Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພິທີສະຫຼຸບ ແລະ ຍ້ອງຍໍຜົນງານ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ

Posted on 06/04/202106/04/2021 By ປະກາດ Pakaad No Comments on ພິທີສະຫຼຸບ ແລະ ຍ້ອງຍໍຜົນງານ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ

ໃນວັນທີ 2 ເມສາ 2021 ນີ້, ກົມທະຫານຊາຍແດນກົມ ໃຫຍ່ເສນາທິການກອງທັບ ສະ ຫຼຸບຜົນງານ, ຍ້ອງຍໍໃຫ້ກົມກອງ ລວມໝູ່ ແລະ ບຸກຄົນຂອງຄະ ນະປະຕິບັດງານ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນລາວ-ໄທ ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີສະຫາຍ ພົນຕີ ປອ ທອງເລັກ ມັງໜໍ່ ເມກ, ຮອງລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ມີການນຳ ກົມໃຫຍ່, ຫ້ອງວ່າການກະຊວງ, ກອງບັນຊາການທະຫານແຂວງ, ຫ້ອງການຄະນະພັກ-ຄະນະບັນ ຊາກົມ, ປກສ ແຂວງພະນັກ ງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສີ ພັນ ພຸດທະວົງ ຫົວໜ້າກົມທະ ຫານຊາຍແດນກົມໃຫຍ່ເສນາທິ ການກອງທັບ ຫົວໜ້າຄະນະປະ ຕິບັດງານ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນລາວ-ໄທ ໄດ້ສະຫຼຸບຕີ ລາຄາຄືນການຈັດຕັ້ງປະຕິບັດ ງານ ໃນການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ພື້ນທີ່ ຊາຍແດນລາວ-ໄທ ຂອງຝ່າຍ ລາວ ໃນໄລຍະຜ່ານມາຄະນະ ປະຕິບັດງານໄດ້ຮັບໜ້າທີ່ມ້າງ ຄະດີຢາເສບຕິດ ສ່ວນໜຶ່ງແມ່ນ ໄດ້ຂໍ້ມູນທີ່ຝ່າຍໄທສົ່ງໃຫ້ ແລະ ສ່ວນໜຶ່ງແມ່ນຂໍ້ມູນໄດ້ຈາກພື້ນ ຖານຂອງພວກເຮົາທີ່ມີເປົ້າໝາຍ ຕິດຕາມມາແລ້ວ ມີແຜນການ ຮ່ວມມືໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນລາວ-ໄທ ເປັນແຜນການຮ່ວມລະຫວ່າງສອງກໍາລັງປະກອບອາວຸດຫຼັກຂອງ ຊາດຄື:

ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຮັບການເຂົ້າຮ່ວມຢ່າງ ຕັ້ງໜ້າຂອງອົງການປົກຄອງ ແລະ ກໍາລັງປະກອບອາວຸດທ້ອງ ຖິ່ນ, ພາຍໃຕ້ການຊີ້ນໍາໂດຍກົງ ຮອບດ້ານຂອງຄະນະກໍາມະການ ປກຊ-ປກສ ສູນກາງການຈັດ ຕັ້ງປະຕິບັດ ແລະ ຮ່ວມມືໃນການ ສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດຕາມຊາຍແດນລາວ-ໄທ ຂອງຄະນະປະຕິບັດງານຝ່າຍ ລາວ ໄດ້ດໍາເນີນໄປພ້ອມໆ ກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ແຫ່ງຊາດ ເພື່ອຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດ ໄລຍະ 02 ປີ ແຕ່ປີ 2019-2020 ຂອງ ກະຊວງປ້ອງກັນຄວາມສະຫງົບ, ໂຄງການແມ່ນ້ຳຂອງປອດໄພລະ ຫວ່າງ 6 ປະເທດ, ສົມທົບກັບ ການຈັດຕັ້ງປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ປະເທດ ( ລາວ, ຈີນ, ມຽນມາ ແລະ ໄທ ) ຕາມແມ່ນ້ຳຂອງຕອນເໜືອ ແລະ ບັນດາອົງການປົກຄອງທ້ອງຖິ່ນ ແຂວງຊາຍແດນ ລາວ-ໄທ ເປັນ ເຈົ້າການໃນການຊີ້ນໍາກໍາລັງ ແລະ ເຈົ້າໜ້າທີ່ຂອງຕົນປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ ໄຂບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ໜ້າວຽກດັ່ງກ່າວບັນລຸໝາກຜົນ ແລະ ມີປະສິດທິພາບສູງນອກນີ້, ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍສະ ເພາະແມ່ນອົງການປົກຄອງທ້ອງ ຖິ່ນຂັ້ນເມືອງ, ທະຫານຊາຍແດນ, ເຈົ້າໜ້າທີ່ຕໍາຫຼວດໄດ້ຍູ້ແຮງວຽກ ງານໂຄສະນາສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ, ຂໍ້ກຳ ນົດລະບຽບຊາຍແດນ ແລະ ຜົນ ຮ້າຍຂອງຢາເສບຕິດໃຫ້ແກ່ປະ ຊາຊົນບັນດາເຜົ່າຢູ່ຂອບເຂດ ເມືອງຊາຍແດນຕາມເມືອງຕ່າງໆ ເຮັດໃຫ້ເຂົາເຈົ້າຫັນມາເຂົ້າຮ່ວມ ແລະ ປະກອບສ່ວນເປັນຫູເປັນ ຕາໃຫ້ແກ່ກຳລັງພວກເຮົາຫຼາຍ ຂຶ້ນ

ຜ່ານການຈັດຕັ້ງປະຕິບັດງານ ໃນລະຫວ່າງຕົ້ນປີ 2013- 2020 ຄະນະປະຕິບັດງານເພື່ອ ສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດຕາມຊາຍແດນ ລາວ-ໄທ ຮ່ວມກອງທັບໄທ, ພວກເຮົາສາ ມາດມ້າງຄະດີຢາເສບຕິດໄດ້ທັງ ໝົດຈໍານວນ 61 ກໍລະນີ, ກັກຕົວ ຜູ້ຕ້ອງຫາໄດ້ທັງໝົດ 956 ຄົນ, ໃນນີ້ ມີເພດຍິງ 38 ຄົນ ຢຶດ ຢາບ້າ ໄດ້ 17.686.976 ເມັດ ຢຶດຢາໄອສ໌ ໄດ້ຈໍານວນ 2.018,182 ກິໂລກຼາມ, ຢຶດຢາ ຝິ່ນ ໄດ້ 1,52 ກິໂລກຼາມ, ຢຶດຢາ ເຮໂລອິນ ໄດ້ຈໍານວນ 204,5 ກິໂລກະລາມ, ຢຶດກັນຊາ ດ້ຈໍາ ນວນ 3.636,17 ກິໂລກຼາມ, ທໍາລາຍສວນກັນຊາໄດ້ 6 ສວນ ມີເນື້ອທີ່ລວມເທົ່າກັບ 9 ໄລ່, ຢຶດ ແປ້ງຝຸ່ນສີຂາວທີ່ມີສານເສບຕິດ ໄດ້ຈໍານວນ 11.459 ກິໂລກຼາມ, ຢຶດລົດໃຫຍ່ ໄດ້ຈໍານວນ 58 ຄັນ, ຢຶດລົດຈັກ ໄດ້ຈໍານວນ 213 ຄັນ, ຢຶດເຮືອບັນທຸກຂະໜາດ 60 ໂຕນ 02 ລໍາ, ຢຶດເຮືອຫາງ ຍາວຂະໜາດ 5 ແຮງມ້າ 8 ລໍາ, ຢຶດເຮືອຫາງຍາວຂະໜາດ 9 ແຮງ ມ້າ 1 ລໍາ, ເງິນກີບໄດ້ຈໍານວນ 198.079.000 ກີບ, ເງິນບາດ ໄດ້ຈໍານວນ 3.131.910 ບາດ, ເງິນໂດລາໄດ້ຈໍານວນ 16.992 ໂດລາ, ປືນສັ້ນ 6 ກະ ບອກ ພ້ອມດ້ວຍລູກ 31 ລູກ, ປືນເຫຼັກຍາວ 9 ກະບອກ ພ້ອມ ດ້ວຍລູກ 125 ລູກ, ປືນລົມ 4 ກະບອກ,ທາດລະເບີດບັນຈຸໃນກະ ປ໋ອງພ້ອມດ້ວຍແກັບລະເບີດ ຈໍານວນ 3 ອັນ, ໝາກແຕກ 1 ໜ່ວຍ, ໂທລະສັບມືຖື 440 ໜ່ວຍ, ໂມງໃສ່ແຂນ 10 ໜ່ວຍ, ເຄື່ອງ ໄລ່ລົມ ແລະ ເຄື່ອງສີດຢາງສໍາ ລັບເຮັດຖົງໃສ່ຢາເສບຕິດຈໍາ ນວນ 3 ເຄື່ອງ, ປຶ້ມສໍາມະໂນຄົວ 1 ຫົວ, ເອກະສານເດີນເຮືອ 1 ຫົວ ,ກະເປົາເງິນ 2 ໜ່ວຍ, ວັດຖຸຄ້າຍຄືເງີນ ( ສາຍແອວ, ແຫວນ, ສາຍຄໍ ) ລວມນ້ຳໜັກ 4 ບາດ, ວັດຖຸຄ້າຍຄືຄໍາ ( ສາຍ ແອວ, ສາຍຄໍ, ແຫວນ, ສາຍ ແຂນ ) ລວມນ້ຳໜັກ 7 ບາດ.

ຈາກ ຜົນງານດັ່ງກ່າວ, ກະຊວງປ້ອງ ກັນປະເທດ ຈິ່ງໄດ້ຕົກລົງມອບ ຫຼຽນໄຊພິລະອາດຊັ້ນ II, ຊັ້ນ III, ແລະ ໃບຍ້ອງຍໍກົມໃຫຍ່ ການເມືອງກອງທັບ ໃຫ້ກົມກອງ ລວມໝູ່ ແລະ ບຸກຄົນ ເພື່ອເປັນການ ຍ້ອງຍໍສັນລະເສີນຜົນງານ, ຄຸນງາມຄວາມດີ ໃຫ້ແກ່ຄະນະປະ ຕິບັດງານ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນ ແມ່ນ້ຳຂອງລາວ-ໄທ ເຮັດໃຫ້ບໍລິເວນຂອບເຂດ ຄວາມຮັບຜິດຊອບມີຄວາມສະ ຫງົບປອດໄພ ຜົນງານດັ່ງກ່າວເປັນການປະກອບສ່ວນສຳຄັນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ໃນນີ້, ປະດັບຫຼຽນໄຊ ພິລະອາດຫານຊັ້ນ II ໃຫ້ 27 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ 29 ກົມກອງ ແລະ 61 ສະຫາຍ, ໃບຍ້ອງຍໍກະຊວງ ປ້ອງກັນປະເທດໃຫ້ 6 ກົມກອງ ແລະ 70 ສະຫາຍ, ໃບຍ້ອງຍໍ ກົມໃຫຍ່ການເມືອ ງກອງທັບ 49 ສະຫາຍຢ່າງສົມກຽດ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນບາງ ບັນຫາສຳຄັນ ແລະ ຮຽກຮ້ອງ ໃຫ້ຄະນະຊີ້ນໍາການແກ້ໄຂບັນ ຫາຢາເສບຕິດຂອງສອງກະຊວງ ປກຊ-ປກສ ສືບ ຕໍ່ຊີ້ນຳຄະນະປະຕິ ບັດງານ, ໜ່ວຍປະສານງານປະ ຈຳພື້ນທີ່ຊາຍແດນຂອງຕົນ, ຄົ້ນຄວ້າກຳນົດແຜນຍຸດທະສາດ, ການກຳນົດຂອບເຂດທີ່ເປັນຈຸດ ຫຼໍ່ແຫຼມ, ບັນດາວິທີການ ແລະ ມາດຕະການແກ້ໄຂບັນຫາຢາ ເສບຕິດຊາຍແດນ ລາວ-ໄທ ຮ່ວມກັບຝ່າຍໄທ ໃຫ້ລະອຽດຊັດ ເຈນ ແລະ ແທດເໝາະກັບສະພາບ ເງື່ອນໄຂຕົວຈິງ ເພີ່ມທະວີການ ສຶກສາອົບຮົມທາງດ້ານການ ເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມໃນການປະ ຕິບັດໜ້າທີ່ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ, ມີຄວາມ ເຂັ້ມແຂງທາງວິຊາສະເພາະມີ ຄວາມຊຳນິຊຳນານໃນການນຳ ໃຊ້ອຸປະກອນເຄື່ອງມືວິຊາສະ ເພາະພ້ອມນັ້ນກໍຕ້ອງຍູ້ແຮງວຽກ ລົງຮາກຖານໂຄສະນາຊວນເຊື່ອ ແລະ ປູກຈິດສຳນຶກໃຫ້ປະຊາຊົນ ຢູ່ບໍລິເວນຊາຍແດນລາວ-ໄທ ໃຫ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ຜົນຮ້າຍຂອງຢາເສບຕິດ, ຄົ້ນຄວ້າຈັດຕັ້ງໜ່ວຍສະເພາະກິດ ເພື່ອແກ້ໄຂບັນຫາຢາເສບຕິດຢູ່ ບໍລິເວນເມືອງຫຼໍ່ແຫຼມ, ເຊິ່ງຄະ ນະດັ່ງກ່າວປະກອບມີ ຄະນະກອງ ຮ້ອຍທະຫານຊາຍແດນ, ກອງ ບັນຊາການທະຫານເມືອງ, ປກສ ເມືອງ, ໂດຍເອົາຮອງເຈົ້າ ເມືອງເປັນຫົວໜ້າ, ສ່ວນກຳລັງ ປະຕິບັດການແມ່ນນໍາໃຊ້ກໍາລັງທະຫານຊາຍແດນ ແລະ ປກສ ເມືອງຕາມຄວາມເໝາະສົມ ເນື່ອງຈາກກຸ່ມຄ້າຂາຍຢາເສບ ຕິດມີການປັບປຸງວິທີການຄ້າ ຂາຍ ແລະ ມີການປະກອບພາ ຫານະອາວຸດເສິກນັບມື້ນັບຫຼາຍ ຂຶ້ນ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ບັນດາສະຫາຍໃຫ້ຄົ້ນຄວ້າຈັດ ຕັ້ງອົບຮົມຫັດແອບຍຸດທະວິທີດັກ ສະກັດ ແລະ ຈູ່ໂຈມເປັນແຕ່ລະ ໄລຍະ, ລວມທັງການຄົ້ນຄວ້າ ປະກອບອາວຸດ, ອຸປະກອນທີ່ຈຳ ເປັນເຊັ່ນ: ລະບົບສື່ສານ, ກ້ອງ ຖ່າຍຮູບ, ກ້ອງວິດີໂອ, ກ້ອງສ່ອງ ທາງໄກ, ກ້ອງສ່ອງກາງຄືນ, ລົດ, ເຮືອໃຫ້ບັນດາໜ່ວຍງານທີ່ ປະຕິບັດໜ້າທີ່ຕົວຈິງໃຫ້ເໝາະ ສົມ ແລະ ແທດເໝາະກັບພື້ນທີ່ຕົວ ຈິງໃຫ້ກະຊວງປ້ອງກັນຄວາມ ສະຫງົບ ຄົ້ນຄວ້າກ່ຽວກັບການ ຕັ້ງດ່ານກວດຊົ່ວຄາວ ຫຼື ຖາ ວອນຢູ່ບັນດາເສັ້ນທາງຫຼັກ ຫຼື ຢູ່ບໍລິເວນເຂດຮອຍຕໍ່ເຂດແດນ ລະຫວ່າງເມືອງຫາເມືອງລວມ ທັງການຕິດຕັ້ງວົງຈອນປິດ ເພື່ອ ກວດກາ ແລະ ຈຳກັດການເຄື່ອນ ຍ້າຍ, ນຳເຂົ້າ, ສົ່ງອອກຢາເສບ ຕິດຜ່ານແດນຢູ່ບັນດາຈຸດທີ່ມີ ຄວາມສ່ຽງ ຫຼື ຢູ່ບັນດາເມືອງຫຼໍ່ ແຫຼມ ແລະ ການລັກລອບລໍາລຽງ ຂົນສົ່ງຢາເສບຕິດແນໃສ່ ເພື່ອແກ້ ໄຂ ແລະ ເຮັດໃຫ້ບັນຫາຢາເສບ ຕິດໃນປະເທດເຮົານັບມື້ນັບຫຼຸດ ໜ້ອຍຖອຍລົງເປັນກ້າວໆ.

Uncategorized

Post navigation

Previous Post: ຄອບຄົວການນໍາ ແລະ ສະມາຄົມແບ່ງປັນນໍ້າໃຈ ອັດຕະປື ມອບເຄື່ອງໃຫ້ພະນັກງານ-ນັກຮົບ
Next Post: ແຈ້ງຂ່າວມໍລະນະກຳ ສະຫາຍ ວິດົງ ໄຊຍະສອນ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ແລະ ຍາດທີ່ເສຍຊີວິດຈາກ ອຸບັດຕິເຫດທາງນໍ້າ

Related Posts

ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ Uncategorized
ລະເມີດແຈ້ງການນີ້ ປັບໃໝສູງສຸດ 10.000.000 ກີບ Uncategorized
ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ Uncategorized
ພະຍາກອນອາກາດປະຈຳວັນທີ 15 ພະຈິກ 201 Uncategorized
ກຸ່ມບ້ານຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ ເຂັ້ມງວດຕ້ານວຽກງານປ້ອງກັນໂຄວິດ-19 Uncategorized
ຢືນຢັນຊາວຈີນທີ່ມາແຕ່ແຂວງອຸດົມໄຊ ຮອດຫຼວງພະບາງ ໄດ້ຜ່ານກັກກັນຕາມລະບຽບແລ້ວ ແຕ່ຈະມີການກວດຫາເຊື້ອໂຄວິດ 19 ຕື່ມອີກ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme