#ເລົ່າເລື່ອງສຸຂະພາບປະຈຳວັນ
ສານອາຫານທີ່ສຳຄັນສຳລັບເດັກເກີດໃໝ່ 0-1 ປີ
ພະລັງງານແລະໂປຕີນ: ແຫຼ່ງອາຫານທີ່ດີທີຸ່ສຸດໃນຊ່ວງເກີດໃໝ່ຫາ 6 ເດືອນຄືນົມແມ່ ຫຼັງຈາກນ້ັນຄວນເພີ່ມເຕີມດ້ວຍຊີ້ນສັດຕ່າງໆ ເຊັ່ນ: ຊີ້ນໝູ, ຊີ້ນໄກ່ ແລະ ຊີ້ນປາ ເປັນຕົ້ນ
ທາດເຫຼັກ: ແຫຼ່ງຂອງທາດເຫຼັກທີ່ສຳຄັນໄດ້ແກ່ ຕັບ ໄຂ່ແດງ ຊີ້ນສັດ ເຊັ່ນ: ຊີ້ນໝູ ຊີ້ນໄກ່ ເປັັນຕົ້ນ ດັ່ງນັ້ນ ຫຼັງອາຍຸ 6 ເດືອນ ເດັກເກີດໃໝ່ທີ່ກິນແຕ່ນົມຈິ່ງສ່ຽງຕໍ່ການຂາດທາດເຫຼັກ
ເກືອໄອໂອດີນ: ຊ່ວຍການເຮັດວຽກຂອງຕ່ອມໄທຣອຍ ຊ່ວຍໃນການພັດທະນາສະໝອງ ແລະ ການຈະເລີນເຕີບໂຕຂອງຮ່າງກາຍ ຄວນໃຊ້ເກືອໄອໂອດີນໃນການປຸງອາຫານ
ທາດແຄວຊ໋ຽມ: ຈໍາເປັນໃນການສ້າງກະດູກ ແລະ ແຂ້ວ ພົບເຫັນຫຼາຍໃນນົມ
ທາດສັງກະສີ: ມີສ່ວນຊ່ວຍໃນການຈະເລີນເຕີບໂຕຂອງເດັກແລກເກີດ ຊ່ວຍສ້າງພູມຕ້ານທານຮ່າງກາຍ ພົບເຫັນໄດ້ໃນບັນດາຊີ້ນສັດ
ວິຕາມິນເອ: ເສີມສ້າງຈຸລັງ ແລະ ລະບົບພູມຕ້ານທານຮ່າງກາຍ ມີສ່ວນຊ່ວຍໃນການເບີ່ງເຫັນ ແຫຼ່ງອາຫານທີ່ສຳຄັນໄດ້ແກ່ຕັບ ໄຂ່ແດງ ຜັກໃບຂຽວເຂັ້ມ ແລະ ຜັກ ໝາກໄມ້ທີ່ມີສີເຫຼືອງແສດ

ອາຫານແລະໂພຊະນາການທີ່ເໝາະສົມແກ່ລູກ ຊ່ວງອາຍຸ 0-1 ປີ
- ຊ່ວງເກີດໃໝ່ຫາ 6 ເດືອນ (0-6 ເດືອນ): ອາຫານທີ່ເໝາະສົມ ແລະ ດີທີ່ສຸດສໍາລັບລູກໃນຊ່ວງນີ້ຄືນົມແມ່ຢ່າງດຽວ ເພາະທຳມະຊາດໄດ້ຈັດສັນໃຫ້ນົມແມ່ນັ້ນມີຄຸນຄ່າທາງອາຫານທີ່ເໝາະສົມກັບລູກເກີດໃໝ່ທີ່ສຸດ ອຸດົມໄດ້ວຍສານອາຫານທີ່ສຳຄັນ ແລະ ຄົບຖ້ວນ ທັງໂປຕີນ ວິຕາມິນ ໄຂມັນ ແຮ່ທາດຕ່າງໆ ທີ່ຈະຊ່ວຍໃຫ້ລູກເຕີບໂຕໄດ້ດີ ມີພູມຕ້ານທານຮ່າງກາຍແຂງແຮງ ທັງຮ່າງກາຍ ແລະ ສະໝອງງ ທີ່ສຳຄັນໃນນົມແມ່ນັ້ນຍັງມີສານອາຫານທີ່ສຳຄັນທີ່ມີຊື່ວ່າ ສະຟິງໂກໄມອີລິນ ທີ່ເປັນສ່ວນປະກອບສຳຄັນໃນການສ້າງໄມອີລິນ ປອກຫຸ້ມຂະແໜງປະສາດເຮັດໃຫ້ການນຳສົ່ງກະແສປະສາດ ແລະ ເພີ່ມປະສິດທິພາບໃນການສົ່ງສັນຍານປະສາດ ເຮັດໃຫ້ສະໝອງຂອງລູກສົ່ງຂໍ້ມູນໄດ້ຢ່າງມີປະສິດທິພາບ.
- 7 ເດືອນ: ໃນໄວນີ້ແນະນຳໃຫ້ກິນນົມແມ່ແລະເສີມດ້ວຍອາຫານ 1 ຄາບ ເຊັ່ນ: ເຂົ້າບົດລະອຽດ ກັບນໍ້າແກງຈືດ ເພີ່ມຊີ້ນປາ ແລະ ຊີ້ນສັດບົດ, ຜັກບົດ ແລະ ໝາກໄມ້
- 8-9 ເດືອນ: ກິນນົມແມ່ ແລະ ເສີມອາຫານ 2 ຄາບ ຊະນິດອາຫານແມ່ນຄືກັບຊ່ວງໄລຍະເດືອນທີ 7, ແຕ່ຄວນເພີ່ມປະລິມານໃຫ້ຫຼາຍຂື້ນ ເພື່ອຊ່ວຍໃຫ້ລູກໄດ້ຝຶກການກືນ
- 10-12 ເດືອນ ໃຫ້ລູກກິນນົມແມ່ ແລະ ເສີມດ້ວຍອາຫານ 3 ຄາບ ເພີ່ມປະລິມນ ໃຫ້ຫຼາຍຂື້ນກວ່າ ເດືອນກ່ອນໆ ແລະ ແນະນຳໃຫ້ລູກໄດ້ກິນອາຫານທີ່ຫຼາກຫຼາຍຊະນິດຫຼາຍຂື້ນໂດຍຊີ້ນສັດແມ່ນສາມາດເຮັດເປັນຕ່ອນນ້ອຍໆໄດ້.
1 ປີ: ໃຫ້ລູກໄດ້ກິນອາຫານ 3 ຄາບ ແລະ ເສີມດ້ວຍນົມອີກ 3 ຄາບ ເພື່ອໃຫ້ລູກໄດ້ຮັບສານອາຫານທີ່ຄົບຖ້ວນຄືກັບຜູ້ໃຫຍ່ ແລະ ແນະນຳໃຫ້ອາຫານປຸງແຕ່ງສຸກອ່ອນນຸ້ມ ເປັນຕ່ອນນ້ອຍໆ ໃຫ້ຫຍໍ້າໄດ້ ໃນຊ່ວງນີ້ລູກຈະເລີ່ມຕັກກິນເອງ ໄດ້ແຕ່ອາດຈະຍັງມັກເຮັດເຮ່ຍ ເປື້ອນ ພໍ່ແມ່ຄວນປ່ອຍໃຫ້ລູກຊ່ວຍຕົນເອງໃນການຝຶກຕັກອາຫານ ແລະ ໃຫ້ລູກໄດ້ຮ່ວມໂຕະອາຫານກັບຜູ້ໃຫຍ່ ເພື່ອຝຶກວິໄນແລະ ມາລະຍາດເທິງໂຕະອາຫານທີ່ດີ

ໂດຍ: ດຣ. ອິນປັນ (ໂຮງໝໍມະໂຫສົດ)
ລຽບລຽງໂດຍ: ເພຊັສະກອນ ຈິດຕະມັງກອນ ປຸມະລັດ

ອ້າງອີງຂໍ້ມູນຈາກ:
1. https://www.si.mahidol.ac.th/th/division/hph/admin/news_files/533_49_1…
2. https://www.tmwa.or.th/new/lib/file/20170121162528.pdf
3. https://th.theasianparent.com/%E0%B9%81%E0%B8%88%E0%B8%81%E0%B8%95%E0%B…
4. https://www.thaihealth.or.th/Content/41482-%E0%B9%81%E0%B8%99%E0%B8%B0%…
5. https://www.healthline.com/health/parenting/6-month-old-feeding-schedul…
6. http://nutrition.anamai.moph.go.th/images/file/%E0%B8%84%E0%B8%B9%E0%B9…