນະລ້ານຊ້າງ ບ້ານພັນຫຼວງ: ລົງທະບຽນໄດ້ສະເພາະຜູ້ທີ່ມີ ອາຍຸ 18 ປີ ເຖິງ 59 ປີ (ທີ່ມີພະຍາດປະຈຳຕົວ ແລະບໍ່ມີ, ຜູ້ກ່ຽວຢູ່ໃນສະພາບແຂງແຮງ)

3. ສະໂມສອນ ພອນລາສີ ບ້ານພູໝອກ: ລົງທະບຽນໄດ້ສະເພາະຜູ້ທີ່ມີ ອາຍຸ 18 ປີ ເຖິງ 59 ປີ (ທີ່ມີພະຍາດປະຈຳຕົວ ແລະບໍ່ມີ, ຜູ້ກ່ຽວຢູ່ໃນສະພາບແຂງແຮງ)

ໝາຍເຫດ: ທັງ 3 ຈຸດບໍລິການນີ້ ຈະໃຫ້ບໍລິການທັງຊາວລາວ ແລະຕ່າງປະເທດທີ່ດຳລົງຊີວິດຢູ່ນະຄອນຫຼວງພະບາງເທົ່ານັ້ນ, ສ່ວນບັນດາເມືອງຕ່າງໆນັ້ນແມ່ນໃຫ້ໄປສັກຢູ່ຈຸດບໍລິການເມືອງຂອງຕົນ ຕາມແຈ້ງການຂອງຄະນະສະເພາະກິດຂອງແຕ່ລະເມືອງວາງອອກ.

ຂໍ້ຄວນເອົາໃຈໃສ່: ຜູ້ມາລົງທະບຽນຕ້ອງນຳບັດປະຈຳຕົວ ຫຼືສຳມະໂນຄົວມາພ້ອມ, ໃຊ້ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍເພື່ອປ້ອງກັນການແພ່ເຊື້ອ, ພາຍຫຼັງໄດ້ລົງທະບຽນແລ້ວຈົ່ງມາສັກວັກຊິນໃຫ້ຖືກຕາມມື້ນັດໝາຍຂອງແພດຢ່າງເຂັ້ມງວດ.

Featured, ຂ່າວສານບ້ານເມືອງ, ສຸຂະພາບ, ແຈ້ງການ​

Post navigation

Previous Post: ຂ່າວດ່ວນ! ມີຄົນເຈັບເສຍຊີວິດ ຢູ່ຫ້ອງນໍ້າ ໂຮງໝໍແຂວງສະຫວັນນະເຂດ
Next Post: ຂ່າວດ່ວນ! ເມືອງພູຄູນ ປະກາດລັອກດ່າວ ເລີ່ມ 3 ສິງຫາ ເປັນຕົ້ນໄປ

Related Posts

ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ Featured
ຄຳສັ່ງ! ຫ້າມບຸກລຸກ ແລະ ຫາກິນ ໃນເຂດປ່າສະຫງວນແຫ່ງຊາດ ພູພະນັງ ພູເຂົາຄວາຍ Featured
ທົ່ວປະເທດເພີ່ມ 1702 ນະຄອນຫຼວງວຽງຈັນ 914 Featured
35 ຄອບຄົວຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກ ຂ່າວສານບ້ານເມືອງ
ເຫດທີ່ທ່າແຂກແມ່ນປະຕິບັດການຈັບກຸມຜູ້ຄ້າຂາຍຢາເສບຕິດ Featured
ດ່ວນເດີ!ແຂວງຄໍາມ່ວນມີຄໍາສັງໃໝ່ລັອກດ່າວຮອດ11ຕຸລາ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme