Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເສຍຫາຍໜັກ ນໍ້າຖ້ວມບ້ານປາກແຟນ ເມືອງຊຽງເງິນ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອ

Posted on 14/08/202214/08/2022 By ປະກາດ Pakaad No Comments on ເສຍຫາຍໜັກ ນໍ້າຖ້ວມບ້ານປາກແຟນ ເມືອງຊຽງເງິນ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອ

ວັນທີ 13 ສິງຫາ 2022 ນີ້, ຄະນະສະເພາະກິດໄພພິບັດທຳມະຊາດ ເມືອງຊຽງເງິນ ໄດ້ເຂົ້າສຳຫຼວດພື້ນທີ່ບ້ານປາກແຟນ ເມືອງຊຽງເງິນ ແຂວງຫຼວງພະບາງ ທີ່ເກີດເຫດການນ້ຳບາກ ແລະ ນ້ຳແຟນໄດ້ເອີໄຫຼນອງກະທັນຫັນຖ້ວມເຮືອນປະຊາຊົນ ແລະ ພັດເຮືອນໄຫລ ໃນຄັ້ງວັນທີ 11 ສິງຫາ 2022 ເຊິ່ງໄດ້ເຮັດໃຫ້ມີຄອບຄົວທີ່ຖືກຜົນກະທົບທັງໝົດ 27 ຄອບຄົວ, ຄອບຄົວທີ່ຖືກຜົນກະທົບໜັກ 8 ຄອບຄົວ ແລະ ມີເຮືອນທີ່ຖືກນໍ້າພັດໄຫລໜີ 4 ຫຼັງ,

ໃນນີ້ໄດ້ປະເມີນຄວາມເສຍຫາຍໃນເບື້ອງຕົ້ນທັງໝົດແມ່ນ 300 ກວ່າລ້ານກີບ, ປະຈຸບັນສະພາບນ້ຳແມ່ນໄດ້ລຸດລົງເປັນປົກກະຕິແລ້ວ, ການໄປມາຫາສູ່ແມ່ນມີຄວາມລຳບາກຫຼາຍ, ເສັ້ນທາງຖືກຕັດຂາດລົດໃຫ່ຍບໍ່ສາມາດເຂົ້າໄປເຖິງໄດ້, ທາງນໍ້າກະບໍ່ສາມາດເອົາເຮືອເຂົ້າໄປໄດ້ເນື້ອງຈາກວ່າມີສະເລີອມຈໍານວນຫຼາຍເຕີມໜ້ານໍ້າອັດທາງເຂົ້າ, ໄຟຟ້າຖືກຕັດຂາດ, ນໍ້າສະອາດບໍ່ມີໃຊ້, ເຮັດໃຫ້ປະຊາຊົນລຳບາກ,

ແຕ່ເຖິງຢ່າງໃດກະດີປະຊາຊົນພາຍໃນບ້ານກະຂໍຄວາມຊ່ວຍເຫຼືອຈາກພາກສ່ວນຕ່າງໆເຂົ້າໃຫ້ການຊ່ວຍເຫຼືອຢ່າງເລັ່ງດ່ວນ, ພ້ອມດຽວກັນນີ້ກະໄດ້ພ້ອມກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສາມັກຄີຮັກແພງ, ປະຈຸບັນຄະນສະເພາະກິດໃນການລົງຕິດຕາມເທື່ອນີ້ກະໄດ້ສົມທົບກັບຜູ້ຊີ້ນຳບ້ານພ້ອມດ້ວຍການຈັດຕັ້ງບ້ານປູກລະດົມປະຊາຊົນໃຫ້ພ້ອມກັນສ້ອມແປງທາງ, ຂຸກດິນອອກຈາກບ່ອນທີ່ມີດິນເຈື່ອນຖົມທາງເພື່ອເຮັດໃຫ້ລົດໃຫ່ຍສາມາດແລ່ນໄດ້ຊົ່ວຄາວ, ສ່ວນສະພາບການໃນຕໍ່ໜ້າຫາກມີຄວາມຄີບໜ້າແນວໃດນັ້ນຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ

ພາບ-ຂ່າວ ໂດຍ ໄຊຍະສອນ ພັນທະວົງ

.

.

.

.

.

Featured, ຂ່າວສານບ້ານເມືອງ, ໄພທໍາມະຊາດ

Post navigation

Previous Post: ລາຍລະອຽດ ປັບລາຄານໍ້າມັນເຊື້ອໄຟລົງທຸກຊະນິດ ຢູ່ແຕ່ລະແຂວງ
Next Post: ຫຼວງພະບາງ ຈັດສອບເສັງຄັດເລືອກທຶນການສຶກສາຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023

Related Posts

ແຈ້ງການເງື່ອນໄຂການຮັບວັກຊິນເຂັມກະຕຸ້ນ ທີ່ 2 (ເຂັມ 4) Featured
ສໍາຫຼວດ ພຣະທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ຊອກແຮງສັດທາ ບູລະນະຄືນໃໝ່ ການສຶກສາ
ພະຍາກອນອາກາດ ປະຈໍາວັນທີ 29 ພຶດສະພາ 2022 Featured
5 ປີຜ່ານມາສະມາຄົມນັກທຸລະກິດໜຸ່ມ ໄດ້ເປັນສ່ວນໜຶ່ງໃນການສ້າງວຽກງານທຳໃຫ້ປະຊາຊົນ ໄດ້ຫຼາຍກວ່າ 1.000 ຄົນ Featured
ເຮືອນຖືກໄຟໄໝ້ກ້ຽງສອງຫຼັງເຂດບ້ານດອນໜູນ Featured
ເສຍຊີວິດເພີ່ມອີກ +6 ຂະນະທີ່ຕົວເລກຕິດເຊື້ອໃໝ່ຍັງສູງເຖິງ +1.593 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme