Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໄຂສົກຮຽນໃໝ່ 2022-2023 ໂຮງຮຽນສາມັນທົ່ວປະເທດ

Posted on 01/09/202201/09/2022 By ປະກາດ Pakaad No Comments on ໄຂສົກຮຽນໃໝ່ 2022-2023 ໂຮງຮຽນສາມັນທົ່ວປະເທດ

ພິທີໄຂສົກຮຽນໃໝ່ 2022-2023 ໃນທົ່ວປະເທດຢ່າງເປັນທາງການ ໄດ້ມີຂຶ້ນໃນວັນທີ 1 ກັນຍາ 2022 ຢູ່ສູນຂໍ້ມູນຂ່າວ ສານການສຶກສາ ແລະ ກິລາ ໂດຍການກ່າວໄຂພິທີຂອງທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນໃນທົ່ວປະເທດເຂົ້າຮ່ວມ ໂດຍຜ່ານລະບົບທາງໄກ.

ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມີຄໍາເຫັນກ່າວໄຂສົກຮຽນໃໝ່ວ່າ: ສົກຮຽນ 2022-2023 ນີ້, ທົ່ວຂະແໜງສຶກສາ ແລະ ກິລາ ພວກເຮົາຈະໄດ້ສຸມໃສ່ປະຕິບັດແຜນພັດ ທະນາການສຶກສາ ແລະ ກິລາ 5 ປີຄັ້ງທີ IX (2021 2025) ໂດຍສະເພາະເສີມຂະຫຍາຍສິ່ງທີ່ພວກເຮົາເຮັດໄດ້ດີ ແລະ ແກ້ໄຂຂໍ້ຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນອັດຕາການເຂົ້າຮຽນ, ຄຸນນະ ພາບການຮຽນ- ການສອນ ແລະ ຄຸນນະພາບຂອງຜູ້ຮຽນ. ແຕ່ແນວໃດກໍຕາມ, ໃນສົກຮຽນ 2022- 2023 ນີ້ ແມ່ນມີຄວາມສະດວກຫລາຍດ້ານ ຖ້າທຽບກັບ 2 ສົກຮຽນຜ່ານມາ ທີ່ມີການລະບາດຂອງພະຍາດໂຄວິດ-19. ເມື່ອຫວນຄືນເບິ່ງປະຫວັດການສຶກສາແລ້ວ, ພວກເຮົາຈະເຫັນວ່າການສຶກສາບໍ່ເຄີຍຢຸດຕິ ບໍ່ວ່າຈະຢູ່ໃນພາວະທີ່ສັງຄົມມີຄວາມສະດວກ ຫລື ຫຍຸ້ງຍາກ, ແຕ່ນັກຮຽນ-ນັກສຶກສາ ກໍຕ້ອງໄດ້ຮັບການສຶກສາຢ່າງຕໍ່ເນື່ອງ.

ສໍາລັບສົກຮຽນປີນີ້ ຍັງສືບຕໍ່ມີສິ່ງທ້າທາຍສົມຄວນ, ເນື່ອງຈາກຍັງມີການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາໄພພິບັດ ທີ່ເກີດຂຶ້ນຢູ່ບັນດາແຂວງໃນທົ່ວປະເທດ. ແຕ່ຍ້ອນຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ຍາມໃດກໍຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ, ສະນັ້ນ ຂໍໃຫ້ຜູ້ບໍລິ ຫານການສຶກສາ-ຄູອາຈານ ສືບຕໍ່ປັບປຸງສະພາບແວດລ້ອມ ຂອງສະຖານການສຶກສາໃຫ້ເອື້ອອຳນວຍ ແລະ ສ້າງແຮງຈູງໃຈ ໃຫ້ນັກຮຽນກັບມາຮຽນຄືນ ແລະ ຮຽນຢ່າງມີຄວາມສຸກ; ພ້ອມທັງເນັ້ນ ໃຫ້ຄູອາຈານ ເອົາໃຈໃສ່ສິດສອນຢ່າງໝົດຈິດໝົດໃຈ, ຈິງໃຈແລກ ປ່ຽນຄວາມຮູ້ ປະສົບການກັບຜູ້ຮຽນ ດ້ວຍຄວາມຮັບ ຜິດຊອບສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ເຂັ້ມງວດ; ໃຫ້ຜູ້ປົກຄອງເພີ່ມທະວີບົດບາດຂອງຕົນ ຕໍ່ການຮຽນຂອງລູກຫລານຕົນໃຫ້ຫລາຍຂຶ້ນ, ຕິດ ຕາມການຮຽນຂອງລູກຫລານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ພ້ອມທັງຊ່ວຍອຳນວຍຄວາມສະດວກໃຫ້ບັນດາສື່ ແລະ ອຸປະກອນ ທີ່ໃຊ້ໃນການຮຽນ-ການສອນ, ພ້ອມທັງຕິດຕາມພຶດຕິກໍາຂອງລູກຫລານຕົນຢ່າງໃກ້ຊິດ.

ສິ່ງສຳຄັນ ແມ່ນໃຫ້ນັກຮຽນ-ນັກສຶກສາ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ຝຶກ ຝົນຫລໍ່ຫລອມຄຸນສົມບັດທີ່ດີ, ປະຕິບັດລະບຽບໂຮງຮຽນຢ່າງເຄັ່ງຄັດ, ແຂ່ງຂັນກັນຮຽນດີ-ຮຽນເກັ່ງ, ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ບໍ່ຫຍຸ້ງກ່ຽວກັບຢາເສບຕິດ ແລະ ສິ່ງມຶນເມົາຕ່າງໆ.

ພາບ: ອ່າຍຄຳ

Featured, ການສຶກສາ, ຂ່າວສານບ້ານເມືອງ

Post navigation

Previous Post: ສະພາບອາກາດ ຂອງວັນທີ 22 ສິງຫາ 2022
Next Post: ກາແດງລາວຈັດຫາງົບ 3 ຕື້ ເພື່ອເລັ່ງຊ່ວຍ 3 ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ

Related Posts

ຫົວຫນ້າຄະນະຜູ້ແທນ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77 Featured
ໃໝ່ຫຼ້າສຸດ ຄໍາສັ່ງລັອກດາວ ນະຄອນ ໄກສອນ Featured
ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 9 ຈຸດປະກາຍຄວາມໄຝ່ຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ Featured
ອາກາດຮ້ອນແລະຝົນຟ້າຄະນອງໃນຫຼາຍເຂດ Featured
ເຈົ້າເມືອງເຊໂປນອອກຄໍາສັ່ງ (ຜ່ອນຜັນ) Featured
ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຈະຈັດຂຶ້ນເປັນທາງການ 22-26 ມີນາ 2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme