Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເມືອງຜາອຸດົມ ເກີດເຫດການງົວຕາຍກະທັນຫັນ 5 ໂຕ ແບບບໍ່ຮູ້ສາເຫດ

Posted on 02/06/202102/06/2021 By ປະກາດ Pakaad No Comments on ເມືອງຜາອຸດົມ ເກີດເຫດການງົວຕາຍກະທັນຫັນ 5 ໂຕ ແບບບໍ່ຮູ້ສາເຫດ

ຕາມການລາຍງານຂອງຫ້ອງການກະສິກຳ-ປ່າໄມ້ເມືອງຜາອຸດົມແຂວງ ບໍ່ແກ້ວ ກໍຄືໜ່ວຍງານລ້ຽງສັດ ແລະ ການປະມົງ ໄດ້ລາຍງານວ່າ: ໃນວັນທີ 31 ພຶດສະພາຜ່ານມານີ້, ອໍານາດການປົກຄອງບ້ານປຸ່ງລາດ ໂທແຈ້ງວ່າ: ມີງົວຂອງປະຊາຊົນຕາຍໂດຍບໍ່ຮູ້ສາເຫດຈໍານວນ 5 ໂຕ.

ຕໍ່ກັບເຫດການດັ່ງກ່າວໜ່ວຍງານລ້ຽງສັດ ແລະ ການປະມົງ ສົມທົບກັບ ອໍານາດການປົກຄອງບ້ານໄດ້ລົງກວດກາ ເພື່ອຊອກຫາສາເຫດ ແລະ ເກັບກໍາຂໍ້ມູນໃນເບື້ອງຕົ້ນກ່ຽວກັບເຫດການງົວຕາຍໃນຄັ້ງນີ້.

ຜ່ານການລົງກວດກາຕົວຈິງ ຂອງໜ່ວຍງານທີ່ກ່ຽວຂ້ອງ ໄດ້ບົງມະຕິພະຍາດສັດ ທີ່ເຮັດໃຫ້ມີງົວຕາຍໃນຄັ້ງນີ້ ແມ່ນເກີດຈາກຫຼາຍອາການ ເປັນຕົ້ນແມ່ນ ອາການສັດເປັນພະຍາດທ້ອງເບັງ, ສັດຕາຍກະທັນຫັນ ບໍ່ສະແດງອາການຜິດປົກກະຕິ ຫຼື ເຈັບມາກ່ອນ, ມີນໍ້າລາຍ-ນໍ້າມູກໄຫຼອອກປາກ-ອອກດັງ, ບາງໂຕມີເລືອດອອກຮູທະວານໜ້ອຍໜຶ່ງ.

ງົວທີ່ຕາຍດັ່ງກ່າວເປັນງົວແມ່ 3 ໂຕ ແລະ ງົວຜູ້ 2 ໂຕ ຕໍ່ກັບເຫດການດັງກ່າວທາງໜ່ວຍງານທີ່ກ່ຽວຂ້ອງສົມທົບກັບອໍານາດການປົກຄອງບ້ານ ໄດ້ນໍາພາເຈົ້າຂອງສັດຂຸດຂຸມຝັງຊາກງົວຕາຍ ຈໍານວນ 5 ໂຕ ໃນຂຸມດຽວກັນ ຊຶ່ງຂຸມດັ່ງກ່າວມີຄວາມເລິກ 2 ແມັດ ພ້ອມທັງຊີດຢາຂ້າເຊື້ອພະຍາດໃສ່ຊາກງົວຕາຍ ແລະ ຫຼັງຈາກຖົມຂຸມແລ້ວ ກໍໄດ້ຊີດຢາຂ້າເຊື້ອພະຍາດຮອບທີ່ສອງໃສ່ບໍລິເວນຂຸມ ແລະ ບໍລິເວນທີ່ມີຊິ້ນສ່ວນຕົກເຮ່ຍຂອງຊາກງົວຕາຍ. ທັ້ງນີ້ ເພື່ອເປັນການປ້ອງກັນບໍ່ໃຫ້ມີການຕິດເຊື້ອພະຍາດສັດທີ່ອາດຈະເກີດຂຶ້ນ.

ຂ່າວ-ພາບ: ບຸນໜຽວ ຈະເລີນຜົນ

ຂ່າວສານບ້ານເມືອງ

Post navigation

Previous Post: ເກີດເຫດດິນຍຸບຕົວທີ່ເມືອງຜາອຸດົມ ແຂວງບໍ່ແກ້ວ ສາເຫດອາດເກີດຍ້ອນແຜ່ນດິນໄຫວ!!!
Next Post: ນະຄອນຫຼວງວຽງຈັນ ເກີດອັກຄີໄພ 10 ຄັ້ງ ເສຍຫາຍຫລາຍຕື້ກີບ ໃນເດືອນ ພຶດສະພາ 2021

Related Posts

ລາຍລະອຽດຜູ້ເສຍຊີວິດໃໝ່ຈາກເມືອງວັງວຽງ Featured
ເປີດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 Featured
ຄໍາຊີ້ແຈງຈາກບໍລິສັດເບຍລາວກໍລະນີລົດຂົນລັງເບຍເປົ່າຍັດຢາຈໍານວນມະຫາສານ Featured
ແຜ່ນດິນໄຫວທີ່ເມືອງຄອບແຮງ 1,9ຣິດເຕີ Featured
EDL ຕັ້ງຄະນະກໍາມະການສອບສວນຄວາມຜິດພາດກໍລະນີໃບບິນຄ່າໄຟຟ້າ ຢູ່ ເມືອງນາຊາຍທອງ Featured
ດ່ວນທີ່ສຸດ! ຄໍາສັ່ງ ປິດການ ເຂົ້າ-ອອກ ແຂວງຄຳມ່ວນ 31 ສິງຫາ ເຖິງ 13 ກັນຍາ 2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme