Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງຂ່າວມໍລະນະກຳ ສະຫາຍ ວິດົງ ໄຊຍະສອນ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ແລະ ຍາດທີ່ເສຍຊີວິດຈາກ ອຸບັດຕິເຫດທາງນໍ້າ

Posted on 06/04/202106/04/2021 By ປະກາດ Pakaad No Comments on ແຈ້ງຂ່າວມໍລະນະກຳ ສະຫາຍ ວິດົງ ໄຊຍະສອນ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ແລະ ຍາດທີ່ເສຍຊີວິດຈາກ ອຸບັດຕິເຫດທາງນໍ້າ

ຄະນະບໍລິຫານສູນກາງພັກ, ລັດຖະບານ, ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ, ຫ້ອງວ່າການສູນກາງພັກ, ອົງການປົກຄອງແຂວງວຽງຈັນ, ຄະນະຊາປະນະກິດສົບ ພ້ອມດ້ວຍຄອບຄົວ ໄຊຍະສອນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈ ມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍທີ່ຢູ່ໃກ້ ແລະ ໄກ ຊາບທົ່ວເຖິງກັນວ່າ: ສະຫາຍ ວິດົງ ໄຊຍະສອນ, ອະດີດກຳມະການສູນກາງພັກ ສະໄໝທີ່ X , ອະດີດເລຂາພັກແຂວງເຈົ້າແຂວງໆວຽງຈັນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ອະດີດພັນລະຍາຂອງ ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ແລະ ລູກຫຼານໄດ້ເສຍຊີວິດດ້ວຍອຸປະຕິເຫດທາງນ້ຳ ໃນຕອນເຊົ້າຂອງວັນທີ 4 ເມສາ 2021.

ເພື່ອຈາລຶກຄຸນງາມຄວາມດີຂອງບັນດາສະຫາຍທີ່ໄດ້ອຸທິດແກ່ປະເທດຊາດ, ດ້ວຍຄວາມອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງບັນດາສະຫາຍ ເຊິ່ງເປັນໜຶ່ງໃນບັນດາການນຳຂັ້ນສູງຂອງພັກ-ລັດ, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການສູນກາງພັກ, ຄະນະຊາປະນະກິດສົບ, ພ້ອມດ້ວຍຄອບຄົວ ໄຊຍະສອນ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 4 ວັນ ນັບແຕ່ວັນທີ 5-8 ເມສາ 2021. ປະຈຸບັນສົບຂອງພວກເພີ່ນໄດ້ບຳເພັນກຸສົນໄວ້ຢູ່ທີ່ສະໂມສອນ ກະຊວງປ້ອງກັນປະເທດ (ໂພນເຄັງ) ພິທີວາງພວງມາລາຢ່າງເປັນທາງການແມ່ນເລີ່ມວັນທີ່ 6-7 ເມສາ 2021 ຕາມເວລາທາງລັດຖະການ.ວັນຊາປະນະກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 8 ເມສາ 2021 ເວລາ 13 ໂມງ 00 ທີ່ວັດເທບນິມິດ (ທາດຝຸ່ນ).

ດັ່ງນັ້ນ, ຈຶ່ງແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະນັກງານ, ລັດຖະກອນ, ປະຊາຊົນບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ຍາດພີ່ນ້ອງທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນ.

Featured, ລັດຖະບານ, ແຈ້ງການ​

Post navigation

Previous Post: ພິທີສະຫຼຸບ ແລະ ຍ້ອງຍໍຜົນງານ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ
Next Post: ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

Related Posts

ສປປ ລາວ ມີຄົນຕິດເຊື້ອເພີ່ມ 115 ຄົນ ຍອດສະສະສົມ 14.466 ຄົນແລ້ວ! Featured
ແຈ້ງການເພີ່ມເຕີມຂອງແຂວງຫຼວງພະບາງໃນການຮັບມືໂຄວິດ19 Featured
ລະນຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ Featured
ສັ່ງລົງວິໄນເຈົ້າໜ້າທີ່ໃສ່ຊຸດຕໍາຫຼວດຫຼິ້ນຕິກຕ໋ອກ Featured
ກູ້ໄພແຂວງສະຫວັນນະເຂດຂາດເຂີນ ຊຸດ PPE ແລະ ອຸປະກອນຈໍາເປັນ! ວອນຜູ້ໃຈບຸນຊ່ວຍແດ່ Featured
ເ ສ ຍ ຊີ ວິ ດ ໃໝ່ 1 ຕິດເຊື້ອເພີ່ມ 5 4 7 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme