Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ

Posted on 07/05/202107/05/2021 By ປະກາດ Pakaad No Comments on ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ

ກະຊວງໂຍທາທິການ ແລະຂົນສົ່ງໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ເປັນຂົວເບຕົງເສີມເຫຼັກແບບແໜ້ນໜາຖາວອນໂດຍການສ້າງຂົວດັ່ງກ່າວຈະນຳໃຊ້ງົບປະມານທັງໝົດເກືອບ 5 ຕື້ກີບ. ໃນວັນທີ 3 ພຶດສະພາ 2021 ນີ້,

ຄະນະຮັບຜິດຊອບການກໍ່ສ້າງໂດຍມີ ທ່ານ ບົວຈັນ ອ້ວນສະຫວັນ ຮອງຫົວໜ້າ ກົມຂົວທາງກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ, ທ່ານ ພຸດສະດຸ ອິນ ທະວົງ ປະທານບໍລິສັດມາລີນີ ຈໍາກັດ ໃນນາມຜູ້ຮັບເໝົາກໍ່ສ້າງ, ພ້ອມດ້ວຍວິຊາການ ແລະພາກສ່ວນກ່ຽວຂ້ອງໄດ້ລົງກວດກາເບິ່ງພື້ນທີ່ຕົວຈິງ. ໂຄງການກໍ່ສ້າງຂົວດັ່ງກ່າວ, ມີມູນຄ່າການກໍ່ສ້າງທັງໝົດ 4,7 ຕື້ກວ່າກີບ ໂດຍແມ່ນທຶນສົມທົບຂອງກອງທຶນທາງ ຫຼວງແຫ່ງຊາດ 80% ເທົ່າກັບ 3,8 ຕື້ກວ່າກີບ ແລະບໍລິສັດມາລີນີ 20% ເທົ່າກັບ 950 ລ້ານກວ່າກີບ, ລວງຍາວຂອງຂົວ 25 ແມັດ, ລວງກວ້າງ 12 ແມັດ, ກໍານົດເວລາໃນການກໍ່ສ້າງ 1 ປີ ໂດຍມອບກົມຂົວທາງເປັນເຈົ້າຂອງໂຄງການ. ຂົວຂ້າມນໍ້າພະນາຍ ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ໄດ້ຫັກພັງລົງຄັ້ງຫຼ້າສຸດໃນວັນທີ 9 ເມສາ 2021 ຜ່ານມາ,

ອົງການປົກຄອງເມືອງທຸລະຄົມສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນໄດ້ຮີບຮ້ອນລາຍງານໃຫ້ອົງການປົກຄອງແຂວງວຽງຈັນຮັບຊາບ ແລະມີທິດຊີ້ນໍາເພື່ອວາງແຜນສ້ອມ ແປງຂົວໃຫ້ນໍາໃຊ້ໄດເປັນປົກກະຕິ, ຊຶ່ງນັບແຕ່ຂົວນ້ຳພະນາຍໄດ້ຫັກລົງເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກໃນການເດີນທາງຜ່ານທາງເວັ້ນສໍາຮອງ, ລົດກໍ່ມີຄວາມແອອັດ, ການໄປມາຊັກຊ້າ.

ການນໍາຂອງເມືອງ ແລະພາກສ່ວນກ່ຽວຂ້ອງກໍ່ມີຄວາມເຫັນອົກເຫັນໃຈ, ເຫັນຄວາມຫຍຸ້ງຍາກຂອງຜູ້ເດີນທາງໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຊາວເມືອງທຸລະຄົມ ແລະປະສານງານຢ່າງໃກ້ສິດກັບອົງການປົກຄອງແຂວງເພື່ອດໍາເນີນການເລັ່ງທວງໃຫ້ພາກສ່ວນກ່ຽວຂ້ອງຮັບ ຜິດຊອບການກໍ່ສ້າງຂົວຄືນໃໝ່ໃນເວລາອັນຄວນ, ເນື່ອງຈາກປະຈຸບັນເສັ້ນທາງເລກ 10 ຂອບ ເຂດເມືອງທຸລະຄົມແມ່ນມີລົດໜັກ ແລະລົດເບົາທຽວຜ່ານການເປັນຈໍານວນຫລາຍໃນແຕ່ລະວັນ. ສະນັ້ນ, ມາໃນວັນທີ 31 ມີນາ 2021 ກະຊວງໂຍທາທິການ ແລະຂົນສົ່ງຈຶ່ງໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ເປັນຂົວເບຕົງເສີມເຫຼັກແບບແໜ້ນໜາຖາວອນ ແລະໄດ້ຕົກລົງໃຫ້ບໍລິສັດ ມາລີນີ ຈໍາກັດຜູ້ດຽວ ຮັບເໝົາການກໍ່ສ້າງ. ຂໍ້ມູນ-ພາບ: ຫ້ອງການ ຖວທ ເມືອງທຸລະຄົມ.

Uncategorized, ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ !!! ສືບຕໍ່ໂຈະການຮຽນ-ການສອນໃນຂອບເຂດທົ່ວປະເທດ
Next Post: ເຈາະຕະຫຼາດຂະນົມຫວານ ຍອດຂາຍດີ ຂະຫຍາຍຕົວງ່າຍ ກຳໄລງາມ ໂຄງການຈັບຄູ່ທຸລະກິດອອນລາຍ ໄທ-ລາວ

Related Posts

ກອງປະຊຸມຄະນະລັດຖະບານ ປະຈໍາເດືອນສິງຫາ 2020 ມີຫຼາຍປະເດັນຖືກຮັບຮອງ ຂ່າວສານບ້ານເມືອງ
ລົງທະບຽນ ເບີໂທເບີເນັດ ຜ່ານແອັບ ດ້ວຍຕົນເອງ ຂ່າວສານບ້ານເມືອງ
ສອງກອງທັບ ລາວ-ຍີ່ປຸ່ນ ຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ຂ່າວສານບ້ານເມືອງ
ສະແດງຄວາມເສຍໃຈນໍາການສູນເສຍຄັ້ງນີ້ ຂ່າວສານບ້ານເມືອງ
ຫ້ອງການສາທາລະນະສຸກເມືອງທຸລະຄົມ ຊີ້ແຈງຫາງສຽງກ່ຽວກັບການສັກວັກຊີນ Featured
ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme