Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກອງບັນຊາການທະຫານແຂວງສະຫວັນນະເຂດຄັ້ງທີ V

Posted on 23/08/202023/08/2020 By ປະກາດ Pakaad No Comments on ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກອງບັນຊາການທະຫານແຂວງສະຫວັນນະເຂດຄັ້ງທີ V

ກອງທັບ: ກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກກອງບັນຊາການທະ ຫານແຂວງສະຫວັນນະເຂດ ຄັ້ງ ທີ V ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍ ຜົນສຳເລັດໃນວັນທີ 19 ສິງຫາ ນີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກ ແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງໆສະຫວັນະເຂດ, ສະ ຫາຍ ພົນໂທ ປອ ທອງລອຍ ສີລິ ວົງ ກຳມະການສູນກາງພັກຮອງ ເລຂາຄະນະພັກກະຊວງ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຜູ້ຕາງໜ້າກົມຈັດຕັ້ງ ພັກ-ກົມພະນັກງານກົມໃຫຍ່ການ ເມືອງກອງທັບ, ມີເລຂາ-ຮອງເລ ຂາຄະນະພັກກອງບັນຊາການທະ ຫານແຂວງ, ຄະນະກວດກາພັກ-ລັດແຂວງ, ການນຳນະຄອນໄກ ສອນ ພົມວິຫານ, ບັນດາແຂກທີ່ ຖືກເຊີນຈາກກອງພົນທີ 4, ກອງ ພັນໃຫຍ່ 644 ,ໂຮງໝໍບໍລິເວນ 109, ປກສ ແຂວງ, ຜູ້ແທນສົມ ບູນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຮອງ ເລຂາຄະນະພັກ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງ ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກເຊິ່ງຕະ ຫຼອດໄລຍະ 5 ປີ ຜ່ານມາ ຄະນະ ພັກກອງບັນຊາການທະຫານ ແຂວງໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງແນວຄິດເປັນ ບັນຫາສຳຄັນ ເຮັດໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ເຊື່ອໝັ້ນຕໍ່ ການນຳພາຂອງພັກ, ເປັນເຈົ້າ ການໃນການຫັນເອົາແນວທາງ ແຜນນະໂຍບາຍຂອງພັກ, ກົດ ໝາຍຂອງລັດ ແລະ ກົດລະບຽບ ຂອງກອງທັບມາຈັດຕັ້ງຜັນຂະ ຫຍາຍ ເຂົ້າໃນວຽກງານຕົວຈິງ ຂອງກົມກອງ, ເປັນແບບຢ່າງ, ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ບົນພື້ນຖານປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ຍູ້ແຮງ ຂະບວນການກໍ່ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ ຢ່າງກວ້າງຂວາງ, ເອົາໃຈໃສ່ຊີ້ ນຳກວດກາວຽກງານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນກົມ ກອງ ແລະ ຂອບເຂດຄວາມຮັບ ຜິດຊອບພາຍໃນແຂວງໃຫ້ມີ ຄວາມສະຫງົບປອດໄພໂດຍພື້ນ ຖານ,

ນອກນັ້ນກົມກອງຍັງໄດ້ ເອົາໃຈໃສ່ວຽກງານປູກຝັງ-ລ້ຽງ ສັດ ປັດຈຸບັນທົ່ວທະຫານແຂວງ ສະຫວັນະເຂດ ມີເນື້ອທີ່ທຳການ ຜະລິດ 66,32 ເຮັກຕາ ປູກໄມ້ ກິນໝາກ ແລະ ໄມ້ອຸດສາຫະກຳ 15.913 ຕົ້ນ ແລະ ປູກພຶດຜັກ ປະເພດຕ່າງໆສະໜອງເຂົ້າເຮືອນ ຄົວລວມໄດ້134.600 ກິໂລ ສັດ ລ້ຽງປະເພດຕ່າງໆເຊັ່ນ: ຄວາຍ 68 ໂຕ, ງົວ 1397 ໂຕ, ແບ້ 895 ໂຕ, ໝູ 431 ໂຕ ທຽບ ໃສ່ປີຜ່ານມາເພີ່ມຂຶ້ນ 75% ລ້ຽງ ສັດປີກປະເພດຕ່າງໆມີ 4850 ໂຕ ໃນນີ້ລ້ຽງໄກ່ພັນໄຂ່ໄດ້ 3 ຊຸດ ມີ 2064 ໂຕ ຂາຍໄກ່ ແລະ ໄຂ່ ເປັນເງິນ 342.795.000 ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 70% ມີໜອງປາ 45 ໜອງປ່ອຍປາ ໄດ້ 1.125.000 ໂຕ, ບໍລິການ ຂາຍດິນບ໋ອກ, ຜະລິດເສົາຮົ້ວ ແລະ ບໍລິການຕັດຜົມລວມເປັນ ເງິນທັງໝົດ 2.263.971.200 ກີບ.

ຈາກນັ້ນຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳຄິດຄຳເຫັນໃສ່ ບົດລາຍງານການເມືອງ ແລະ ເຫັນດີເປັນເອກະພາບກັບທິດ ທາງແຜນການໃນ 5 ປີຕໍ່ໜ້າທີ່ ຈະຕ້ອງພ້ອມກັນສູ້ຊົນເຮັດໃຫ້ ກອງບັນຊາການທະຫານແຂວງ ສະຫວັນນະເຂດມີຜົນງານອັນ ໃໝ່ໃຫຍ່ຫຼວງກວ່າເກົ່າ. ກອງປະຊຸມໄດ້ໃຊ້ສິດປະຊາ ທິປະໄຕ ປ່ອນບັດເລືອກເອົາຄະ ນະພັກຊຸດໃໝ່ຈຳນວນ 11 ສະ ຫາຍ

ໃນນັ້ນໄດ້ເລືອກເອົາສະ ຫາຍ ພັນເອກ ສີ ທະວີໄຊ ເປັນເລ ຂາຄະນະພັກກອງບັນຊາການ, ສະຫາຍ ພັນເອກ ຄຳເພັດ ສຸລິ ຍະວົງ ເປັນຮອງເລຂາຄະນະພັກ ສະຫາຍ ພັນໂທ ຄຳຜົງ ພັດທະນາ ເປັນປະທານກວດກາພັກ. ສະ ຫາຍ ພັນໂທ ນວນດີ ຈັນທະ ລືໄຊ ແລະ ພັນຕີ ຈັນທະຄາດ ສໍຈັນທະວີໄຊ ເປັນຮອງປະທານ ກວດກາພັກກອງບັນຊາການ, ພ້ອມທັງປ່ອນບັດເລືອກເອົາຜູ້ ແທນສົມບູນໄປຮ່ວມກອງປະຊຸມ ໃຫຍ່ອົງຄະນະພັກຂັ້ນເທິງ ແລະ ໃນໂອກາດນີ້ຍັງໄດ້ຮັບຟັງການ ໂອ້ລົມຂອງປະທານກອງປະຊຸມ ໃຫຍ່ຕື່ມອີກ.

ໂດຍ: ພານິດ ພິລາວົງ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສອງກອງທັບ ລາວ-ຍີ່ປຸ່ນ ຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ
Next Post: ລາວແລະລັດເຊຍປຶກສາຫາລືດ້ານການແພດ ໂດຍສະເພາະ ໂຄວິດ-19

Related Posts

ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ Featured
ສນຍ ອອກແຈ້ງການ ມາດຕະການຜ່ອນຜັນ ໂຄວິດ-19 ແຕ່ວັນທີ່ 1-31 ກໍລະກົດ 2020 Featured
ເກີດແຜ່ນດິນໄຫວ 3.0 ຣີກເຕີ ໃນບໍລິເວນເມືອງປາກລາຍ Featured
ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສັບຊ້ອນພະນັກງານ ບໍລິຫານ ຂ່າວສານບ້ານເມືອງ
ຝົນຈະຕົກ 30-60% ຂອງພື້ນທີ່ ໃນແຕ່ລະພາກມື້ນີ້ 30 ສິງຫາ 2021 Featured
ທຸກຄົນຕ້ອງຍົກລະດັບປ້ອງກັນຕົນເອງແລະຄອບຄົວຈາກໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme